ສະແດງແລກປ່ຽນວັດທະນະທຳອາເມລິກາ

  ໃນຕອນຄໍ່າຂອງວັນທີ 14 ກັນຍາ 2019 ທີ່ຫໍວັດທະນະທຳ ແຫ່ງຊາດນະຄອນຫຼວງວຽງຈັນໄດ້ມີການຈັດສະແດງຄອນເສີດ ແລະງານວັດທະນະທຳຂອງສະຫະ ລັດອາເມລິກາ, ໂດຍມີທ່ານ ຣິນາ ບິດເຕີ ເອກອັກຄະລັດທະທູດສະຫະລັດອາເມລິກາປະຈຳ ສປປ ລາວ, ທ່ານ ບົວເງິນ ຊາພູວົງ ຮອງລັດ ທະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ, ມີ ມວນຊົນເຂົ້າຊົມການສະແດງເປັນ ຈຳນວນຫຼວງຫຼາຍ.

ທ່ານ ຣິນາ ບິດເຕີ ໄດ້ກ່າວວ່າ:ການສະແດງຄັ້ງນີ້ເປັນກຸ່ມສິນລະປິນທີ່ມີເອກກະລັກ ແລະມີສະເໜ່ ຂອງສະຫະລັດອາເມລິກາ ແລະຍັງ ໄດ້ສາຍຍານາມວ່າເປັນທູດທາງດ້ານດົນຕີເປັນການສະແດງທີ່ບົ່ງບອກເຖິງຄວາມຈິງໃຈແລະຄວາມມ່ວນຊື່ນ ແລະຍັງໄດ້ຮ່ວມສະແດງ ກັບສິນລະປິນຂອງລາວທີ່ມີຊື່ສຽງ, ເພື່ອຈະສົ່ງໄປເປັນກຳລັງໃຈໃຫ້ກັບຜູ້ທີ່ຖືກໄພນໍ້າຖ້ວນທາງພາກໃຕ້ ຂອງລາວ.

ທ່ານ Oscar Williams ຫຼື ວົງ The Bad if life ໄດ້ໃຫ້ສຳ ພາດວ່າ: ການສະແດງຄັ້ງນີ້ປະກອບສ່ວນສົ່ງກໍາລັງໃຈໄປຊ່ວຍ ເຫຼືອພີ່ນ້ອງຊາວລາວທີ່ປະສົບໄພນໍ້າຖ້ວນທາງພາກໃຕ້ ແລະຂໍສະແດງຄວາມເສຍໃຈນຳເຫດການທີ່ ເກີດຂຶ້ນ, ສຳລັບການສະແດງຄັ້ງນີ້ເປັນການສະແດງຮ່ວມກັບນັກຮ້ອງລາວທີ່ມີຊື່ສຽງໂດ່ງດັງເຊັ່ນ: Aluna, Ola Blackeyes ແລະ ກຸ່ມເຕັ້ນ EL-A-OH.

-------------

  ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ