ຕະຫຼາດນັດບຸນພະທາດພະບາດ-ໂພນສັນມີມູນຄ່າສິນຄ້າ 12 ຕື້ກວ່າກີບ

  ໃນວັນທີ 17 ມັງກອນຜ່ານມາ ແຂວງບໍ່ລິຄໍາໄຊ ໄດ້ຈັດພິທີເປີດງານຕະຫຼາດນັດຂາຍສິນຄ້າຕິດພັນກັບບຸນນະມັດສະການວັດພະທາດພະບາດ-ໂພນສັນ ປະຈຳປີ 2019 ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ, ທ່ານ ບຸນສົງ ເພັດຈະເລີນ ເຈົ້າເມືອງທ່າພະບາດ, ມີບັນດາການນໍາຂອງແຂວງ, ຂັ້ນເມືອງ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

  ທ່ານ ບຸນສົງ ເພັດຈະເລີນ ໃຫ້ຮູ້ວ່າ: ງານຄັ້ງນີ້: ເປັນງານໜຶ່ງທີ່ເຄີຍສືບທອດກັນມາໃນທຸກໆປີຢ່າງຕໍ່ເນື່ອງ ແລະຖືວ່າເປັນງານປາງບຸນໃຫຍ່ອັນໜຶ່ງຂອງ ປະຊາຊົນຊາວແຂວງບໍລິຄຳໄຊ ກໍຄືຊາວເມືອງທ່າພະບາດເພື່ອເຄົາລົບສາກາລະບູຊາຮອຍພະພຸດທະບາດ ແລະ ວັດພະບາດໂພນສັນ. ພ້ອມດຽວກັນນີ້ທາງອຳນາດການປົກຄອງເມືອງກໍໄດ້ຖືໂອກາດຈັດງານຕະຫຼາດນັດຂາຍສິນຄ້າເພື່ອເປັນການເປີດໂອກາດຊ່ອງທາງໃຫ້ແກ່ພໍ່ແມ່ປະຊາຊົນບັນດາເຜົ່າຕະຫຼອດຮອດຜູ້ປະກອບການດຳເນີນທຸລະກິດຕ່າງໆໄດ້ນຳເອົາຜົນຜະລິດ ແລະຜະລິດຕະພັນທີ່ເປັນພູມປັນຍາຂອງຊາວບ້ານເຂົ້າມາວາງສະແດງ ແລະ ຈຳໜ່າຍເພື່ອໃຫ້ຜູ້ມາທ່ຽວງານດັ່ງກ່າວໄດ້ຊື່ເພື່ອເປັນຂອງຕ້ອນ-ຂອງຝາກ ແລະ ຂອງໃຊ້ໃນຄອບຄົວ. ພ້ອມທັງເປັນການເປີດໂອກາດໃຫ້ແກ່ຜູ້ປະກອບການໄດ້ມີການພົບປະ ແລະແລກປ່ຽນຮຽນຮູ້ໃນການພັດທະນາສິນຄ້າຂອງຕົນໃຫ້ນັບມື້ນັບໂດດເດັ່ນທາງດ້ານປະລິມານ ແລະ ຄຸນນະພາບສູງຂຶ້ນທັງພາຍໃນ ແລະ ຕ່າງປະເທດ.

   ໃນງານຕະຫຼາດນັດປີນີ້ມີຈຳນວນບັນດາຫ້າງຮ້ານທີ່ເຂົ້າຮ່ວມວາງສະແດງ ແລະຈຳໜ່າຍສິນຄ້າທັງໝົດ124 ຮ້ານ, ໃນນີ້ມີຫ້າງຮ້ານ, ໂຮງງານທີ່ຖືກເຊີນ ມາຈາກຕ່າງເມືອງ ແລະຕ່າງແຂວງ 30 ຮ້ານ ແລະໄດ້ແບ່ງອອກເປັນ 4 ໂຊນຄື: ໂຊນຂາຍສິນຄ້າຫັດຖະກຳຂອງບັນດາກຸ່ມຜະລິດຕະພັນ, ໂຊນຮ້ານອາ ຫານ ແລະ ເຄື່ອງດື່ມ, ໂຊນຮ້ານຄ້າຂາຍເຄື່ອງທົ່ວໄປ ແລະໂຊນຕົນຕີ ແລະເຄື່ອງຫຼິ້ນຕ່າງໆ. ໂດຍລວມມູນຄ້າທັງໝົດ 12 ຕື້ກວ່າກີບ.