ນຳເຂົ້ານໍ້າມັນ ແລະພາຫະນະຫຼຸດລົງ ຕົ້ນສາເຫດດ່ານປາກຊັນເກັບລາຍຮັບບໍ່ໄດ້ຕາມແຜນ

  ດ່ານພາສີສາກົນປາກຊັນ ແຂວງບໍລິຄຳໄຊ ເປັນອີກດ່ານທີ່ມີການບໍລິການສິນຄ້າຜ່ານ, ມີເສັ້ນທາງເຊື່ອມຕໍ່ລະຫວ່າງໄທ-ລາວ-ຫວຽດນາມ ຈຶ່ງກາຍເປັນປະຕູເສດຖະ ກິດການບໍລິການທາງຜ່ານອັນໄດ້ສ້າງເງື່ອນໄຂໃຫ້ແກ່ການຄ້າ, ການລົງທຶນ, ການທ່ອງທ່ຽວໃນປີຜ່ານໆມີບັນຍາກາດຟົດຟື້ນ ແລະເຮັດໃຫ້ການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດໄດ້ເກີນຄາດໝາຍແຕ່ໃນປີ 2019 ນີ້ອາດບໍ່ເຖິງແຜນໂດຍ 8 ເດືອນ ເກັບໄດ້ພຽງແຕ່ 132,5 ຕື້ກວ່າກີບ ເທົ່າກັບ 43,81% ຂອງແຜນການປີ, ທຽບໃສ່ໄລຍະດຽວກັນຂອງປີກ່ອນຫຼຸດລົງ 42,32% ສາເຫດແມ່ນການນຳເຂົ້າປະເພດນໍ້າມັນເຊື້ອໄຟ, ພາຫະນະ, ສິ້ນສ່ວນອາໄຫຼ່, ອາຍແກັດ, ເຄື່ອງໃຊ້ໄຟຟ້າ, ສິນຄ້າປະເພດອື່ນໆມີລັກສະນະຫຼຸດລົງ.

 

ທ່ານ ໄຊຊະນະ ວົງຊົມພູ ຮອງຫົວໜ້າດ່ານພາສີສາກົນປາກຊັນໄດ້ໃຫ້ສຳພາດວ່າ: ດ່ານພາສີສາກົນປາກຊັນປະກອບມີ 3 ໜ່ວຍງານ 3 ດ່ານປະເພນີຂຶ້ນກັບ (ໜ່ວຍງານຄຸ້ມຄອງການແຈ້ງ, ໜ່ວຍງານຄຸ້ມຄອງສາງ ແລະກວດກາສິນຄ້າ, ໜ່ວຍງານຄຸ້ມຄອງພາຫະນະ ແລະຜູ້ໂດຍສານ, ດ່ານປະເພນີບ້ານທວາຍ, ດ່ານປະເພນີປາກກະດິງ, ດ່ານປະເພນີທ່າສະອາດ) ຊຶ່ງແຕ່ດ່ານເຄື່ອນໄຫວວຽກງານຕາມພາລະບົດບາດໂດຍສະເພາະດ່ານພາສີສາກົນປາກຊັນໄດ້ເນັ້ນໃສ່ຂອດການບໍລິ ການໃຫ້ມີຄວາມສະດວກວ່ອງໄວ, ມີຄວາມໂປ່ງໃສ.

 

ໃນປີ 2019 ດ່ານພາສີສາກົນປາກຊັນໄດ້ຮັບຕົວເລກມອບໝາຍເກັບລາຍຮັບເຂົ້າງົບປະມານແຫ່ງລັດ 302 ຕື້ກີບ, ແຕ່ຜ່ານການຈັດຕັ້ງປະຕິບັດໃນ 8 ເດືອນ ສາ ມາດເກັບລາຍຮັບໄດ້ພຽງ 132,5 ຕື້ກີບເທົ່າກັບ 69,17% ຂອງແຜນການຖ້າທຽບໃສ່ແຜນການປີພວມໄດ້ 43,81%, ແຕ່ຖ້າທຽບໃສ່ໄລຍະດຽວກັນຂອງປີກ່ອນເທົ່າກັບ 57,68% ຫຼຸດລົງ 42,32% ຄິດເປັນເງິນປະມານ 97,2 ຕື້ກີບ.

  ສາເຫດທີ່ພາໃຫ້ການເກັບລາຍຮັບບໍ່ໄດ້ຕາມແຜນການຫຼັກໆມາຈາກການນໍາເຂົ້ານໍ້າມັນເຊື້ອໄຟໃນໄລຍະນີ້ຄວາມຕ້ອງການນໍ້າມັນເຊື້ອໄຟຮັບໃຊ້ໂຄງການເປັນຕົ້ນ: ໂຄງການກໍ່ສ້າງເຂື່ອນໄຟຟ້າງຽບ 1, ໂຄງການພູ້ເບ້ຍມາຍນິງຫຼຸດລົງເຫັນໄດ້ໃນຕົວເລກ 8 ເດືອນປີ 2018 ການນຳເຂົ້າມີທັງໝົດ 51,04 ລ້ານລິດຄ່າພາສີອາ ກອນ 106,5 ຕື້ກີບ, ແຕ່ຕົວເລກປີນີ້ມີ 43,61 ລ້ານລິດ ຄ່າພາສີອາກອນ 90,3 ຕື້ກີບ, ປະເພດພາຫະນະການນຳເຂົ້າບໍລິສັດລາວທານີກໍມີພຽງ 55 ຄັນ ຈາກປີກ່ອນ 650 ຄັນປະເພດເຄື່ອງໃຊ້ໄຟຟ້າ, ສິນຄ້ານໍາເຂົ້າເພື່ອສົ່ງອອກ (ເຄື່ອງດື່ມກະທິງແດງ) ຍ້າຍໄປນຳເຂົ້າທີ່ດ່ານພາສີສາກົນຂົວມິດຕະພາບ III ແລະອື່ນໆ.

  ແນວໃດກໍຕາມໃນ 4 ເດືອນທ້າຍປີ 2019 ຄະນະດ່ານພາສີສາກົນປາກຊັນໄດ້ວາງຕົວເລກແຜນການສູ້ຊົນຈໍານວນ170 ຕື້ກີບ, ໂດຍລາຍຮັບດັ່ງກ່າວແນໃສ່ຄ່າຊັກພິເສດ, ພາສີ-ອາກອນຂາເຂົ້າ, ສິນຄ້ານຳເຂົ້າສົ່ງອອກ, ຄ່າປັບໃໝ, ຂາຍເຄື່ອງຢຶດ, ຄ່າທຳນຽມ ແລະ ອື່ນໆ... ຄຽງຄູ່ກັນນີ້, ສືບຕໍ່ປະສານສົມທົບກັບກອງກວດພາ ສີປະຈຳແຂວງໃນການຄຸມຄອງຕາມສິນຄ້ານຳເພື່ອສົ່ງອອກ, ສິນຄ້າຜ່ານດ່ານສາກົນ ແລະສິນຄ້ານຳໃຊ້ໂຄງການລົງທຶນຕ່າງໆ; ເພີ່ມທະວີສຶກສາອົບຮົມການເມືອງແນວຄິດໃຫ້ແກ່ສະມາຊິກພັກພະນັກງານຢ່າງເປັນປົກກະຕິ, ເອົາໃຈໃສ່ໃນການກວດກາ, ກວດການ, ລົງຕິດຕາມການປະຕິບັດໜ້າທີ່ ແລະການເຄື່ອນໄຫວຂອງພະ ນັກງານເພື່ອຕ້ານ ແລະ ສະກັດກັ້ນປາກົດການຫຍໍ້ທໍ້, ເຂັ້ມງວດການປະຕິບັດ 10 ຂໍ້ຫ້າມ ແລະ ເຂັ້ມງວດປະຕິບັດຄຳສັ່ງ 15/ນຍ ວ່າດ້ວຍການຄຸ້ມຄອງທຸລະກິດ ໄມ້, ການເຄື່ອນຍ້າຍໄມ້ໃຫ້ຖືກຕ້ອງຕາມກົດໝາຍ, ຕ້ານແລະສະກັດກັ້ນການລັກລອບໜີພາສີທັງໃນດ່ານແລະນອກດ່ານເພື່ອບໍ່ໃຫ້ມີຊ່ອງວ່າງຮົ່ວໄຫຼ.

-------------

ຂຽນໂດຍ: ກະຊວງການເງິນ

ພາບ ແລະຂ່າວຈາກ: ນສພ ເສດຖະກິດ-ສັງຄົມ