ຈັບຕົວເປົ້າໝາຍລັກຊັບ

  ພາຍຫຼັງເຈົ້າໜ້າທີ່ໜ່ວຍງານວິຊາສະເພາະຄະດີອາຍາ ປກສ ເມືອງໂພນໂຮງ ແຂວງວຽງຈັນ ໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍໃນຄັ້ງວັນທີ 20 ພະຈິກ 2018 ວ່າຜ່ານມາໄດ້ມີຄົນບໍ່ດີຈຳນວນໜື່ງເຄື່ອນໄຫວລັກຊັບຢູ່ທີ່ເຮືອນຂອງຜູ້ຖືກເສຍຫາຍຈາກນັ້ນເຈົ້າໜ້າທີ່ຕຳຫຼວດກອງບັນຊາການ ປກສ ເມືອງໂພນໂຮງ ຈິ່ງລົງກວດກາສະຖານທີ່ດັ່ງກ່າວພ້ອມທັງຂຶ້ນເປົ້າໝາຍ ແລະ ຕິດຕາມເປົ້າໝາຍໃນທີ່ສຸດກໍ່ສາມາດຈັບຕົວເປົ້າໝາຍໄດ້ 1 ຄົນຄື: ທ້າວ ພັດທະນາ ອາຍຸ 23 ປີ ວ່າງງານຢູ່ບ້ານນາໂພໃຕ້ ເມືອງໂພນໂຮງ ກັກຕົວຄັ້ງວັນທີ 22 ພະຈິກ 2018 ຜ່ານມາໃນຂໍ້ກ່າວຫາລັກຊັບພົນລະເມືອງມາດຳເນີນການສືບ ສວນ-ສອບ ສວນ.

  ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ ທ້າວ ພັດທະນາ ຫຼື ມືດ ໄດ້ຮັບສາລະພາບວ່າ: ໃນໄລຍະຜ່ານມາຜູ້ກ່ຽວແມ່ນເຄີຍຕ້ອງໂທດມາແລ້ວ 2 ຄັ້ງ ໃນປີ 2015 ຖືກກັກຂັງຢູ່ຄຸມຂັງ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນໃນຂໍ້ຫາລັກຊັບພົນລະເມືອງ, ປີ 2017 ຖືກກັກຂັງຢູ່ ຄ້າຍຄຸມຂັງ-ດັດ ສ້າງທົ່ງຮາບ ປກສ ແຂວງວຽງຈັນ ໃນຂໍ້ຫາລັກຊັບພົນລະເມືອງໃນລະຫວ່າງເດືອນພະຈິກ ປີ 2018 ຜ່ານມາຜູ້ກ່ຽວແມ່ນໄດ້ເຄື່ອນໄຫວຊອກລັກຊັບພົນລະເມືອງຢູ່ຂອບເຂດບ້ານນາທອງ, ເມືອງໂພນໂຮງ ຜູ້ກ່ຽວໄດ້ປີນຂ້າມກຳ ແພງເຂົ້າເຮືອນເປົ້າໝາຍດັ່ງກ່າວ          ແລ້ວກໍ່ເຂົ້າໄປໃນເຮືອນຜູ້ກ່ຽວໄດ້ຄົ້ນ ເອົາເຄື່ອງຢູ່ໃນເຮືອນໄດ້ຊັບສິນເງິນກີບຈຳນວນ 2,63 ລ້ານກີບ, ເງິນບາດໄທ 200 ບາດ, ເງິນໂດລາ 9 ໂດລາ, ກ້ອງຖ່າຍຮູບ 1 ໜ່ວຍ, ໂມງ 2 ໜ່ວຍ, ກະເປົາພາຍ 1 ໜ່ວຍ ຈາກນັ້ນຜູ້ກ່ຽວໄດ້ອອກຈາກເຮືອນຫຼັງດັ່ງກ່າວ, ວັນທີ 21 ພະຈິກ 2018 ເວລາປະມານ 6 ໂມງ ຜູ້ກ່ຽວໄດ້ໄປລັກຊັບຕື່ມອີກຢູ່ຮ້ານຄົນຫວຽດນາມ ບ້ານນາທອງ ເມືອງ ໂພນໂຮງ ໄດ້ໂທລະສັບຕັ້ງໂຕະສີຂາວ 1 ໜ່ວຍ, ເກີບ 1 ຄູ່, ຄີມເຫຼັກ 1 ອັນ ຜ່ານມາການຕິດຕາມຂຶ້ນເປົ້າໝາຍຂອງເຈົ້າໜ້າທີ່ຕຳຫຼວດໜ່ວຍງານຄະດີອາຍາ ປກສ ເມືອງໂພນໂຮງໃຊ້ເວລາພຽງ 3 ວັນຈິ່ງສາມາດກັກຕົວເປົ້້າໝາຍໄດ້.

  ຜ່ານການສັງເກດຕີລາຄາຂອງເຈົ້າໜ້າທີ່ຕຳຫຼວດໜ່ວຍງານຄະດີອາຍາ ປກສ ເມືອງໂພນໂຮງ ເຫັນວ່າ: ການກະທຳຜູ້ກ່ຽວແມ່ນໄດ້ສ້າງຄວາມບໍ່ສະຫງົບແລະຄວາມບໍ່ເປັນລະບຽບຮຽບຮ້ອຍໃຫ້ແກ່ສັງຄົມ, ສ້າງຜົນເສຍຫາຍໃຫ້ແກ່ບຸກຄົນຊຶ່ງການກະທຳດັ່ງກ່າວຜິດຕໍ່ກົດໝາຍອາຍາມາດຕາ 119 ໃນສະຖານລັກຊັບພົນລະເມືອງປະຈຸບັນເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງ ໂພນໂຮງ ໄດ້ສັງລວມຂໍ້ມູນຫຼັກຖານເພື່ອດຳເນີນຄະດີໃນຂັ້ນຕໍ່ໄປ.