ຫຼວງນໍ້າທາ ມອບໃບຢັ້ງຢືນຄອບຄົວ ວັດທະນະທໍາໃຫ້ບ້ານນໍ້າສ່າ

  ວັນທີ 5 ກັນຍາ 2019 ຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ໄດ້ມອບໃບຢັ້ງຢືນຄອບຄົວວັດທະນະທໍາ ໃຫ້ບ້ານນໍ້າສ່າ ໃນວັນທີ 5 ກັນຍາ  2019 ໂດຍການເຂົ້າຮ່ວມຂອງ ທ່ານ ສຸກສັນ ພະກາສີ ຫົວໜ້າ ຫ້ອງການຖະແຫຼງຂ່າວ,ວັດທະນະທໍາ ແລະທ່ອງທ່ຽວເມືອງຫຼວງ ນໍ້າທາ, ພ້ອມດ້ວຍຄະນະ, ມີອົງການຈັດຕັ້ງບ້ານນໍ້າສ່າ,ປະຊາ ຊົນພາຍໃນບ້ານ ແລະວິຊາການທີ່ກ່ຽວຂ້ອງຂອງເມືອງເຂົ້າຮ່ວມ.

ບ້ານນໍ້າສ່າຕັ້ງຢູ່ທາງທິດຕາ ເວັນຕົກຂອງເມືອງຫຼວງນໍ້າທາຫ່າງຈາກເທສະບານເມືອງ ປະມານ 12 ກິໂລແມັດ, ຊຶ່ງເປັນ ບ້ານເຜົ່າອາຄາ ປະກອບມີ 79 ຫຼັງຄາເຮືອນ, ມີ 105 ຄອບຄົວ, ມີພົນລະເມືອງ 489 ຄົນ, ຍິງ 240 ຄົນ, ອາຊີບຂອງປະຊາຊົນສ່ວນຫຼາຍແມ່ນການຜະລິດກະສິ ກໍາ,ປູກຝັງ-ລ້ຽງສັດ, ເກັບເຄື່ອງ ປ່າຂອງດົງ, ທົ່ວບ້ານມີເນື້ອທີ່ນາ 2 ເຮັກຕາ, ເນື້ອທີ່ໄຮ່ 66 ເຮັກ ຕາ, ເນື້ອທີ່ສວນຢາງພາລາ 148 ເຮັກຕາ, ເນື້ອທີ່ສວນໝາກແໜ່ງ 39 ເຮັກຕາ, ເນື້ອທີ່ພືດລົ້ມລຸກ 4 ເຮັກຕາ, ມີຄວາຍ 60 ໂຕ, ງົວ 10 ໂຕ, ແບ້ 300 ໂຕ, ໝູ 230 ໂຕ, ສັດປີກ 500 ກວ່າໂຕສາມາດສ້າງລາຍຮັບເຂົ້າບ້ານຈາກ ການຂາຍສັດລ້ຽງ, ເຄື່ອງປ່າຂອງ ດົງ, ການເກັບກູ້ນໍ້າຢາງພາລາ, ພືດ ຜັກ ແລະອື່ນໆ 1,5 ຕື້ກີບ ສະເລ່ຍ ໃສ່ຫົວຄົນ 8 ລ້ານກວ່າກີບຕໍ່ຄົນ ຕໍ່ປີ.

ອີງຕາມການລົງຊຸກຍູ້ຂອງ ຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວເມືອງຫຼວງ ນໍ້າທາ,ໃນການຕິດຕາມ, ກວດກາແລະປະເມີນຜົນ,ການສ້າງຄອບ ຄົວ ແລະບ້ານວັດທະນະທໍາຢູ່ບ້ານນໍ້າສ່າ ເຫັນວ່າບ້ານນໍ້າສ່າມີຄອບ ຄົວວັດທະນະທໍາຄົບຕາມ 5 ມາດ ຖານເງື່ອນໄຂທີ່ໄດ້ຮັບການຢັ້ງຢືນເປັນຄອບຄົວວັດທະນະທໍາ 74 ຄອບຄົວ ເທົ່າກັບ 93% ຂອງ ຄອບຄົວທັງໝົດພາຍໃນບ້ານ. ໃນໂອກາດດຽວກັນກໍ່ໄດ້ມອບໃບຢັ້ງ ຢືນໃຫ້ຄອບຄົວວັດທະນະທໍາຂອງ ບ້ານນໍ້າສ່າຈໍານວນ 74 ຄອບຄົວຢ່າງສົມກຽດ.

ພ້ອມນັ້ນຕອນທ້າຍພິທີທ່ານຫົວໜ້າຫ້ອງການ ຖວທ ເມືອງ ຫຼວງນໍ້າທາກໍ່ໄດ້ໂອ້ລົມຕໍ່ປະຊາຊົນພາຍໃນບ້ານ,ກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານຂອງບ້ານທີ່ຍາດມາໄດ້ ແລະໄດ້ຮຽກຮ້ອງໃຫ້ປະຊາຊົນສືບຕໍ່ຮັກສາມູນເຊື້ອຄອບຄົວວັດທະນະທໍາ,ພ້ອມກັນເຕົ້າໂຮມຄວາມສາມັກຄີຕໍ່ການຊີ້ນໍາ-ນໍາພາຂອງພັກສ້າງຂະບວນການດ້ານຕ່າງໆເປັນຕົ້ນຂະບວນການອອກແຮງງານ,ການສະແດງສິລະປະວັນນະຄະດີ,ການຜະລິດກະສິກໍາເປັນສິນຄ້າໃຫ້ເປັນຂະບວນຟົດຟື້ນເພື່ອກະກຽມປະກາດບ້ານນໍ້າສ່າເປັນບ້ານວັດທະນະທໍາຢ່າງເປັນທາງການໃນທ້າຍປີນີ້.

-----------

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ