ເປີດໃຊ້ອາຄານປິ່ນປົວພະຍາດລວມໂຮງໝໍ 103

  ວັນທີ 19 ມັງກອນຜ່ານມາທີ່ນະຄອນຫຼວງວຽງຈັນ ໄດ້ມີພິທີມອບ-ຮັບ ເປີດນຳໃຊ້ຕຶກປິ່ນປົວພະຍາດລວມໂຮງໝໍ 103 ກອງທັບປະຊາຊົນລາວ, ໂດຍການຊ່ວຍເຫຼືອຈາກກະຊວງປ້ອງກັນປະເທດ ສປ ຈີນ ໃຫ້ກຽດເຂົ້າຮ່ວມຂອງທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ທ່ານ ພົນເອກ ໝຽວ ຫົວຫົວໜ້າກົມວຽກງານການເມືອງຄະນະກຳມະການທະຫານສູນກາງຈີນ, ທ່ານ ພົນຕີ ຫຼີ່ງຊິງເຈຍ ຮອງຫົວໜ້າກົມພະລາທິການຄະນະກຳມະການທະຫານສູນກາງ, ມີບັນດານາຍ ແລະພົນທະຫານລາວ-ຈີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ໂຄງການດັ່ງກ່າວລວມມີ 9 ຊັ້ນ, ຕຶກຮັບຮອງ 3 ຊັ້ນ, ຕືກວິຊາການ 2 ຊັ້ນ, ລວມທັງໝົດມີ 288 ຕຽງ, ລວມມູນຄ່າການກໍ່ສ້າງທັງໝົດ 197 ລ້ານ ຢວນ. ໂຄງການດັ່ງກ່າວແມ່ນໄດ້ຮັບການຊ່ວຍເຫຼືອກໍ່ສ້າງຈາກໂຮງໝໍຊີຈີງທີ່ຂຶ້ນກັບມະຫາວິທະຍາໄລແພດສາດກອງທະຫານອາກາດກອງທັບປົດປ່່ອຍປະຊາ ຊົນຈີນ, ອອກແບບໂດຍສະຖາບັນຄົ້ນຄວ້າອອກແບບວິສະວະກໍາ ແລະແຜນການກົມໃຫຍ່ພາລະທິການກອງທັບປົດປ່ອຍປະຊາຊົນຈີນ, ຮັບເໝົາກໍ່ສ້າງໂດຍ ກຸ່ມບໍລິສັດກໍ່ສ້າງລົງທຶນ ແລະຖືຮຸ້ນ ແຂວງຢູນນານ ຈໍາກັດ.

  ທ່ານ ພົນຕີ ຫຼີ່ງຊິງເຈຍ ກ່າວວ່າ: ໂຄງການຊ່ວຍເຫຼືອໂຮງໝໍ 103 ກອງທັບປະຊາຊົນລາວແມ່ນມີຄວາມໝາຍຄວາມສໍາຄັນຂອງກອງທັບລາວ-ຈີນ ໃນການຈັດຕັ້ງຜັນຂະຫຍາຍມະຕິຕົກລົງທີ່ເປັນເອກະພາບຮ່ວມກັນຂອງການນຳທັງສອງຝ່າຍທີ່ວ່າ “ສ້າງໃຫ້ເປັນສິ່ງທີ່ມີຄວາມໝາຍທາງດ້ານຍຸດທະສາດການເປັນຄູ່ຮ່ວມຊະຕາກຳດຽວກັນຂອງສອງຊາດລາວ-ຈີນ” ເປັນໝາກຜົນທີ່ເປັນຫຼັກໝາຍບອກໃຫ້ຮູ້ເຖິງການຮ່ວມມືແລກປ່ຽນຂອງສອງກອງທັບ, ຈະຕ້ອງໄດ້ມີການພັດທະນາຢ່າງຮອບດ້ານ, ທັງເປັນການຕື່ນຕົວເອົາໃຈໃສ່ຊຸກຍູ້ສົ່ງເສີມ ແລະສົ່ງຜົນຢ່າງເລິກເຊິ່ງກວ້າງໄກຕໍ່ຄວາມສຳພັນແບບບ້ານໃກ້ເຮືອນຄຽງທີ່ດີຂອງສອງປະເທດ.

  ທ່ານ ພົນຈັດຕະວາ ຄຳເພັດ ສີຊານົນ ຮອງຫົວໜ້າກົມໃຫຍ່ພະລາທິການກະຊວງປ້ອງກັນປະເທດໃຫ້ຮູ້ວ່າ: ການກໍ່ສ້າງຕຶກປິ່ນປົວທົ່ວໄປຄັ້ງນີ້ແມ່ນການ ປະກອບສ່ວນອັນສຳຄັນເຂົ້າໃນການເສີມສ້າງສາຍພົວພັນມິດຕະພາບ, ຄວາມສາມັກຄີ ແລະການຮ່ວມມືຮອບດ້ານລະຫວ່າງສອງຊາດ, ສອງກອງທັບລາວ-ຈີນຕາມທິດ 4 ດີ ແລະ ທັງເປັນການຍົກລະດັບຄຸນນະພາບໃນວຽກງານການແພດຂອງກອງທັບປະຊາຊົນລາວໃຫ້ມີປະສິດທິພາບສູງທຽບເທົ່າກັບສາກົນ ແລະພາກພື້ນ.