ມົງໂກນສົນໃຈຊື້ເຂົ້າບໍລິສັດພັນເພັດຫຼາຍພັນໂຕນ

    ເນື່ອງໃນໂອກາດທີ່ຄະນະຜູ້ແທນສະພາຄູຣານໃຫຍ່ມົງໂກນນໍາໂດຍທ່ານ Yondonperenlein BAA TARBILEG ປະທານຄະນະກຳມາທິການນະໂຍ ບາຍສັງຄົມ, ສຶກສາ, ວັດທະນະທຳ ແລະ ວິທະຍາສາດ, ປະທານຄະນະມິດຕະພາບລັດຖະສະພາມົງໂກນ-ລາວ ເດີນທາງມາຢ້ຽມຢາມ ແລະເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 16-19 ມັງກອນ 2019 ໃນຕອນເຊົ້າວັນທີ 19 ມັງກອນ ຄະນະຜູ້ແທນດັ່ງກ່າວໄດ້ໄປຢ້ຽມຢາມບໍລິສັດພັນເພັດພັດທະນາກະສິ ກຳຈຳກັດ ບ້ານໜອງແຫ້ວ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຊຶ່ງຄະນະດັ່ງກ່າວກໍຖືກຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ທອງສະຫວັນ ມີບຸນ ປະ ທານບໍລິສັດພັນເພັດພັດທະນາກະສິກຳຈໍາກັດພ້ອມດ້ວຍພະນັກງານຂອງບໍລິສັດ.

  ໃນພິທີຕ້ອນຮັບທ່ານ ທອງສະຫວັນ ມີບຸນ ໄດ້ລາຍງານໃຫ້ຄະນະຊາບວ່າ: ບໍລິສັດພັນເພັດພັດທະນາກະສິກຳຈຳກັດສ້າງຕັ້ງຂຶ້ນໃນປີ 2008 ເພື່ອສົ່ງເສີມ ການປູກຝັງເປັນຕົ້ນແມ່ນປູກເຂົ້າ ແລະ ລ້ຽງສັດເປັນສິນຄ້າຕອບສະໜອງຕະຫຼາດພາຍໃນ ແລະຕ່າງປະເທດຕາມແນວທາງນະໂຍບາຍຂອງພັກ-ລັດ ກໍຄືນະໂຍຍາຍຂອງອຳນາດການປົກຄອງນະຄອນຫຼວງວຽງຈັນ, ປະກອບສ່ວນເຂົ້າໃນ ການຜະລິດເພື່ອຄໍ້າປະກັນສະບຽງອາ ຫານແກ້ໄຂຄວາມທຸກຍາກຂອງປະ ຊາຊົນພາຍໃນເມືອງກໍຄືໃນຂອບເຂດນະຄອນຫຼວງວຽງຈັນ ທັງໄດ້ຊຸກຍູ້ຊາວນາປູກເຂົ້າຕາມນະໂຍບາຍຂອງພັກ-ລັດໃນ ຮູບແບບ 2+3 ໂດຍບໍລິສັດຈະສະ ໜອງບັນດາວັດຖຸປັດໄຈຕ່າງໆເພື່ອຕອບສະໜອງໃຫ້ປະຊາຊົນ, ລົງທຶນໃຫ້ປະຊາຊົນກ່ອນແລ້ວຮັບຊື້ເຂົ້ານຳປະຊາຊົນດ້ວຍລາຄາຍຸດຕິທຳຕາມທ້ອງຕະຫຼາດຊຶ່ງເຫັນວ່າໄດ້ຜົນສຳເລັດເປັນກ້າວໆມາ.

  ສຳລັບປີ 2019 ບໍລິສັດໄດ້ຊຸກຍູ້ໃຫ້ຊາວກະສິກອນທີ່ເປັນສະມາຊິກປັກດຳເຂົ້ານາແຊງຢ່າງເປັນຂະບວນຟົດຟື້ນໃນແຜນການສູ້ຊົນ 500 ເຮັກຕາປະຈຸ ບັນປັກດຳສຳເລັດ 350 ເຮັກຕາເທົ່າກັບ 85% ຄາດວ່າທ້າຍເດືອນນີ້ຈະໃຫ້ສຳເລັດສຳລັບ ປີ 2020 ບໍລິສັດມີແຜນຈະເຮັດນາປີໜຶ່ງໃຫ້ໄດ້ 3 ຄັ້ງຄືກັບປະເທດໃກ້ຄຽງ.

  ຈາກນັ້ນຄະນະຜູ້ແທນກໍມີຄວາມສົນໃຈພ້ອມຕັ້ງຫຼາຍຄຳຖາມແລກປ່ຽນກັບບໍລິສັດກ່ຽວກັບຂະບວນການຜະລິດ ແລະ ການກະຫຼາດທັງນີ້ຄະນະຜູ້ແທນມີຄວາມສົນໃຈຈະຊື້ເຂົ້ານຳບໍລິສັດປີໜຶ່ງຫຼາຍພັນໂຕນຕໍ່ຈາກນັ້ນຄະນະກໍມີການເລາະຢ້ຽມຊົມນາເຂົ້າ, ພືດຜັກ, ຝຸ່ຍ ແລະບັນດາອຸປະກອນທີ່ປະກອບເຂົ້າໃນຂະບວນການຜະລິດຂອງບໍລິສັດຕື່ມອີກ.