ເມືອງຫຼວງນໍ້າທາ ຊຸກຍູ້ໜ່ວຍສິລະປະວັນນະຄະດີ 2 ບ້ານ

  ວັນທີ 6 ກັນຍາ 2019, ຫົວໜ້າອະນຸກຳມະການຂະບວນ ການ, ກອງປະຊຸມໃຫຍ່ຄັ້ງທີ 10 ຂອງອົງຄະນະບໍລິຫານງານພັກ ເມືອງຫຼວງນໍ້າທາລົງຊຸກຍູ້ໜ່ວຍສິ ລະປະວັນນະຄະດີຢູ່ບ້ານນໍ້າແງ້ນ ແລະບ້ານນໍ້າມັດໃໝ່ ເມືອງຫຼວງ ນໍ້າທາ ໂດຍມີທ່ານ ຈ໋າຍທອງສິງ ຫົວໜ້າຫ້ອງການຊັບພະຍາກອນ      ທຳມະຊາດ ແລະສິ່ງແວດລ້ອມ ເມືອງຫຼວງນໍ້າທາ, ມີການຈັດຕັ້ງ 2 ບ້ານ, ເຖົ້າແກ່ແນວໂຮມ, ແລະ ມີໜ່ວຍສິລະປະວັນນະຄະດີພ້ອມ ດ້ວຍພໍ່ແມ່ປະຊາຊົນເຂົ້າຮ່ວມ.

ຈຸດປະສົງລົງຊຸກຍູ້ວຽກງານ ວັນນະຄະດີທັງສອງບ້ານຄັ້ງນີ້ກໍ່ ເພື່ອເປັນການ,ກະກຽມຄວາມພ້ອມດ້ານເນື້ອລາຍການ, ບົດເພງ, ບົດຟ້ອນຈັ່ງຫວະ,ສຽງດົນຕີ, ການນຸ່ງຖື,ການແຕ່ງກາຍໃຫ້ຖືກຕ້ອງຕາມວັດທະນະທຳຮີດຄອງປະເພນີອັນດີງາມຂອງເຜົ່າທີ່ສືບທອດກັນມາແຕ່ບູຮານນະການ, ໜ່ວຍວັນນະຄະດີທັງສອງບ້ານຜ່ານການ ຝຶກຊ້ອມມາເຖິງປະຈຸບັນມີຄວາມ ພ້ອມ 100%, ເພື່ອສະແດງຕ້ອນ ຮັບກອງປະຊຸມໃຫຍ່ຄັ້ງທີ 10 ຂອງ ອົງຄະນະບໍລິຫານງານພັກເມືອງຫຼວງນໍ້າທາ ທີ່ຈະໄຂຈັດຂຶ້ນໃນມໍ່ໆ ໃຫ້ມີບັນຍາດຟົດຟື້ນມ່ວນຊື່ນ.

ໜ່ວຍສິລະປະວັນນະຄະດີບ້ານນໍ້າແງ້ນ ມີ 3 ລາຍການ: ແຊໄຕ໋ ດຳ, ແຊປຽວ ແລະຂັບໄຕ໋ແດງ (ອວຍພອນການນໍາ), ສ່ວນໜ່ວຍສິລະປະວັນນະຄະດີ ບ້ານນໍ້າມັດ ໃໝ່ ມີ 2 ລາຍການຄື: ບົດຟ້ອນ ພວກເຮົາເປັນນັກຮຽນ ແລະບົດ ຟ້ອນດຸໝັ່ນຮຽນໜັງສື.

-------------

 ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ