ປະຊາຊົນ ອຸດົມໄຊ ຜ່າຕັດຄໍໜຽງຟຣີ

  ໃນລະຫວ່າງວັນທີ 16-18 ມັງກອນ 2019 ນີ້ ປະຊາຊົນຜູ້ທີ່ເປັນພະຍາດຄໍໜຽງທົ່ວແຂວງອຸດົມໄຊໄດ້ພ້ອມກັນເຂົ້າຮັບການຜ່າຕັດຢູ່ທີ່ໂຮງໝໍແຂວງອຸ ດົມໄຊ ໂດຍມີຊ່ຽວຊານການຜ່າຕັດມາຈາກປະເທດຍີ່ປຸ່ນກໍຄືອົງການເຈແປນຮາດທີ່ໃຫ້ການຊ່ວຍເຫຼືອ ແລະຜ່າຕັດໃຫ້ໂດຍບໍ່ໄດ້ເສຍຄ່າ.

  ໃນຄັ້ງນີ້ແມ່ນມີປະຊາຊົນທີ່ເປັນພະຍາດຄໍໜຽງເຂົ້າຮັບການຜ່າຕັດທັງໝົດຈຳນວນ 9 ຄົນ, ຍິງ 8 ຄົນ ຊຶ່ງຈໍານວນດັ່ງກ່າວທາງອົງການເຈແປນຮາດໄດ້ ມີການຕິດຕາມສະພາບອາການມາໄດ້ໄລຍະໜຶ່ງແລ້ວນັບຕັ້ງແຕ່ກ່ອນຈະມີການເຊັນບົດບັນທຶກການເຄື່ອນໄຫວຈັດຕັ້ງປະຕິບັດຮ່ວມກັບແຂວງອຸດົມໄຊ ຢ່າງເປັນທາງການໃນປີ 2018 ເປັນຕົ້ນມາຊຶ່ງຕາມການສໍາຫຼວດເກັບກໍາຂໍ້ມູນຕົວຈິງໃນໄລຍະຜ່ານມານັ້ນເຫັນວ່າມີປະຊາຊົນທາງແຂວງພາກເໜືອໂດຍສະ ເພາະແມ່ນແຂວງອຸດົມໄຊ ຈໍານວນຫຼາຍທີ່ເປັນພະຍາດຄໍໜຽງສາເຫດແມ່ນເນື່ອງມາຈາກຂາດສານໄອໂອດິນ ດັ່ງນັ້ນທາງອົງການເຈແປນຮາດ ຈຶ່ງໄດ້ກຳນົດ  ແລະວາງແຜນໃນການຜ່າຕັດເປັນແຕ່ລະໄລຍະເພື່ອຊ່ວຍເຫຼືອຜູ້ເປັນພະຍາດດັ່ງກ່າວໃຫ້ກັບມາໃຊ້ຊີວິດໄດ້ຢ່າງສະດວກສະບາຍຄືກັບຄົນປົກກະຕິທົ່ວໄປ.

  ສໍາຫຼັບອົງການເຈແປນຮາດແມ່ນອົງການໜຶ່ງຈາກປະເທດຍີ່ປຸ່ນໄດ້ຮັບການສ້າງຕັ້ງຂຶ້ນໂດຍທ່ານ ດຣ ເຮດີໂຕະ ໂຢຊີໂອກະ ໃນປີ 2004 ເປັນອົງການ ຊ່ວຍເຫຼືອທາງດ້ານການແພດສາກົນມີຈຸດປະສົງເພື່ອຊ່ວຍເຫຼືອຜູ້ທີ່ເປັນພະຍາດຄໍໜຽງໂດຍສະເພາະແມ່ນຜູ້ທີ່ທຸກຍາກ, ຂາດເຂີນຊັບສິນທີ່ຈະປິ່ນປົວດ້ວຍຕົນເອງເປັນຕົ້ນແມ່ນຊ່ວຍການຜ່າຕັດ, ຄ່າປິ່ນປົວທຸກຢ່າງ, ຄ່ານອນໂຮງໝໍ, ຄ່າຢາ ແລະ ອື່ນໆຈົນດີເປັນປົກກະຕິຍົກເວັ້ນຄ່າເດີນທາງ ແລະ ອັດຕາກິນ ແລະຄ່າກວດເລືອດໃນເບື້ອງຕົ້ນຊຶ່ງອົງການນີ້ໄດ້ເຂົ້າມາເຄື່ອນໄຫວຢູ່ ສປປ ລາວ ຕັ້ງແຕ່ ປີ 2013 ເປັນຕົ້ນມາ ແລະໄດ້ເຄື່ອນໄຫວຈັດຕັ້ງປະຕິບັດຢູ່ແຂວງອຸດົມໄຊຕັ້ງແຕ່ປີ 2017 ຊຶ່ງໄລຍະຜ່ານມາທາງອົງການໄດ້ມີກິດຈະກຳຕິດຕາມກວດກາຄົນເຈັບທັງໝົດ 4 ຄັ້ງ ມີຄົນເຈັບທັງໝົດ 300 ກວ່າຄົນ ແລະ ໄດ້ ມີການຜ່າຕັດຊຸດທໍາອິດແລ້ວຈໍານວນ 7 ຄົນ ແລະ ຍັງຈະມີການສືບຕໍ່ເຄື່ອນໄຫວຈັດຕັ້ງປະຕິບັດໄປຈົນໝົດສັນຍາໃນປີ 2020.