ໄອຈ໋ອບ ສະຫຼຸບງານນັດພົບແຮງງານປີ 2018

 ໃນວັນທີ 18 ມັງກອນຜ່ານມາທີ່ບໍລິສັດ ໄອຈ໋ອບ ນະຄອນຫຼວງວຽງຈັນ ໄດ້ຈັດພິທີເປີດໂຕການບໍລິການຂອງ ບໍລິສັດ ໄອຈ໋ອບ ແລະສະຫຼຸບງານນັດພົບແຮງ ງານປີ 2018 ໂດຍເຂົ້າຮ່ວມມີ ຂອງທ່ານໄທ ແສງອາລຸນ ຮອງກົມພັດທະນາສີມືແຮງງານ ແລະຈັດຫາງານ, ທ່ານ ບຸນທ່ຽງ ລັດຕະນະວົງ ຜູ້ອໍານນວຍການໃຫຍ່ ບໍລິສັດ ໄອຈ໋ອບ, ມີບັນດາພະນັກງານບໍລິສັດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

  ທ່ານ ບຸນທ່ຽງ ລັດຕະນະວົງ ໃຫ້ຮູ້ວ່າ: ບໍລິສັດ ໄອຈ໋ອບ ຈຳກັດ ມີຄວາມມຸ່ງໝັ້ນພັດທະນາຢ່າງຕໍ່ເນື່ອງໃນການພັດທະນາແຮງງານໃຫ້ມີຄຸນນະພາບ ແລະພັດທະນາລະບົບການບໍລິການດ້ານຊັບພະຍາກອນມະນຸດໃຫ້ມີຄວາມທັນສະໄໝ, ວ່ອງໄວ ແລະມີຄວາມໜ້າເຊື່ອຖືເພື່ອໃຫ້ກາຍເປັນສູນກາງການບໍລິການ ດ້ານແຮງງານດັ່ງຄຳຂວັນ “ຄົບເຄື່ອງເລື່ອງແຮງງານ” ຊຶ່ງຈຸດເດັ່ນຂອງບໍລິສັດແມ່ນສາມາດຈັດຫາແຮງງານຄຸນນະພາບໄດ້ຈຳນວນຫຼາຍດ້ວຍຄວາມ ວ່ອງ ໄວ, ແຮງງານໄດ້ຮັບການຝຶກອົບຮົມຢ່າງດີກ່ອນນຳສົ່ງ ແລະມີລະບົບການເຮັດວຽກທີ່ທັນສະໄໝ ແລະທີມງານແມ່ນລະດັບມືອາຊີບ. ບໍລິສັດດັ່ງກ່າວ, ເປັນວິສາຫະກິດເອກະຊົນລາວ 100% ສ້າງຕັ້ງຂຶ້ນປີ 2013 ພາຍໃຕ້ການຊີ້ນຳຂອງກົມພັດທະນາສີມີແຮງງານ ແລະຈັດຫາງານກະຊວງແຮງງານ ແລະສະຫວັດດີການສັງຄົມ, ໂດຍມີສຳນັກງານຕັ້ງຢູ່ບ້ານຄຳຮຸ່ງ ເມືອງໄຊທານີ ນະຄອນຫຼວງວຽງຈັນ.

   ການບໍລິການຂອງບໍລິສັດ ໄອຈ໋ອບ ຈຳກັດ ປະກອບມີ: ບໍລິການຈັດຫາງານພາຍໃນປະເທດໂດຍຈັດຫາ ແລະສະໜອງແຮງງານທຸກລະດັບ, ບໍລິການນຳແຮງງານຕ່າງປະເທດເຂົ້າມາເຮັດວຽກຢູ່ ສປປ ລາວ, ບໍລິການຈັດສົ່ງແຮງງານລາວໄປເຮັດວຽກຢູ່ຕ່າງປະເທດ, ບໍລິການຝຶກອົບຮົມ ແລະພັດທະນາບຸກຄະລາກອນ, ບໍລິການຮັບເໝົາແຮງງານ, ບໍລິການປະກາດຮັບສະໝັກງານ ແລະບໍລິການທີ່ປຶກສາດ້ານແຮງງານ ແລະການຈັດອົງກອນ. ໃນປີ 2018 ບໍລິສັດດັ່ງກ່າວ, ສາມາດຈັດຫາແຮງງານພາຍໃນໄດ້ 350 ຄົນ ແລະສາມາດຈັດຫາງານໄປຕ່າງປະເທດໄດ້ 6.127 ຄົນ, ບໍລິການຝຶກອົບຮົມແຮງງານ 235 ຄົນ, ຈັດງານແນະນໍາດ້ານການຮຽນຕໍ່ວິຊາຊີບ 15 ຄັ້ງ, ມີຜູ້ເຂົ້າຮ່ວມຫຼາຍກວ່າ 8.000 ຄົນ ແລະຈັດງານນັດພົບແຮງງານ 1 ຄັ້ງ, ໂດຍມີຜູ້ເຂົ້າຮ່ວມຫຼາຍກວ່າ 4.000 ຄົນ. ສໍາລັບຜູ້ທີ່ບໍ່ມີວຽກເຮັດງານທຳ ຫຼື ຕ້ອງການປະກອບອາຊີບເສີມສາມາດຕິດຕໍ່ໄດ້ທີ່: 030 2002000, 021 563091 ຫຼື www.ijobs.la, www.facebook.com/ijobs.la.