ທ່ຽວຊົມຕາດຫ່ຽນ ເມືອງນານ

  ແຂວງຫຼວງພະບາງ ເປັນ ອີກແຂວງໜຶ່ງທີ່ຢູ່ທາງພາກເໜືອຂອງປະເທດລາວເຮົາທີ່ເຕັມໄປດ້ວຍທໍາມະຊາດທີ່ສວຍສົດງົດ ງາມຫຼາຍແຫ່ງ ແລະເປັນດິນແດນ ທີ່ມີຄວາມຫຼາກຫຼາຍທາງດ້ານທໍາມະຊາດ, ທັງມີພູຜາ, ປ່າໄມ້ ແລະນໍ້າຕົກຕາດທີ່ມີຊື່ສຽງ ນອກນັ້ນຍັງມີຄວາມໂດດເດັ່ນທາງດ້ານວັດທະນະທໍາ ແລະປະຫວັດສາດ.

ຕາດຫ່ຽນ ເມືອງນານ ຖືວ່າ ເປັນອີກໜຶ່ງສະຖານທີ່ທ່ອງທ່ຽວທາງທໍາມະຊາດ ຊຶ່ງນັກທ່ອງທ່ຽວ ສາມາດໄປທ່ຽວຊົມໂຕຈິງໄດ້, ນໍ້າຕົກຕາດດັ່ງກ່າວເປັນສະຖານທີ່ ທ່ອງທ່ຽວທາງທຳມະຊາດທີ່ມີ ຄວາມສວຍງາມ ແລະມີຄົນເດີນທາງໄປທ່ຽວຊົມ,ພັກຜ່ອນຢ່ອນອາລົມ,ສຳຜັດກັບກີ່ນອາຍຂອງທຳມະຊາດ ແລະສາຍນໍ້າພ້ອມທັງສາຍລົມເຢັນຢູ່ສະເໝີເມື່ອບັນດາທ່ານໄດ້ໄປສຳພັດຕົວຈິງຈະມີຄວາມຮູ້ສຶກໂລດວ່າເຕັມອີ່ມກັບສະພາບແວດລ້ອມທີ່ສວຍງາມແລະມີໂງ້ນຫີນເກາະກ່າຍ,ນໍ້າໃສເຢັນໆໄຫຼຜ່ານ

ຕະຫຼອດໃນຊ່ວງລະດູຝົນ,ອ້ອມສອງຟາກຕາດຈະເຕັມໄປ ດ້ວຍຕົ້ນໄມ້ໃຫຍ່-ນ້ອຍຕັ້ງຢັ້ງຢາຍຢູ່ເປັນແຖວກໍວ່າໄດ້ຊຶ່ງຕັ້ງຢູ່ເມືອງ ນານ, ຫ່າງຈາກຕົວເມືອງນະຄອນ ຫຼວງພະບາງປະມານ 48 ກິໂລ ແມັດ ແລະຫ່າງຈາກຕົວເມືອງນານປະມານ 14 ກິໂລແມັດ.ນອກຈາກຄວາມສວຍງາມ ເຫຼົ່ານັ້ນແລ້ວ,ອາກາດກໍຍັງເປັນມິດ ກັບຜູ້ຄົນທີ່ໄປທ່ອງທ່ຽວ,ຍ້ອນວ່າອາກາດສົດຊື່ນເຢັນສະບາຍໃຈສະອາດຕາ ໂດຍລວມແລ້ວຍັງຄົງ ຮັກສາໄວ້ທໍາມະຊາດບໍ່ມີການປ່ຽນແປງຈິງກາຍເປັນທີ່ນິຍົມຂອງນັກທ່ອງທ່ຽວທັງພາຍໃນ ແລະຕ່າງ ປະເທດ.

-----------

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ