ເປີດງານເທດສະການທ່ອງທ່ຽວ ແລະວັດທະນະທຳສາກົນແຂວງຫູໜານ ສປ ຈີນປະຈຳປີ 2019 ຢ່າງເປັນທາງການ

  ແຂວງຫູໜານ. ເມືອງອີ່ສາງໄດ້ຈັດພິທີເປີດງານເທດສະການທ່ອງທ່ຽວ ແລະ ວັດທະນະທຳສາກົນປະຈຳປີ 2019 ຂຶ້ນໃນວັນທີ 22 ກັນຍານີ້,ທີ່ເມືອງອີ່ສາງ ແຂວງຫູໜານໂດຍການເຂົ້າຮ່ວມຂອງສະຫາຍ ສະຫວັນຄອນ ຣາຊມຸນຕຣີ ຄະນະປະຈຳພັກກະຊວງຮອງລັດຖະມົນຕີກະຊວງຖະແຫລງຂ່າວວັດທະນະທຳ ແລະ ທ່ອງທ່ຽວ, ສະຫາຍ ນາງ ອູ່ ຫລານ ຮອງເລຂາພັກແຂວງຫູໜານ, ພ້ອມດ້ວຍຄະນະພັກ, ຄະນະນຳແຂວງຫູໜານ, ພ້ອມດ້ວຍຄະນະທີ່ມາຈາກບັນດາປະເທດສະມາຊີກອາຊຽນ, ເອີຣົບ ແລະ ອາເມລິກາເຂົ້າຮ່ວມລວມທັງນັກທ່ອງທ່ຽວພາຍໃນປະເທດເຂົ້າຮ່ວມ 400 ກວ່າຄົນ.

   ໃນພິທີ ສະຫາຍ ສະຫວັນຄອນ ຣາຊມຸນຕຣີ ໄດ້ກ່າວບາງຕອນສຳຄັນໃຫ້ຮູ້ວ່າ : ຂ້າພະເຈົ້າຕາງໜ້າໃຫ້ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວສະ ແດງຄວາມຊົມເຊີຍຢ່າງສຸດໃຈຕໍ່ການເປີດງານເທດສະການທ່ອງທ່ຽວ ແລະ ວັດທະນະທຳແຂວງຫູໜານປະຈຳປີ 2019 ແລະສະແດງຄວາມຂອບໃຈຢ່າງຈິງໃຈມາຍັງປະຊາຊົນແຂວງຫູໜານທີ່ໃຫ້ການສະໜັບສະໜູນຕໍ່ການພັດທະນາການທ່ອງທ່ຽວ ແລະ ແລກ ປ່ຽນວັດທະນະທຳລະຫວ່າງລາວ ແລະ ຈີນຕະຫລອດໄລຍະທີ່ຜ່ານມາຂ້າພະເຈົ້າຮູ້ສຶກພາກພູມໃຈຫລາຍທີ່ໄດ້ຮັບກຽດຂຶ້ນປະກອບຄຳຄິດເຫັນໃນພິທີເປີດໃນນາມແຂກກິຕິມະສັກ ແລະຮູ້ສຶກປີຕິຊົມຊື່ນເປັນຢ່າງສູງທີ່ໄດ້ມາຢ້ຽມຢາມແຂວງຫູໜານເຊິ່ງເປັນບ້ານເກີດປະທານເໝົາ ເຈີ ຕຸງ ກໍ່ຄືພູໝາງຊານ ເມືອງເຊີງໂຈທີ່ສວຍງາມ.

 ດັ່ງທີ່ບັນດາທ່ານຮັບຊາບນຳກັນດີແລ້ວວ່າສປປລາວ ແລະ ສປ ຈີນເປັນປະເທດບ້ານໄກ້ເຮືອນຄຽງທີ່ມີພູຜາປ່າໄມ້ແມ່ນໍ້າລຳເຊ ແລະ ຊາຍ ແດນເຊື່ອມຈອດກັນເຊິ່ງປະ ຊາຊົນສອງປະເທດລາວ-ຈີນໄດ້ຮັບການເສີມຂະຫຍາຍທັງທາງກວ້າງ ແລະ ລວງເລີກເປັນປະເທດບ້ານໄກ້ເຮືອນຄຽງທີ່ດີ,ລາວ-ຈີນໄດ້ຢຶດໝັ້ນທາງການພົວພັນແບບຮ່ວມຍຸດທະສາດຮອບດ້ານໝັ້ນຄົງຍາວນານຕາມທິດ 4 ດີ, ເປັນຄູ່ຮ່ວມຊະຕາສັງຄົມ ນິຍົມທີ່ບໍ່ສາມາດຕັດແຍກອອກຈາກກັນໄດ້, ເວົ້າສະເພາະແຂວງຫູໜານ ແລະ

ສປປ ລາວ ໄດ້ເພີ່ມທະວີການຮ່ວມມືທາງດ້ານວັດທະນະທຳ ແລະ ທ່ອງທ່ຽວໃຫ້ແທດເໝາະກັບສະພາບການຕົວຈິງນັບແຕ່ເດືອນກໍລະກົດ 2018 ທີ່ຜ່ານມາໄດ້ລິເລີ່ມໂຄງການເຊື້ອເຊີນນັກທ່ອງທ່ຽວຫູໜານຫລາຍກວ່າ 10.000 ຄົນໄປຢ້ຽມຢາມສປປລາວເຊິ່ງໄດ້ສຳເລັດຕາມລະດັບຄາດໝາຍຕົວເລກນີ້ຊີ້ໃຫ້ເຫັນວ່າສະຖານທີ່ທ່ອງທ່ຽວຂອ ງລາວໄດ້ມີຄວາມສົນໃຈຈາກນັກທ່ອງທ່ຽວຊາວຫູໜານ.

 ໃນທີ່ນີ້ຂ້າພະເຈົ້າຂໍຂອບໃຈນຳຄະນະພັກ, ຄະນະນຳ, ອຳນາດການປົກຄອງກໍ່ຄືພະແນກວັດທະນະທຳ ແລະ ທ່ອງທ່ຽວແຂວງຫູໜານທີ່ໄດ້ໃຫ້ການສະໜັບສະໜູນຕໍ່ໂຄງການດັ່ງກ່າວ, ຂ້າພະເຈົ້າຂໍຖືໂອກາດນີ້ແຈ້ງໃຫ້ຊາບວ່າປະຕິບັດຕາມການຕົກລົງເຫັນດີຂອງສອງລັດຖະບານລາວ-ຈີນໃນການຈັດຕັ້ງປີທ່ອງທ່ຽວລາວ-ຈີນ 2019, ສອງປະເທດລາວ ແລະ ຈີນໄດ້ຈັດຕັ້ງພິທີເປີດປີທ່ອງທ່ຽວລາວ-ຈີນ 2019 ຂຶ້ນທີ່ນະຄອນຫລວງວຽງຈັນໃນວັນທີ 25 ມັງກອນ 2019, ແຜນກິດຈະກຳຕ່າງໆທີ່ຈະຈັດຂຶ້ນຢູ່ສປປລາວ ແລະ ສປ ຈີນ ຕາມລຳດັບແຕ່ນີ້ຈົນຮອດທ້າຍປີ 2019, ນອກຈາກນີ້ຍັງມີກິດຈະກຳຈຳນວນໜຶ່ງເຊິ່ງຈະຈັດຂຶ້ນຢູ່ແຂວງຫູໜານໃນເດືອນ ຕຸລາ ຫາ ເດືອນພະຈິກ 2019 ທີ່ຈະມາເຖິງນີ້ ແລະ ຫວັງຢ່າງຍິ່ງວ່າການນໍາແຂວງຫູໜານ, ອຳນາດການປົກຄອງກໍ່ຄືປະຊາຊົນຊາວແຂວງຫູໜານຈະໃຫ້ການຮ່ວມມືທີ່ດີເຮັດໃຫ້ການຈັດຕັ້ງກິດຈະກຳດັ່ງກ່າວປະສົບຜົນສຳເລັດຕາມລຳດັບຄາດໝາຍ.

 ທ່ານໄດ້ກ່າວຕື່ມອີກວ່າ : ພາຍຫລັງເປີດປີທ່ອງທ່ຽວລາວ-ຈີນ 2019 ເປັນຕົ້ນມາອີງຕາມສະຖິຕິ 6 ເດືອນຕົ້ນປີ 2019 ນຮ້ໄດ້ມີນັກທ່ອງ ທ່ຽວເຂົ້າມາທ່ຽວລາວ 2 ລ້ານກວ່າຄົນເພີ່ມຂຶ້ນ 5% ທຽບໃສ່ໄລຍະດຽວກັນໃນປີ 2018 ໃນນັ້ນຈຳນວນນັກທ່ອງທ່ຽວຈີນມີເຖິງ 5 ແສນກວ່າຄົນເພີ່ມຂຶ້ນ 13% ຖືວ່າເປັນທ່າອ່ຽງທີ່ດີເຊິ່ງຄາດວ່າຈຳນວນນັກທ່ອງທ່ຽວຈີນທີ່ເຂົ້າມາທ່ຽວລາວຈະບັນລຸຕົວເລກຄາດໝາຍ 1 ລ້ານເທື່ອຄົນໃນປີ 2019, ຂ້າພະເຈົ້າເຊື່ອໝັ້ນວ່າງານເທດສະການທ່ອງທ່ຽວ ແລະ ວັດທະນະທຳສາກົນປະຈຳປີ 2019 ຂອງແຂວງຫູໜານຄັ້ງນີ້ຈະເປັນນິມິດໝາຍອັນດີໃຫ້ແກ່ການເສີມສ້າງສາຍພົວພັນຮ່ວມມືໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນໂດຍສະເພາະແນໃສ່ການກະຕຸກຊຸກຍູ້ ແລະ ການເພີ່ມທະວີການຮ່ວມມືດ້ານການທ່ອງທ່ຽວ, ການຄ້າ ແລະ ການລົງທຶນຂອງສອງປະເທດລາວ-ຈີນໃຫ້ນັບມື້ນັບກວ້າງຂວາງຍິ່ງຂຶ້ນ.

-------------------
ຂ່າວ-ພາບ : ສຸກສາຄອນ