ແລນໂຣເວີ ປະກາດຜົນແຂ່ງຂັນຂັບຂີ່ທ້າທາຍ

 ບໍລິສັດຈາກົວ-ແລນໂຣເວີ ໄດ້ເປີດງານ The Above and Beyond Laos ເປັນກິດຈະກຳແຂ່ງຂັນການຂັບຂີ່ແລກປ່ຽນປະສົບການຄວາມທ້າທາຍຂອງຫຍີ່ຫໍ້ແລນໂຣເວີເພື່ອໃຫ້ບັນດາລູກຄ້າໄດ້ເຂົ້າເຖິງວິທີການໃນການຂັບແບບທ້າທາຍການຄວບຄຸມ ແລະຂັບເຄື່ອນທາງແຄບຜ່ານການແຂ່ງຂັນນັກຂັບຂີ່ທີ່ໃຊ້ເວລາໜ້ອຍທີ່ສຸດໄດ້ຮັບຊະນະເລີດແຂ່ງຂັນແບບ Ring Fence ແລະ Auto Test ໄດ້ແກ່ທ້າວ ອະຣິຍະ ວິຣະບຸດ ແລະ ນາງ ວະລິສາ ດາວສະຫວັນ.

  ພິທີປະກາດຜົນການແຂ່ງຂັນໄດ້ຈັດຂຶ້ນໃນວັນທີ 18 ມັງກອນ 2019 ທີ່ນະຄອນຫຼວງວຽງຈັນ ໂດຍເຂົ້າຮ່ວມຂອງທ່ານ ດິລິບ ເຈຊູທານຊານ ຜູ້ອໍານວຍ ການບໍລິສັດແລນໂຣເວີ ປະຈຳລາວກິດຈະກຳດັ່ງກ່າວແມ່ນໄດ້ຂັບຂີ່ແບບທ້າທາຍທັງໝົດມີ 5 ດ່ານ ເພື່ອສ້າງປະສົບການໃຫ້ນັກຂັບຂີ່ທົດສອບສັກກະຍາ ພາບຂອງລົດແລນໂຣເວີ ແລະຄວາມແມ້ນຢຳຊີ້ບອກທິດທາງໃນສະໜາມ ແລະຄວາມປອດໄພຊຶ່ງໃນນັ້ນມີ 126 ຄົນທີ່ເຂົ້າຮ່ວມແຂ່ງຂັນຜ່ານການຂັບຂີ່ຕົວຈິງນັກຂັບຂີ່ທີ່ຊະນະເລີດໄດ້ໃຊ້ເວລາໜ້ອຍທີ່ສຸດໃນການແຂ່ງຂັນແບບ Ring Fence ແລະ Auto Test ມີ 2 ຄົນຄື: ອັນດັບໜຶ່ງແມ່ນທ້າວ ອະຣິຍະ ວິຣະບຸດ ແລະອັນດັບສອງ ນາງ ວະລິສາ ດາວສະຫວັນ ພ້ອມໄດ້ໄປຮ່ວມງານ ແຂ່ງຂັນ The Above and Beyond Tour ທີ່ປະເທດນິວຊີແລນ.