ຫາລືລົງທຶນປູກໄມ້ໃນປ່າຊຸດໂຊມ

  ໃນວັນທີ 21 ມັງກອນຜ່ານມາທີ່ນະຄອນຫຼວງວຽງຈັນໄດ້ມີກອງປະຊຸມປຶກສາຫາລືກ່ຽວກັບຫຼັກການ ແລະເງື່ອນໄຂການອະນຸມັດການລົງທຶນປູກໄມ້ອຸດສາ ຫະກຳໃນເນື້ອທີ່ປ່າໄມ້ຊຸດໂຊມຢູ່ເຂດປ່າຜະລິດແຫ່ງຊາດໂດຍເຂົ້າຮ່ວມມີທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກຳ ແລະປ່າໄມ້, ທ່ານ ນາງ ສຸໄພວັນ ທ່ຽງຈັນໄຊ ຮອງຜູ້ອຳນວຍການບໍລິສັດບົວລະພາກະສິກຳ-ປ່າໄມ້ຈຳກັດ, ມີທ່ານເຈົ້າເມືອງ, ຮອງເຈົ້າເມືອງ, ພະແນກການ, ຕາງໜ້າບໍລິສັດສະໂຕຣາແອນໂຊລາວຈຳກັດ ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

 ກອງປະຊຸມຄັ້ງນີ້ມີຈຸດປະສົງເພື່ອປຶກສາຫາລືກ່ຽວກັບຫຼັກການ ແລະເງື່ອນໄຂການອະນຸມັດການລົງທຶນປູກໄມ້ອຸດສາຫະກຳໃນເນື້ອທີ່ປ່າໄມ້ຊຸດໂຊມຢູ່ໃນ ເຂດປ່າຜະລິດແຫ່ງຊາດ ແລະຄົ້ນຄວ້າປຶກສາຫາລືກ່ຽວກັບບົດສະເໜີໂຄງການລົງທຶນປູກໄມ້ອຸດສາຫະກຳໃນເຂດປ່າຜະລິດແຫ່ງຊາດຂອງບໍລິສັດບົວລະພາກະສິ ກຳ-ປ່າໄມ້ຈຳກັດ ແລະບໍລິສັດ ສະໂຕຣາແອນໂຊລາວຈຳກັດ.

  ນອກນັ້ນໃນກອງປະຊຸມກໍໄດ້ມີການເຈາະຈີ້ມບາງບັນຫາເປັນຕົ້ນການສົ່ງເສີມການລົງທຶນປູກໄມ້ເຂດປ່າຊຸດໂຊມໃນເຂດປ່າຜະລິດແຫ່ງຊາດການອະນຸຍາດລົງຄວນຈະມີການອະນຸຍາດແນໃດ, ມີຈັກຂັ້ນຕອນ, ນະໂຍບາຍຍົກເວັ້ນພາສີ ແລະອາກອນ, ລວມທັງການແບ່ງປັນຜົນປະໂຫຍດລະຫວ່າງລັດຖະບານ ແລະບໍລິສັດຜູ້ລົງທຶນປູກໄມ້ຈະດຳເນີນການແນວໃດ, ຊຶ່ງປ່າຜະລິດແຫ່ງຊາດແມ່ນດິນຂອງລັດໂດຍແມ່ນກະຊວງກະສິກຳ ແລະປ່າໄມ້ເປັນຜູ້ຄຸ້ມຄອງປົກປັກຮັກ ສາແຕ່ການສົ່ງເສີມການປູກໃນເຂດປ່າຜະລິດດັ່ງກ່າວແມ່ນຈະດຳເນີນການແບບໃດເພື່ອໃຫ້ສອດຄ່ອງຕາມກົດໝາຍ ແລະລະບຽບການຄື: 1. ຮູບແບບເຊົ່າ, 2. ຮູບແບບ ສຳປະທານ ແລະ 3. ຮູບແບບເຮັດຮ່ວມກັນລະຫວ່າງລັດຖະບານ ແລະບໍລິສັດ.

 ມາຮອດປະຈຸບັນກົມປ່າໄມ້ ແລະບໍລິສັດບົວລະພາກະສິກຳ-ປ່າໄມ້ ໄດ້ລົງສົມທົບກັບພະແນກກະສິກຳ ແລະປ່າໄມ້ແຂວງວຽງຈັນ, ຫ້ອງການກະສິກຳ ແລະປ່າໄມ້ເມືອງຫີນເຫີບ, ເມືອງເຟືອງ, ເມືອງຊະນະຄາມ ແລະບ້ານທີ່ກ່ຽວຂ້ອງທົດລອງດຳເນີນການສຳຫຼວດຢູ່ເຂດປ່າຜະລິດແຫ່ງຊາດພູເຍີຍ ແລະປ່າຜະລິດແຫ່ງຊາດໜອງເປັດ-ນາແຊງໄດ້ເນື້ອທີ່ຈຳນວນທັງໝົດ 7.618 ເຮັກຕາ.

  ສ່ວນບໍລິສັດສະໂຕຣາແອນໂຊລາວ ຈຳກັດ ແລະກົມປ່າໄມ້ໄດ້ລົງສົມທົບກັບພະແນກກະສິກຳ ແລະປ່າໄມ້ແຂວງຄຳມ່ວນ, ຫ້ອງການກະສິກຳ ແລະປ່າໄມ້ ເມືອງບົວລະພາ ແລະບ້ານທີ່ກ່ຽວຂ້ອງທົດລອງດຳເນີນການສຳຫຼວດຢູ່ເຂດປ່າຜະລິດແຫ່ງຊາດນາກະທິງ-ໜອງກະປາດໄດ້ເນື້ອທີ່