ເລີ່ມແຂ່ງຂັນລາວແຟຊັນວິກ 2019

  ພິທີເປີດງານລາວແຟຊັນ ວິກ 2019 ໄດ້ຈັດຂຶ້ນທີ່ໂຮງແຮມ ແລນມາກນະຄອນຫຼວງວຽງຈັນ ໃນວັນທີ 9 ກັນຍາຜ່ານມາ ໂດຍມີທ່ານ ນາງ ປານີ ໄຊຍະວົງສ໌ ຜູ້ກໍ່ຕັ້ງ ແລະປະທານໂຄງການລາວ ແຟຊັນວິກ, ທ່ານ ສົມສະໜຸກ ມີ ໄຊປະທານສະພາບໍລິຫານໂຄງການລາວແຟຊັນວິກ, ທ່ານ ນາງ ຟລໍຣອງສ ຊອງລອງຣີສແລກເອກອັກຄະລັດຖະທູດຝຣັ່ງປະຈຳລາວ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.ທ່ານ ນາງ ປານີ ໄຊຍະວົງສ໌ ກ່າວວ່າ:ລາວແຟຊັນວິກເປັນໂຄງ ການທີ່ໄດ້ຄັດເລືອກເອົານັກອອກແບບທີ່ມີຊື່ສຽງໃນວົງການແຟຊັນໄປສູ່ລະດັບເວທີສາກົນ ແລະໄດ້ສ້າງເຄືອຂ່າຍການຮ່ວມມືຢ່າງແໜ້ນແຟ້ນກັບບັນດາວົງການແຟຊັນສາກົນ,ຄຽງຄູ່ກັນນັ້ນລາວແຟຊັນວິກຍັງມີເປົ້າໝາຍສຳຄັນໃນການສ້າງໂອກາດໃຫ້ກັບບັນດານັກອອກແບບໜຸ່ມນ້ອຍຂອງລາວທີ່ຍັງດ້ອຍໂອກາດໃຫ້ມີເວທີສະແດງຜົນ ງານການອອກແບບ ແລະເປີດໂອ ກາດໃຫ້ພວກເຂົາໄດ້ກ້າວເຂົ້າສູ່ວົງການແຟຊັນມືອາຊີບ,ສຳລັບໂຄງການລາວແຟຊັນວິກ 2019 ແມ່ນໄດ້ຈັດຂຶ້ນເລີ່ມແຕ່ວັນທີ 9-13 ກັນຍາ ຊຶ່ງເປັນຄັ້ງທີ 6 ໂດຍພາຍໃຕ້ ຫົວຂໍ້ “ກີບດອກໄມ້” ຊຶ່ງມີນັກອອກແບບໜຸ່ມນ້ອຍລາວເຂົ້າຮ່ວມ ແຂ່ງຂັນ 5 ຄົນທີ່ຈະມາສະແດງໂຊຜົນງານການອອກແບບປະດິດຊຸດອາພອນແລ້ວມາປະກາດຜົນຊະນະເລີດໃນວັນທີ 13 ກັນຍາ,ນອກນັ້ນພາຍໃນງານຍັງມີນັກອອກແບບໄວ ໜຸ່ມລະດັບມືອາຊີບຈາກປະເທດ ຝຣັ່ງ, ເຢຍລະມັນ ແລະລາວມາສ້າງສັນສິລະປະການອອກແບບຮ່ວມກັນ ໂດຍໃຊ້ແຜ່ນແພຂອງລາວເພື່ອຮ່ວມສະແດງໂຊຊຸດອາ ພອນ.

ໂອກາດດັ່ງກ່າວທ່ານທູດຝຣັ່ງ ໄດ້ເນັ້ນຄືນກ່ຽວກັບການສະໜັບສະໜູນດ້ານແຟຊັນ ແລະການສ້າງສັນຜົນງານການອອກແບບຂອງນັກອອກແບບໜຸ່ມນ້ອຍຂອງລາວນັບແຕ່ມື້ກໍ່ຕັ້ງໂຄງການລັດຖະບານ ຝຣັ່ງກໍໄດ້ໃຫ້ການສະໜັບສະໜູນ ແລະຮ່ວມພັດທະນາຂະແໜງການແຟຊັນໃນລາວຊຶ່ງເປັນອີກໜຶ່ງປະ ເທດທີ່ມີຄວາມໂດດເດັ່ນໃນເລື່ອງຂອງສິລະປະການປະຍຸກ ແລະກໍ ຖືເປັນອຸດສາຫະກຳທີ່ມີການຂະຫຍາຍຕົວພ້ອມນີ້ການສະໜັບສະໜູນອຸດສາຫະກຳແຟຊັນໃນລາວກໍນອນຢູ່ໃນແຜນງານຂອງລັດຖະບານຝຣັ່ງທີ່ສືບຕໍ່ມາຢ່າງຍາວນານສຳລັບໄດ້ຜູ້ຊະນະເລີີດລາວແຟຊັນວິກປີນີ້ແມ່ນໄດ້ໄປຝຶກອົບຮົມຢູ່ໂຮງຮຽນສິລະປະແລະເຕັກນິກອອກແບບຂັ້ນສູງທີ່ນະຄອນປາຣີປະເທດຝຣັ່ງ ເປັນເວລາ 6 ເດືອນ.

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ