ໃນໄລຍະກອງປະຊຸມຄັ້ງທີ 9 ຂອງລັດພາຄີຕໍ່ສົນທິສັນຍາເກືອດຫ້າມລະເບີດລູກຫວ່ານຈັດຂຶ້ນແຕ່ວັນທີ 2-4 ກັນຍາ2019 ທີ່ນະຄອນເຊີແນວໄດ້ມີການພິຈາລະ ນາການຂໍອະນຸມັດຕໍ່ໄລຍະເວລາການຈັດຕັ້ງປະຕິບັດມາດຕາ 3 ແລະ 4 ວ່າດ້ວຍພັນທະໃນການເກັບກູ້ລະເບີດທີ່ຕົກຄ້າງຈາກປາງສົງຄາມ, ສຳລັບບັນດາປະເທດທີ່ບໍ່ສາມາດທໍາລາຍຄັງລະເບີດດັ່ງກ່າວ ແລະເກັບກູ້ລະເບີດບໍ່ທັນແຕກຕົກຄ້າງໃຫ້ໝົດໄດ້ພາຍໃນປີ 2020 ຕາມພັນທະທີ່ລະບຸໄວ້ໃນສອງມາດຕາດັ່ງກ່າວຂອງສົນທິສັນ ຍາອອກໄປຕື່ມອີກ 5 ປີ (2020-2025) ຊຶ່ງໃນນີ້ມີ 3 ປະເທດທີ່ໄດ້ສະເໜີຂໍຕໍ່ເວລາການທຳລາຍຄັງລະເບີດ ແລະເກັບກູ້ຄື: ບູນກາລີ, ເຢຍລະມັນ ແລະ ສປປ ລາວ.
ສໍາລັບກໍລະນີຂອງ ສປປ ລາວ ເຫດຜົນຂອງການຂໍຕໍ່ໄລຍະເວລາການເກັບກູ້ພາຍໃຕ້ມາດຕາ 4 ໃນຄັ້ງນີ້ກໍແມ່ນຍ້ອນ ສປປລາວ ເປັນໜຶ່ງໃນບັນດາປະເທດທີ່ມີລະ ເບີດບໍ່ທັນແຕກຕົກຄ້າງຫຼາຍກວ່າໝູ່ໃນໂລກຊຶ່ງກວມເອົາເຖິງ 1 ສ່ວນ 3 ຂອງເນື້ອທີ່ທັງໝົດຂອງປະເທດ ແລະ ມີຈຳນວນຕົກຄ້າງຫຼາຍເກີນກວ່າຄວາມສາມາດດ້ານທຶນຮອນ ແລະ ເຕັກໂນໂລຊີເພື່ອສາມາດເກັບກູ້ລະເບີດທີ່ມີຢູ່ໃນປະຈຸບັນໃຫ້ໝົດໄດ້ພາຍໃນ 5 ປີ; ສະນັ້ນ ລັດຖະບານ ສປປ ລາວ ຈຶ່ງໄດ້ຄົ້ນຄວ້າພິຈາລະນາ ແລະຍື່ນເອກະສານຂໍຕໍ່ເວລາດັ່ງນັ້ນ, ຄະນະຜູ້ປະສານງານ ແລະຄົ້ນຄວ້າພິຈາລະນາເອກະສານຄຳຮ້ອງຂໍພາຍໃຕ້ສົນທິສັນຍາ ຈຶ່ງໄດ້ຕົກລົງເຫັນ ດີ ແລະ ອະນຸມັດໃຫ້ ສປປ ລາວສາມາດຕໍ່ໄລຍະເວລາການເກັບກູ້ອອກໄປຕື່ມອີກ 5 ປີ (2020-2025), ອີງຕາມລະບຽບຫຼັກການຂອງສົນທິສັນຍາສາກົນດັ່ງກ່າວໂດຍ ສປປ ລາວ ຈະຕ້ອງສືບຕໍ່ລາຍງານຄວາມຄືບໜ້າຂອງການສຳຫຼວດ ແລະເກັບກູ້ລະເບີດບໍ່ທັນແຕກຢ່າງເປັນປະຈຳໂດຍຜ່ານການສ້າງແຜນປະຕິບັດງານທີ່ມີລາຍລະອຽດເພີ່ມ ເຕີມໂດຍອີງຕາມການແນະນຳຂອງຄະນະຜູ້ປະສານງານຂອງສົນທິສັນຍານີ້.
ນອກຈາກນີ້, ກອງປະຊຸມຍັງໄດ້ສະເໜີໃຫ້ ສປປ ລາວ ສ້າງຕັ້ງກົນ ໄກການຮ່ວມມື ແລະປະສານງານແບບມີສ່ວນຮ່ວມຂອງທຸກພາກສ່ວນທີ່ກ່ຽວຂ້ອງ (Count ry Coalition) ເພື່ອຊ່ວຍໃຫ້ແຜນຍຸດທະສາດແຫ່ງຊາດວ່າດ້ວຍການເກັບກູ້ລະເບີດບໍ່ທັນແຕກຕົກຄ້າງຂອງ ສປປ ລາວ ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດ ທິຜົນ, ມີການປະສານງານແບບກົມກຽວລວມສູນ, ມີສ່ວນຮ່ວມຈາກທຸກພາກສ່ວນ, ສາມາດກຳນົດບູລິມະສິດໄດ້ຢ່າງຈະແຈ້ງ ແລະພາຍໃຕ້ການເປັນເຈົ້າການນໍາພາ ຂອງລັດຖະບານໃນຂະບວນການສ້າງແຜນບູລິມະສິດ ແລະການນໍາໃຊ້ທຶນຮອນຢ່າງມີປະສິດທິຜົນ.
ຄະນະຜູ້ແທນຈາກ ສປປ ລາວ ນຳໂດຍທ່ານຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ; ຫົວໜ້າຫ້ອງການຄະນະກຳມາທິການແຫ່ງຊາດເພື່ອແກ້ໄຂລະເບີດບໍ່ທັນແຕກຕົກຄ້າງ; ຫົວໜ້າໂຄງ ການເກັບກູ້ລະເບີດແຫ່ງຊາດແລະສຳນັກງານຜູ້ຕາງໜ້າຖາວອນແຫ່ງ ສປປ ລາວ ປະຈຳຫ້ອງການອົງການ ສປຊ ແລະອົງການຈັດຕັ້ງສົນອື່ນໆທີ່ເຊີແນວໄດ້ພັດປ່ຽນກັນຂຶ້ນກ່າວຊີ້ແຈງກ່ຽວກັບສະພາບຄວາມເປັນຈິງ,ນະໂຍບາຍ ແລະແຜນບູລິມະສິດຂອງລັດຖະບານກໍຄືບັນດາສິ່ງທ້າທາຍຕ່າງໆທີ່ ສປປ ລາວ ຕ້ອງສືບຕໍ່ແກ້ໄຂບົນພື້ນຖານຂໍ້ແນະ ນຳຂອງຜູ້ປະສານງານຂອງສົນທິສັນຍາ ເພື່ອນໍາມາຜັນຂະຫຍາຍໃຫ້ ສປປ ລາວ ສາມາດປະຕິບັດພັນທະຂອງຕົນພາຍໃຕ້ສົນທິສັນຍາເກືອດ ຫ້າມລະເບີດລູກຫວ່ານຢ່າງເຕັມສ່ວນ ຊຶ່ງໄດ້ຮັບການສະໜັບສະໜູນ ຢ່າງເຕັມສ່ວນຈາກບັນດາ 106 ປະເທດລັດພາຄີ. ນອກນັ້ນ ຄະນະຜູ້ ແທນ ສປປ ລາວ ຍັງໄດ້ຮ່ວມປຶກສາຫາລືພົບປະແບບບໍ່ເປັນທາງການກັບຜູ້ປະສານງານດ້ານການຮ່ວມມື ແລະໃຫ້ການຊ່ວຍເຫຼືອ (ປະເທດ ເປຣູແລະໂຮນລັງ ສຳລັບປີ 2019) ທີ່ໄດ້ເຊື້ອເຊີນບັນດາປະເທດ ແລະອົງການທີ່ມີປະສົບການໃນການຮ່ວມມືຈັດຕັ້ງປະຕິບັດກົນໄກການຮ່ວມມື ແລະປະສານງານຂອງທຸກພາກສ່ວນທີ່ກ່ຽວຂ້ອງເປັນຕົ້ນແມ່ນ: ເຢຍລະມັນ, ນອກແວ, ລີບັງ, ມົງເຕເນໂກຣ, ສີລັງກາ, ໂກຣອາຊີ ແລະບັນດາອົງການທີ່ກ່ຽວຂ້ອງເພື່ອແລກປ່ຽນບົດຮຽນ ແລະ ທໍາຄວາມເຂົ້າໃຈຢ່າງເລິກເຊິ່ງຕໍ່ກັບການສ້າງກົນໄກດັ່ງກ່າວຢູ່ພາຍໃນປະເທດໂດຍອີງຕາມສະພາບການຕົວຈິງຂອງ ສປປລາວ.
ສົນທິສັນຍາສາກົນວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານໄດ້ຖືກສ້າງຕັ້ງຂຶ້ນໃນປີ 2008 ມີເປົ້າໝາຍເພື່ອຍຸດຕິການຜະລິດ ແລະນໍາໃຊ້ອາວຸດທີ່ໄຮ້ມະນຸດສະທຳດັ່ງກ່າວ ແລະມີຜົນບັງຄັບໃຊ້ໃນປີ 2010 ສປປ ລາວ ເປັນປະເທດທີ່ລົງນາມເປັນປະເທດທີສອງຖັດຈາກປະເທດນອກແວເຈົ້າພາບ ແລະໄດ້ມີສ່ວນຮ່ວມຢ່າງຕັ້ງໜ້າໃນການຈັດຕັ້ງປະຕິບັດສົນທິສັນຍາສາກົນດັ່ງກ່າວ, ມາຮອດປະຈຸບັນສົນທິສັນຍາສະບັບດັ່ງກ່າວມີປະເທດທີ່ເປັນພາຄີແລ້ວທັງໝົດ 106 ປະເທດ ແລະອີກ 14 ປະເທດທີ່ລົງນາມແລ້ວແຕ່ຍັງບໍ່ທັນໄດ້ໃຫ້ສັດຕະຍາບັນ.
-------------
ໜັງສືພິມເສດຖະກິດ-ສັງຄົມ