ເລີ່ມສ້າງສູນຄົ້ນຄວ້າວິໄຈຢາງພາລາ ແລະ ພືດກະສິກຳລາວ

    ພິທີວາງສີລາລຶກໂຄງການກໍ່ສ້າງສູນຄົ້ນຄວ້າວິໄຈຢາງພາລາ ແລະ ພືດກະສິກຳລາວໄດ້ຈັດຂຶ້ນໃນວັນທີ 20 ມັງກອນ 2019, ໂດຍເປັນໂຄງການຮ່ວມມືຂອງກະຊວງກະສິກຳ ແລະປ່າ ໄມ້ຮ່ວມກັບກຸ່ມບໍລິສັດພັດທະນາກະສິກຳຢຸນນານ ສປ ຈີນ ທີ່ໄດ້ຮ່ວມກັນເຊັນໃນທ້າຍປີ 2016 ຜ່ານມາ, ເຂົ້າຮ່ວມໃນພິທີມີ ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ທ່ານ ຖາງຊື້ໝີງ ຕາງໜ້າປະທານກຸ່ມບໍລິສັດພັດທະນາກະສິກໍາຢຸນນານຈໍາກັດ, ທ່ານເຢ້ຍເຊນຢວນຮອງຫົວໜ້າພະແນກຄະນະກຳມະການຄຸ້ມຄອງຊັບສິນລັດແຂວງຢຸນນານ, ພ້ອມດ້ວຍບັນດາພາກສ່ວນທີ່ກ່ຽວຂ້ອງຂອງສອງຝ່າຍເຂົ້າ ຮ່ວມ.

     ທ່ານ ຄຳພອນ ມູນລະໄມ ຮອງຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະພັດທະນາຊົນນະບົດໄດ້ລາຍງານຮູ້ວ່າ: ໂຄງການມີຈຸດປະສົງເພື່ອກໍ່ສ້າງພື້ນຖານໂຄງລ່າງທີ່ລວມມີຫ້ອງວິໄຈຢາງພາລາ, ຫ້ອງວິໄຈພືດກະສິກຳ, ຫ້ອງຝຶກອົບຮົມ, ຂໍ້ມູນຂ່າວສານ, ຫ້ອງວາງສະແດງໝາກຜົນຂອງການປູກພືດທົດແທນການປູກຝິ່ນ, ຫ້ອງການ, ຫໍພັກ, ທັງປະກອບອຸປະກອນ, ເຄື່ອງວິໄຈ ແລະສິ່ງອຳນວຍອື່ນໆທີ່ກ່ຽວຂ້ອງ, ພັດທະນາຄວາມສາມາດ ແລະ ຝຶກອົບຮົມວິ ຊາການ, ຊ່ຽວຊານຂອງ ສປ ຈີນ ໃນການຜະລິດ, ການວິໄຈຄຸນນະພາບ, ການກຳນົດມາດຕະຖານຢາງພາລາ ແລະ ພືດກະສິກຳ, ດຳເນີນການວິໄຈຄຸນນະ ພາບ ແລະ ການກຳນົດມາດຕະຖານຢາງພາລາ, ພືດກະສິກຳຂອງລາວ, ພ້ອມທັງອອກໃບຢັ້ງຢືນຜົນຂອງການວິໄຈ ແລະກຳນົດມາດຕະຖານໃຫ້ເປັນທີ່ຍອມຮັບຂອງພາກພື້ນ ແລະສາກົນ.

 ຊຶ່ງໂຄງການດັ່ງກ່າວ, ກະຊວງໄດ້ປະກອບສ່ວນທີ່ດິນ 20,04 ພັນຕາແມັດ, ທີ່ຕັ້ງຢູ່ບ້ານໂນນສະອາດເມືອງໄຊທານີ ນະຄອນຫຼວງວຽງຈັນ, ເພື່ອເປັນເນື້ອທີ່ປຸກສ້າງອາຄານ 4 ຫຼັງ, ໃນນີ້ເປັນອາຄານຫ້ອງການ 2 ຫຼັງ, ຫ້ອງຝຶກອົບຮົມ 1 ຫຼັງ ແລະອາຄານທົດລອງ 2 ຫຼັງ ແລະຫໍພັກ 1 ຫຼັງ, ສ່ວນຝ່າຍບໍລິສັດ ແມ່ນໄດ້ປະກອບສ່ວນເງິນຈຳນວນ 10 ລ້ານໂດລາ ເພື່ອໃຊ້ຈ່າຍໃນການດຳເນີນການກໍ່ສ້າງ, ປະກອບອຸປະກອນ ແລະສິ່ງອຳນວຍຄວາມສະດວກຕ່າງໆໃສ່ອາຄານທີ່ກ່າວມານັ້ນ.

  ໂຄງການຈະແບ່ງອອກເປັນ 2 ໄລຍະຄື: ໄລຍະທີ 1 ແມ່ນເລີ່ມແຕ່ປີ 2018-2020 ເປັນໄລຍະກໍ່ສ້າງຕຶກອາຄານ ແລະກໍ່ສ້າງພະນັກງານວິຊາການລາວ, ສ່ວນໄລຍະທີ 2 ແມ່ນເລີ່ມແຕ່ປີ 2021-2051 ເປັນໄລຍະການຮ່ວມມືດ້ານວິຊາການຕົ້ນຕໍແມ່ນພາຍຫຼັງທີ່ສ້າງສູນຄົ້ນຄວ້າວິໄຈສຳເລັດທັງສອງຝ່າຍຈະໄດ້ຮ່ວມມືກັນຄົ້ນຄວ້າວິໄຈລົງ ລິກດ້ານແນວພັນ, ການປູກ, ການບົວລະບັດຮັກສາ, ການຂີດຢາງ, ການປຸງ ແຕ່ງ, ການຄົ້ນຄວ້າວິໄຈຄຸນນະພາບ ແລະການກຳນົດມາດຕະຖານຢາງພາລາ ແລະພືດກະສິກຳລາວ.