ຊົ່ງຫວ່າງ ມີຊີວິດການເປັນຢູ່ດີຂຶ້ນຍ້ອນສ້ອມແປງລັດຈັກ

  ການທີ່ຄົນເຮົາຈະດຳເນີນທຸລະກິດ ຫຼື ເຮັດກິດຈະການໃດໜຶ່ງໃຫ້ປະສົບຜົນສຳເລັດນັ້ນບໍ່ແມ່ນເລື່ອງງ່າຍຊຶ່ງຕ້ອງອາໄສຄວາມອົດທົນພະຍາຍາມຊອກຮູ້ຮໍ່າຮຽນຢູ່ເລື້ອຍໆຈຶ່ງຈະພາໃຫ້ປະສົບຜົນສຳເລັດດັ່ງທ້າວ ຊົ່ງຫວ່າງ ຖືວ່າເປັນອີກຜູ້ໜຶ່ງທີ່ພິກປີ້ນຊີວິດຈາກເມື່ອກ່ອນຫຍຸ້ງຍາກລຳບາກເຮັດໃຫ້ປະຈຸບັນມີຊີວິດການເປັນຢູ່ດີ ຂຶ້ນເທື່ອລະກ້າວຍ້ອນການຢຶດຖືເອົາການສ້ອມແປງລົດຈັກເປັນຫຼັກສ້າງລາຍຮັບເຂົ້າຄອບຄົວໃນແຕ່ລະວັນ.

 ທ້າວ ຊົ່ງຫວ່າງ ເປັນຊາວໜຸ່ມ ບ້ານຫົວຄັງ ເມືອງຊຳເໜືອ ແຂວງຫົວພັນ ໃຫ້ສຳພາດເມື່ອບໍ່ດົນມານີ້ວ່າ: ພາຍຫຼັງທີ່ຮຽນຈົບມັດທະຍົມໃນສົກປີ 2015-2016 ຕົນກໍໄດ້ຮັບທຶນຝຶກອົບຮົມວິຊາຊີບສ້ອມແປງລົດຈັກໄລຍະ 6 ເດືອນຢູ່ສູນພັດທະນາວິຊາຊີບ-ດອນບອສໂກສູນກາງຊາວໜຸ່ມປະຊາຊົນປະຕິ ວັດລາວນະຄອນຫຼວງວຽງ ຈັນ, ພາຍຫຼັງທີ່ຮຽນຈົບອີງໃສ່ສະພາບຄອບຄົວທຸກຍາກຂາດເຂີນດັ່ງນັ້ນຈຶ່ງສະເໜີແລະໄດ້ຮັບທຶນກູ້ຢືມໂດຍບໍ່ມີດອກເບ້ຍຈຳນວນ 12,5 ລ້ານກີບຈາກໂຄງການຂອງບໍລິສັດ ຣາຊ-ລາວບໍລິການຈຳກັດ.

  ພາຍຫຼັງທີ່ໄດ້ຮັບທຶນດັ່ງກ່າວກໍໄດ້ນຳມາເປັນທຶນໃນການຕັ້ງຮ້ານສ້ອມແປງລົດຈັກໃນປີ 2018, ຊື້ອຸປະກອບຕ່າງໆທີ່ສຳຄັນເຂົ້າໃນການສ້ອມແປງ, ການສ້ອມແປງລົດດັ່ງກ່າວສາມາດສ້າງລາຍຮັບ ແລະມີກຳໄລດີໂດຍລົງທຶນ 12,5 ລ້ານກີບ ສາມາດມີກຳໄລ 12-13 ລ້ານກີບປະຈຸບັນໄດ້ນຳໃຊ້ເປັນທຶນໜູນວຽນ ແລະສາມາດສົ່ງທຶນຄືນໂຄງການແລ້ວຈຳນວນໜຶ່ງຊຶ່ງການສ້ອມແປງລົດຈັກສະເລ່ຍລາຍຮັບໃນແຕ່ລະມື້ 2-3 ແສນກີບ.

 ທ້າວ ຊົ່ງຫວ່າງ ກ່າວຕື່ມວ່າ: ປະຈຸບັນຕົນໄດ້ຢຶດຖືເອົາການສ້ອມແປງລົດເປັນຫຼັກນອກນັ້ນຍັງໄດ້ຊ່ວຍຄອບຄົວເຮັດໄຮ່-ເຮັດນານຳອີກດ້ວຍ,ການສ້ອມແປງລົດແມ່ນມີລາຍຮັບເຂົ້າຄອບຄົວໃນແຕ່ລະມື້ພ້ອມທັງໄດ້ນຳເອົາກຳໄລທີ່ໄດ້ຈາກການສ້ອມແປງລົດຈັກມາເປັນທຶນເປີດຮ້ານຂາຍເຄື່ອງຍ່ອຍໃຫ້ແມ່ ແລະ ຊື້ລົດຈັກເກົ່າມາແປງ ຂາຍອີກດ້ວຍຊຶ່ງປະຈຸບັນເຫັນວ່າຊີວິດການເປັນຢູ່ຂອງຄອບຄົວດີຂຶ້ນເທື່ອລະກ້າວທັງນີ້ກໍຍ້ອນຄວາມອົດທົນພະຍາຍາມຂອງຕົນຈຶ່ງເຮັດໃຫ້ປະສົບຜົນສຳເລັດໄປໃນລະດັບໜຶ່ງ ແລະຂໍຂອບໃຈທາງບໍລິສັດຣາຊ-ລາວບໍລິການຈຳກັດກໍຄືໂຄງການກ້າໄມ້ແຕກໃບສົດໃສຢືນຕົ້ນໃຫຍ່ງາມທີ່ໃຫ້ທຶນກູ້ຢືມໂດຍບໍ່ມີດອກເບ້ຍແກ່ຕົນເອງແລະ ຊາວໜຸ່ມຄົນອື່ນໆຢູ່ເຂດຊົນນະບົດ.

-----------

ໜັງສືພິມເສດຖະກິດ-ສັງຄົມ