ດວງພະສຸກ ປະກອບສ່ວນຫຼາຍໂຄງການສຳຄັນຂອງກອງທັບ

     ບໍລິສັດດວງພະສຸກກໍ່ສ້າງສ້ອມແປງຂົວທາງເຄຫາສະຖານ ແລະຊົນລະປະທານຈຳກັດຜູ້ດຽວຊຶ່ງຕະຫຼອດໄລຍະດໍາເນີນທຸລະກິດ 9 ປີຜ່ານມາໄດ້ປະກອບສ່ວນຊ່ວຍກະຊວງປ້ອງກັນປະເທດສ້າງສາພັດທະນາໂຄງການອະນຸສະຖານທີ່ສໍາຄັນທາງປະຫວັດສາດຂອງກອງທັບຫຼາຍໂຄງການທີ່ສໍາຄັນທາງປະຫວັດສາດພ້ອມນັ້ນຍັງປະກອບສ່ວນເປັນທຶນໃຫ້ແກ່ກອງທັບ ແລະສັງຄົມເກືອບ 4 ຕື້ກີບ.

  ທ່ານ ຄຳຫຼ້າ ດວງພະສຸກ ປະທານບໍລິສັດ ດວງພະສຸກກໍ່ສ້າງສ້ອມແປງຂົວທາງເຄຫາສະຖານ ແລະຊົນລະປະທານຈຳກັດຜູ້ດຽວໄດ້ສະແດງຄວາມຄິດເຫັນຂອງຕົນເອງເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີວ່າ: ຕະຫຼອດໄລຍະ 70 ປີ ບົນເສັ້ນທາງແຫ່ງການກໍ່ຕັ້ງ, ສູ້ຮົບມີໄຊ ແລະເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວພາຍໃຕ້ການນຳພາຂອງພັກ, ກອງທັບເຮົາໄດ້ຜ່ານພາອຸປະສັກຄວາມຫຍຸ້ງຍາກນາໆປະການທີ່ເຕັມໄປດ້ວຍຄວາມເສຍສະຫຼະອັນໃຫຍ່ຫຼວງໃນພາລະກິດຕໍ່ສູ້ກູ້ຊາດອັນຍືດເຍື້ອຍາວນານເປັນເວລາຫຼາຍປີນັບແຕ່ມື້ໄດ້ຮັບການສ້າງຕັ້ງ (ວັນທີ 20 ມັງກອນ 1949) ໂດຍແມ່ນປະທານໄກສອນ ພົມວິຫານ ເປັນຜູ້ປະກາດສ້າງຕັ້ງເປັນຕົ້ນມາກອງທັບເຮົາໄດ້ເຕີບໃຫຍ່ເຂັ້ມແຂງເປັນກ້າວໆມາສາມາດຕີຊະນະບັນຮົບນີ້ໄປສູ່ບັ້ນຮົບໃໝ່ສາມາດເຮັດສຳເລັດພາລະກິດປະຫວັດສາດທີ່ພັກ ແລະປະຊາຊົນມອບໝາຍໃຫ້ຢ່າງມີໄຊປະເທດຊາດໄດ້ຮັບການປົກປ່ອຍຢ່າງສົມບູນ ແລະສະຖາປານາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975 ຢ່າງສະຫງ່າຜ່າເຜີຍ.

   ທ່ານ ຄຳຫຼ້າ ດວງພະສຸກ ກ່າວຕື່ມວ່າ: ໃນຕະຫຼອດໄລຍະໃນການດຳເນີນທຸລະກິດຂອງບໍລິສັດຂ້າພະເຈົ້າຮູ້ສຶກພາກພູມໃຈເປັນຢ່າງຍິ່ງທີ່ໄດ້ປະກອບສ່ວນອັນສຳຄັນແກ່ກອງທັບເປັນຕົ້ນໄດ້ປະກອບສ່ວນຊຸກຍູ້ຊ່ວຍເຫຼືອກົມກອງທະຫານຕາມເງື່ອນໄຂຄວາມສາມາດແລະຄວາມເໝາະສົມຂອງບໍລິສັດໃນຂອບເຂດທົ່ວປະເທດຈົນມາເຖິງປະຈຸບັນທີ່ບໍລິສັດໄດ້ຈັດຕັ້ງປະຕິບັດໄດ້ປະກອບສ່ວນການຊຸກຍູ້ຊ່ວຍເຫຼືອກອງທັບເກືອບ 1 ຕື້ກີບ ນອກນັ້ນ, ທາງບໍລິສັດຍັງໄດ້ປະ ກອບສ່ວນຊ່ວຍເຫຼືອສັງຄົມ, ອົງການຈັດຕັ້ງພັກ-ລັດອື່ນໆໃນຂອບເຂດທົ່ວປະເທດເກືອບ 3 ຕື້ກີບ ລວມທັງໝົດທີ່ບໍລິສັດຂອງຂ້າພະເຈົ້າໄດ້ຊຸກຍູ້ປະກອບສ່ວນຊ່ວຍເຫຼືອສັງຄົມຕະຫຼອດໄລຍະ 9 ປີ ທີ່ກໍ່ຕັ້ງບໍລິສັດມາລວມມູນຄ່າທັງໝົດເກືອບ 4 ຕື້ກີບ.

   ຍ້ອນຜົນງານຄົນງາມຄວາມດີ ຫຼື ຜົນງານດີເດັ່ນທີ່ບໍລິສັດໄດ້ເອົາໃຈໃສ່ຊຸກຍູ້ປະກອບສ່ວນຊ່ວຍເຫຼືອສັງຄົມນັ້ນພັກ-ລັດຂັ້ນເທິງກໍ່ຄືອົງການຈັດຕັ້ງຕ່າງຈາກສູນກາງ ແລະທ້ອງຖິ່ນໄດ້ຍ້ອງຍໍຊົມເຊີຍ ແລະສັນລະເສີນຮູ້ບຸນຄຸນ ຫຼື ວ່າຕອບແທນຄຸນງາມຄວາມດີແກ່ບໍລິສັດຂອງຂ້າພະເຈົ້າລວມທັງໝົດທີ່ໄດ້ຮັບທັງຫຼຽນກາ, ຫຼຽນໄຊ, ໃບຍ້ອງຍໍ, ໃບກຽດຕິຄຸນ, ໃບຊົມເຊີຍ ຫຼື ລາງວັນດີເດັ່ນຈາກພາຍໃນ ແລະຕ່າງປະເທດລວມທັງໝົດ 145 ຄັ້ງ ຊຶ່ງເປັນຜົນງານອັນໃຫຍ່ຫຼວງທີ່ທາງບໍລິສັດຍາດມາໄດ້.

  ນອກນັ້ນ, ບໍລິສັດຍັງຮັບເໝົາສ້າງຫຼາຍໂຄງການຂອງປະຫວັດສາດເກີດຂຶ້ນເປັນຕົ້ນໂຄງການກໍ່ສ້າງອານຸສອນສະຖານກອງຮ້ອຍລາດຊະວົງສະໄໝຜູ້ນຳ 25 ທ່ານຊຶ່ງເປັນໂຄງການທີ່ສຳຄັນຂອງພັກ, ຂອງຊາດເປັນຕົ້ນກຳເນີດຂອງພັກ, ກຳເນີດຂອງກອງທັບ, ຕົ້ນກຳເນີດຂອງການປະຕິບັດວັດລາວ, ເປັນໂຄງການການເມືອງ-ການປະຫວັດສາດທີ່ສຳຄັນທີ່ສຸດຊຶ່ງໂຄງການດັ່ງກ່າວນີ້ທາງບໍລິສັດໄດ້ກໍ່ສ້າງສຳເລັດໂດຍພື້ນຖານ (ລໍຖ້າກວດກາ ແລະກຽມມອບຮັບຢ່າງເປັນທາງການ). ນອກຈາກນີ້ທາງບໍລິສັດຍັງໄດ້ຮັບສຳຫຼວດອອກແບບ ແລະກະກຽມກໍ່ສ້າງອະນຸສອນສະຖານວິລະຊົນສີທອງ, ສຳຫຼວດອອກແບບເພື່ອສະເໜີກໍ່ສ້າງອານຸສອນສະຖານບັນຮົບນ້ຳບາກທີ່ແຂວງຫຼວງພະບາງ ແລະຮັບເໝົາໂຄງການສຳຄັນອື່ນໆອີກທີ່ກໍ່ສ້າງສຳເລັດແລ້ວທັງພາກລັດ ແລະເອກະຊົນ ເກືອບ 40 ໂຄງການ.

  ໂອກາດວັນສ້າງຕັ້ງກອງທັບຄົບຮອບ 70 ປີນີ້, ຂໍອວຍພອນມາຍັງຄະນະນຳກຊວງປ້ອງກັນປະເທດ, ຕະຫຼອດຮອດພະນັກງານ-ນັກຮົບທຸກຖ້ວນໜ້າຈົ່ງມີສຸຂະພາບເຂັ້ມແຂງ, ມີພະລານາໄມສົມບູນສືບຕໍ່ເຮັດສຳເລັດພາລະກິດອັນໜັກໜ່ວງທີ່ປະເທດຊາດໄດ້ມອບໝາຍໃຫ້ຢ່າງຈົບງາມ.