ອາກອນ ນວ ສັບຊ້ອນພະນັກງານໃໝ່

    ກອງປະຊຸມປະກາດການຈັດຕັ້ງພະນັກງານສ່ວຍສາອາກອນນະຄອນຫຼວງວຽງຈັນ (ນວ) ໄດ້ຈັດຂຶ້ນໃນວັນທີ 22 ມັງກອນ 2019 ທີ່ຫ້ອງວ່າການການປົກຄອງ ນວ ພາຍໃຕ້ການເປັນປະທານຂອງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ, ທ່ານ ແກ້ວພິລາວັນ ອາໄພລາດ ຮອງເຈົ້າຄອງ ນວ, ທ່ານ ພູທະນູເພັດ ໄຊສົມບັດ ຫົວໜ້າກົມສ່ວຍສາອາກອນ, ມີຮອງເຈົ້າເມືອງ 9 ຕົວເມືອງ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

     ທ່ານ ພູວັນ ໄຊຍະວົງ ຄໍາມະນີ ຮອງຫົວໜ້າພະແນກຄຸ້ມຄອງພະນັກງານສາຍຈັດຕັ້ງ, ກົມຈັດຕັ້ງ ແລະ ພະນັກງານ ກະຊວງການເງິນໄດ້ຜ່ານຂໍ້ລົງວ່າດ້ວຍການຍົກຍ້າຍ ແລະແຕ່ງຕັ້ງພະນັກງານສ່ວຍສາອາກອນນະຄອນຫຼວງວຽງຈັນ ຊຶ່ງມີທັງໝົດ 5 ຂໍ້ຕົກລົງດ້ວຍກັນໃນນັ້ນ: 1). ແມ່ນຂໍ້ຕົກລົງວ່າດ້ວຍການຍົກຍ້າຍພະນັກງານສັງກັດຢູ່ສ່ວຍສາອາກອນປະຈໍາ ນວ ໄປຮັບໜ້າທີ່ໃໝ່ຢູ່ກະຊວງການເງິນຊຶ່ງລວມມີ 2 ທ່ານຄື: ຍົກຍ້າຍ ທ່ານ ສີຫອມ ອິນທະລາ  ຮອງຫົວໜ້າສ່ວຍສາອາກອນ ນວ ໄປຮັບໜ້າທີ່ໃໝ່ຢູ່ກະຊວງການເງິນ, ຍົກຍ້າຍ ທ່ານ ດໍາລົງ ເທບພະກອນ ຫົວໜ້າຂະແໜງແຜນການ ແລະ ບໍລິການລາຍຮັບໄປຮັບໜ້າທີ່ໃໝ່ຢູ່ກະຊວງການເງິນ. 2) ຂໍ້ຕົກລົງວ່າດ້ວຍການຍົກຍ້າຍພະນັກງານສັງກັດຢູ່ສ່ວຍສາກອນປະຈໍາ ນວ ໄປຮັບໜ້າທີ່ໃໝ່ຢູ່ກົມສ່ວຍສາອາກອນລວມມີ 4 ທ່ານຄື: ຍົກຍ້າຍ ທ່ານ ສຸລິຍາ ອາລຸນສະຫວາດ ຮອງຫົວໜ້າສ່ວຍສາກອນປະຈໍາ ນວ, ຍົກຍ້າຍທ່ານ ຄໍາຕັນ ພູມມະເທບ ຫົວໜ້າຂະແໜງກວດກາຫຼັງການແຈ້ງລາຍຮັບ, ທ່ານ ເພັດສົມພອນ ພົງໄພປະດິດ ຮອງຫົວໜ້າຂະແໜງແຜນການແຈ້ງລາຍຮັບ ແລະທ່ານ ນາງ ແພງຈັນ ສູນທະວົງ ຮອງຫົວໜ້າຂະແໜງແຜນການແຈ້ງລາຍຮັບ. 3) ຂໍ້ ຕົກລົງວ່າດ້ວຍການຍົກຍ້າຍ ແລະແຕ່ງຕັ້ງຮອງຫົວໜ້າສ່ວຍສາອາກອນປະຈໍາ ນວ ມີ 2 ທ່ານຄື: ຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ຄໍາພັນ ພັນທຸລັກ ຮອງຫົວ ໜ້າຂະແໜງກວດກາພາຍໃນກົມສ່ວຍ ສາອາກອນເປັນຮອງຫົວໜ້າສ່ວຍສາ ອາກອນ ນວ, ແຕ່ຕັ້ງ ທ່ານ ວົງທອງ ຄໍາກິແກ້ວ ຫົວໜ້າຂະແໜງຈັດຕັ້ງ,ບໍລິ ຫານ ແລະການເງິນເປັນຮອງຫົວໜ້າ ສ່ວຍສາອາກອນ ນວ. 4) ຂໍ້ຕົກລົງວ່າ ດ້ວຍການຍົກຍ້າຍ ແລະແຕ່ງຕັ້ງຫົວໜ້າ ແລະຮອງຫົວໜ້າຂະແໜງຂອງສ່ວຍສາອາກອນປະຈໍາ ນວ ໃນນີ້ຂະແໜງຈັດຕັ້ງ, ບໍລິຫານ ແລະການເງິນ ມີ 2 ທ່ານ, ຂະແໜງແຜນການ ແລະບໍລິການລາຍຮັບ 3 ທ່ານ, ຂະແໜງກວດກາຫຼັງການແຈ້ງລາຍຮັບ 4 ທ່ານ. 5) ຂໍ້ຕົກລົງວ່າດ້ວຍການຍົກຍ້າຍ-ແຕ່ງຕັ້ງຫົວໜ້າ ແລະ ຮອງຫົວໜ້າສ່ວຍສາອາກອນປະຈໍາເມືອງ ຂອງ ນວ ໃນນັ້ນສ່ວຍສາອາກອນປະຈໍາເມືອງຈັນທະບູລີ 1 ທ່ານ, ເມືອງສີສັດຕະນາກ 1 ທ່ານ;  ເມືອງສີໂຄດ 2 ທ່ານ, ເມືອງໄຊເສດຖາ 2 ທ່ານ, ເມືອງຫາດຊາຍຟອງ 1 ທ່ານ ແລະເມືອງປາກງື່ມ 2 ທ່ານ.

   ໂອກາດດັ່ງກ່າວ ທ່ານ ສົມດີ ດວງດີ ໄດ້ໃຫ້ກຽດໂອ້ລົມພ້ອມທັງສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນການຈັດຕັ້ງປະຕິບັດວຽກງານສ່ວຍສາອາກອນໃນປີ 2018 ຜ່ານມາຊຶ່ງສາມາດປະຕິບັດໄດ້ຕາມແຜນ, ທັງເນັ້ນໜັກບັນດາຜູ້ຖືກແຕ່ງຕັ້ງໃນຄັ້ງນີ້ໃຫ້ເອົາໃຈໃສ່ຍົກສູງພາລະບົດບາດໜ້າທີ່ໃໝ່ຂອງຕົນສູງຂຶ້ນກວ່າເກົ່າໃຫ້ສົມກຽດສັກສີທີ່ພັກລັດມີຄວາມເຊື່ອໝັ້ນ ແລະໄວ້ວາງໃຈ, ເພິ່ມຄວາມຮັບຜິດຊອບໃນໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ, ມີແບບແຜນການເຮັດວຽກ ແລະມີແບບແຜນການດໍາລົງຊິວິດທີ່ປອດໃສຂາວສະອາດ, ມີຄຸນນະທໍາ ແລະ ມີຄວາມຍຸດຕິທໍາບໍ່ສວຍໃຊ້ຖານະຕໍາແໜ່ງໃນທາງທີ່ຜິດ, ທັງຍັງໃຫ້ທິດທາງການເຮັດວຽກຕື່ມອີກ.