ຫັດຖະກຳຈັກສານ ຖືກເປັນທີ່ຕ້ອງການຂອງຕະຫຼາດ

  ວຽກງານຫັດຖະກຳຈັກສານເປັນວຽກງານໜຶ່ງທີ່ຕິດພັນກັບການເສີມສ້າງພູມປັນຍາຂອງປະຊາຊົນເນື່ອງຈາກການຜະລິດຫັດຖະກຳທີ່ຜະລິດຈາກສີໄມ້ລາຍ ມືຂອງປະຊາຊົນບັນດາເຜົ່ານີ້ສາມາດເປັນເຄື່ອງໃຊ້ສອຍ ແລະເປັນຂອງທີ່ລະນຶກຂອງຝາກຂອງຕ້ອນໃຫ້ແຂກ, ນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດໄດ້ ຊຶ່ງເປັນໂອກາດດີທີ່ແຂວງອັດຕະປືເປີດປີທ່ອງທ່ຽວລາວ 2018, ບັນດາກຸ່ມຫັດຖະກຳຕ່າງໆກໍໄດ້ຊອກວິທີທາງຄົ້ນຄິດອອກແບບຜະລິດຕະພັນຫັດຖະກຳຈັກສານຫຼາຍຢ່າງເພື່ອໃຫ້ປະຊາຊົນໄດ້ນຳໄປຜະລິດເປັນສິນຄ້າສ້າງລາຍຮັບໃຫ້ແກ່ຕົນເອງໃນນີ້ກໍ່ມີກຸ່ມຫັດຖະກຳຈັກສານບ້ານລະຍາວໃຕ້ເມືອງສາມັກຄີໄຊ ແຂວ ງອັດຕະປືກໍແມ່ນອີກກຸ່ມໜຶ່ງທີ່ໄດ້ເປັນຕົວແບບຜະລິດຫັດຖະກຳຈັກສານທີ່ເປັນສິ່ງໃໝ່ເຮັດໃຫ້ຍອດຂາຍສູງ ແລະ ປະຊາຊົນຜູ້ຜະລິດມີລາຍຮັບໃນປະຈຸບັນຢ່າງເປັນປະຈຳ.

  ທ່ານ ນາງ ພູໄຫວ ສຸລິເງິນ ຫົວໜ້າກຸ່ມຫັດຖະກຳບ້ານລະຍາວໃຕ້ກ່າວວ່າ: ງານສີມືຫັດຖະກຳຈັກສານສຳລັບຢູ່ບ້ານລະຍາວນີ້ມີທັງໝົດ 249 ຄອບ, ມີ 1.327 ຄົນ, ຍິງ 685 ຄົນກ່ຽວກັບຫັດຖະກຳຈັກສານເອື້ອຍນ້ອງແມ່ຍິງຊາວບ້ານດັ່ງກ່າວແມ່ນໄດ້ສືບທອດກັນມາແຕ່ປູ່ຍ່າຕາຍາຍຫຼາຍເຊັ່ນຄົນໄດ້ຮັບການພັດທະນາມາຕາມຍຸກສະໄໝກາຍມາເປັນງານຫັດຖະກຳຊາວບ້ານທີ່ຂຶ້ນຊື່ເປັນຜະລິດຕະພັນຫັດຖະກຳຈັກສານອັນງົດງາມບົ່ງບອກເຖິງພູມປັນຍາສິລະ ປະວັດທະນະທຳທ້ອງຖິ່ນສ້າງລາຍຮັບໃຫ້ແກ່ພໍ່ແມ່ປະຊາຊົນພາຍໃນບ້ານ,ເມື່ອກ່ອນໜ້ານີ້ການຈັກສານຂອງປະຊາຊົນພາຍໃນບ້ານຖືເປັນອາຊີບສຳຮອງຂອງປະຊາຊົນໃນການແກ້ໄຂຊີວິດການເປັນຢູ່ແຕ່ກະແຈກກະຈາຍໄປແຕ່ລະຄອບຄົວຍັງບໍ່ທັນເຂົ້າເຖິງການບໍລິການເທົ່າທີ່ຄວນພາຍຫຼັງຂັ້ນເທິງໂດຍສະເພາະສະ ຫະພັນແມ່ຍິງບ້ານກໍຄືອຳນາດການປົກຄອງໄດ້ຈັດຕັ້ງກຸ່ມຫັດຖະກຳຊາວບ້ານຂຶ້ນມີສະມາຊິກກຸ່ມເບື້ອງຕົ້ນ 48 ຄົນ ມາຮອດປະຈຸບັນມີ 402 ຄົນ ຫັດຖະກຳຜະລິດມີກະຕິບເຂົ້າ, ກະ ບຽນເຂົ້າ, ກະເຂິງ, ກະບຸງ, ກະດົ້ງ, ສາດ ແລະ ອື່ນໆລາຄາສູງສຸດ 50 ພັນກີບ ແລະ ຕ່ຳສຸດ 3 ພັນກີບ, ພາຍໃນກຸ່ມນອກຈາກຈະຜະລິດເຄື່ອງຈັກສານສຳລັບໃຊ້ສອຍແລ້ວບ້ານລະຍາວໃຕ້ຍັງເປັນອີກຮູບແບບໃນເຊິງຂອງການທ່ອງທ່ຽວນຳອີກເຊັ່ນ: ຕາດພອກ,ຕາດຊາຍທີ່ຊົງງົດງາມໜ້າສົນໃຈສຳລັບນັກທ່ອງທ່ຽວ.

  ທ່ານ ນາງ ພູໄຫວ ສຸລິເງິນ ຫົວໜ້າກຸ່ມຫັດຖະກຳຊາວບ້ານລະຍາວໃຕ້ກ່າວຕື່ມວ່າ: ປະຈຸບັນສາຂາຈຳໜ່າຍມີຢູ່ 4 ສາຂາໃຫຍ່ເປັນຕົ້ນແມ່ນສົ່ງຈຳໜ່າຍແຂວງສະຫວັນນະເຂດ ມີ 2 ຈຸດ, ແຂວງສາລະວັນ ມີ 2 ຈຸດ, ແຂວງຈຳປາສັກ ມີ 2 ຈຸດ, ແຂວງເຊກອງ ມີສາຂາ 20 ກວ່າຈຸດ ແລະໄດ້ສົ່ງຂາຍຕາມຕະ ຫຼາດພາຍໃນຈຳນວນໜຶ່ງພິເສດໃນປະຈຸບັນແມ່ນກຳລັງຈະນຳສົ່ງຈຳໜ່າຍທີ່ນະຄອນຫຼວງວຽງຈັນ ແລະສົ່ງອອກຕ່າງປະເທດເພື່ອນບ້ານຄື: ປະເທດໄທຊຶ່ງກຳລັງຢູ່ໃນຂັ້ນຕອນການອອກແບບຄາດວ່າຈະໄດ້ສົ່ງໄປຈຳໜ່າຍໃນເວລາອັນໃກ້ນີ້, ສະເລ່ຍໃນການສົ່ງອອກຈຳໜ່າຍໄດ້ 2 ຊຸດຕໍ່ເດືອນ, ສະມາຊິກໄດ້ມີລາຍ ຮັບຫຼາຍກວ່າ 2 ລ້ານກີບ, ລວມລາຍຮັບທັງໝົດໃນກຸ່ມການຜະລິດຫັດຖະກຳ 800 ລ້ານກວ່າກີບຕໍ່ປີ.

  ອີກເທື່ອໜຶ່ງໂອກາດນີ້ທ່ານໃດຫາກສົນໃຈຢາກໄປຢ້ຽມຊົມເຊີນໄດ້ທີ່ບ້ານລະຍາວໃຕ້ຊື່ເຈົ້າຂອງຮ້ານ ນາງ ພູໄຫວ ສຸລິເງິນ 030 9205189 ຈະພົບກັບຜະ ລິດຕະພັນອັນໃໝ່ໆຂອງພວກເຮົາໃນລາຄາເປັນກັນເອງໄວ້ບໍລິການທ່ານ.