ກິນຊີ້ນງົວເຮືອນດີ ຕົ້ນເຫດຖອກທ້ອງ 61 ຄົນ ທີີ່ເມືອງຈຳພອນ

  ຕາມການລາຍງານຂອງ ທ່ານ ນາງ ສີພະຈັນ ດວງມີໄຊ ຫົວໜ້າໜ່ວຍງານລະບາດວິທະຍາ, ຫ້ອງການສາທາລະນະສຸກເມືອງຈໍາພອນໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ເກີດເຫດມີປະຊາຊົນຈຳນວນໜຶ່ງຂອງບ້ານຄໍ້ທີ່ຂຶ້ນກັບເຂດຂາມເຖົ້າ ເມືອງຈໍາພອນ ແຂວງສະຫວັນນະເຂດ ມີອາການເຈັບທ້ອງ ແລະປວດຮາກຢ່າງຮຸນແຮງພາຍຫຼັງທີ່ໄດ້ພາກັນບໍລິໂພກຊີ້ນງົວທີ່ຂ້າເພື່ອປະກອບເປັນອາຫານໃນງານຊາປະນະກິດສົບປະຊາຊົນຜູ້ໜຶ່ງພາຍໃນບ້ານດັ່ງກ່າວ.

  ຊຶ່ງເບື້ອງຕົ້ນລວມມີປະຊາຊົນທີ່ເກີດອາການເຈັບທ້ອງຖ່າຍ ແລະປວດຮາກຈຳນວນທັງໝົດ 12 ຄົນ, ຍິງ 7 ຄົນ ໂດຍໃນໄລຍະນັ້ນຍາດຕິພີ່ນ້ອງ ແລະອໍານາດການປົກຄອງທ້ອງຖິ່ນກໍ່ພະຍາຍາມນໍາອາສະໝັກມາໃຫ້ການປິ່ນປົວໂດຍໄວມາຮອດວັນທີ 13 ເດືອນມັງກອນນີ້, ກໍ່ມີປະຊາຊົນທີ່ມີອາການຄ້າຍຄືກັນຕື່ມອີກ 18 ຄົນ, ຍິງ 15 ຄົນ ໃນນີ້ມີເດັກນ້ອຍ 3 ຄົນ ແລະຕົກມາຮອດວັນ ທີ 14 ຂອງເດືອນດຽວກັນກໍ່ມີປະຊາຊົນຕິດພະຍາດດັ່ງກ່າວຕື່ມອີກ 31 ຄົນ, ຍິງ 3 ຄົນ ແລະມີນັກຮຽນຕື່ມອີກ 7 ຄົນອັນໄດ້ເຮັດໃຫ້ມີຕົວເລກຕິດພະຍາດຖອກທ້ອງ, ປວດຮາກຈໍານວນ 61 ຄົນ, ຍິງ 25 ຄົນ ໃນນີ້ມີເດັກ ນ້ອຍ 10 ຄົນ.

  ດັ່ງນັ້ນ, ໃນວັນທີ 14 ມັງກອນ 2019 ຫ້ອງການສາທາລະນະສຸກເມືອງຈໍາພອນໄດ້ສົມທົບກັບໜ່ວຍງານລະບາດວິທະຍາ ແລະທີມງານແພດໝໍພ້ອມຢຸກ ຢາຈຳນວນໜຶ່ງລົງຕ້ານຂອງການລະບາດຢ່າງເລັ່ງດ່ວນໂດຍໄດ້ເຕົ້າໂຮມເອົາຜູ້ທີ່ປ່ວຍມາປິ່ນປົວທີ່ສາລາໂຮງທໍາຂອງບ້ານຊຶ່ງໃນຈຳນວນຜູ້ຕິດພະຍາດທັງ ໝົດແມ່ນຍັງບໍ່ມີຜູ້ເສຍຊີວິດມາຮອດປະຈຸບັນນີ້, ແມ່ນຍັງບໍ່ທັນພົບຂອງການລະບາດຕື່ມຊຶ່ງທີມງານແພດໝໍໄດ້ສຸມຢາຢ່າງທັນການພ້ອມທັງເກັບຕົວຢ່າງຂອງພະຍາດໄປວິໄຈ.

  ຈາກການສອບຖາມໃນເບື້ອງຕົ້ນພົບວ່າ: ປະຊາຊົນໄດ້ພາກັນມາບໍລິໂພກຊີ້ນງົວທີ່ຊື້ມາເຮັດງານພິທີງານຊາປະນະກິດສົບຂອງຄົນພາຍໃນບ້ານຊຶ່ງຕົວງົວດັ່ງກ່າວແມ່ນໄດ້ຊື້ມາຈາກບ້ານທວດແຕ່ບໍ່ຊາບວ່າເປັນງົວຕິດພະຍາດ ຫຼື ວ່າໄດ້ສັກຢາກັນພະຍາດ, ໂດຍທີມງານແພດສັນນະສູດເບື້ອງຕົ້ນວ່າ: ອາດຈະເປັນຍ້ອນການກິນຊີ້ນງົວນີ້ກໍ່ອາດເປັນໄດ້ (ຈິ່ງເກີດວ່າມີອາຫານເປັນພິດ) ຊຶ່ງຈໍານວນຜູ້ປ່ວຍກໍ່ລ້ວນແຕ່ເປັນຄົນສາຍຍາດ ແລະໃກ້ຊິດກັບຜູ້ບໍລິໂພກຊີ້ນສັດທັງນັ້ນແຕ່ເຖິງຢ່າງໃດກໍດີເລື່ອງການກິນອາຫານກໍ່ຄວນຄໍານຶງເຖິງຄວາມສະອາດ ແລະ ສຸກຈິ່ງມີຄວາມປອດໄພ.