ງານວາງສະແດງຜະລິດຕະພັນໄມ້ລາວ ຄັ້ງທີ 5 ທະລຸຍອດຂາຍ 13 ຕື້ກີບ

ງານວາງສະແດງຜະລິດຕະພັນລາວຄັ້ງທີ 5 ປະຈຳປີ 2019 ປິດລົງດ້ວຍຜົນສຳເລັດຕາມລະດັບຄາດໝາຍໃນວັນທີ 20 ມັງກອນ ພາຍຫຼັງທີ່ເລີ່ມມາແຕ່ວັນທີ 12 ມັງກອນ 2019 ທີ່ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ ໂດຍຍອດຂາຍສິນຄ້າຕະຫຼອດງານແມ່ນໄປຕາມແຜນການທະລຸ 13 ຕື້ກີບ ຂອງສິນຄ້າທີ່ນຳມາຮ່ວມວາງສະແດງໃນງານມູນຄ່າ 20 ຕື້ກວ່າກີບຈາກ 74 ຫົວໜ່ວຍທຸລະກິດທັງພາຍໃນ ແລະຕ່າງປະເທດເຂົ້າຮ່ວມ.

   ເນື່ອງໃນໂອກາດທີ່ຄະນະຜູ້ແທນຂອງສະພາຄູຣານໃຫຍ່ມົງໂກນນໍາໂດຍທ່ານ Yondonperenlein BAA TARBILEG ປະທານຄະນະກຳມາທິການ    ນະໂຍບາຍສັງຄົມ, ສຶກສາ, ວັດທະນະທຳ ແລະ ວິທະຍາສາດ, ປະທານຄະນະມິດຕະ ພາບລັດຖະສະພາມົງໂກນ-ລາວເດີນ ທາງມາຢ້ຽມຢາມ ແລະເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 16-19 ມັງກອນ 2019 ໃນຕອນແລງວັນທີ 18 ມັງກອນ ຄະນະຜູ້ແທນດັ່ງກ່າວໄດ້ໄປຢ້ຽມຊົມສິນຄ້າງານວາງສະແດງຜະ ລິດຕະພັນໄມ້ລາວຄັ້ງທີ 5 ປະຈຳປີ 2019 ຊຶ່ງຄະນະຈັດງານໄດ້ໃຫ້ການຕ້ອນຮັບ ແລະນຳພາຄະນະຜູ້ແທນເລາະຢ້ຽມຊົມສິນຄ້າພາຍໃນງານຢ່າງອົບອຸ່ນ.

  ຫຼັງຈາກນັ້ນໃນວັນທີ 20 ມັງກອນ ຊຶ່ງເປັນມື້ສຸດທ້າຍຂອງງານວາງສະແດງທ່ານ ກອງມາລາ ພົມມະໄລ ຮອງປະທານສະມາຄົມເຟີນິເຈີລາວທັງເປັນຄະນະຈັດງານເປີດເຜີຍໃຫ້ຮູ້ວ່າ: ງານຄັ້ງນີ້ຈັດຂຶ້ນກໍເພື່ອເປັນການໂຄສະນາສິນຄ້າເຟີນິເຈີໄມ້ລາວເປັນການແລກປ່ຽນບົດຮຽນ ແລະປະສົບການດ້ວຍກັນຂອງຫົວ ໜ່ວຍການຜະລິດເຟີນິເຈີທີ່ເຮັດໃຫ້ມີຜະລິດຕະພັນເຟີນິເຈີຈາກໄມ້ລາວອອກມາຮັບໃຊ້ສັງຄົມພ້ອມທັງເປັນການສະແດງຜົນງານຜະລິດຕະພັນເຟີນິເຈີທີ່ໄດ້ໃຊ້ຫົວຄິດປະດິດສ້າງໂດຍໃຊ້ນາຍຊ່າງທີ່ມີຄວາມຊຳນິຊຳນານງານ ແລະຄວາມປານີດສາມາດສ້າງໄດ້ຫຼາຍຜະລິດຕະພັນ ແລະຫຼາກຫຼາຍຮູບແບບໃຫ້ພໍ່ແມ່ປະຊາຊົນເລືອກຊື້ ແລະເລືອກຊົມ.

      ທ່ານ ກອງມາລາ ພົມມະໄລ ກ່າວອີກວ່າ: ງານຄັ້ງນີ້ຄຶກຄື້ນຫຼາຍຜູ້ຄົນທະຍອຍເຂົ້າຢ້ຽມຊົມສິນຄ້າເພີ່ມຂຶ້ນນັບແຕ່ມື້ເປີດຂາຍຈົນຮອດມື້ສຸດປະມານ 2 ແສນຄົນຈຶ່ງເຮັດໃຫ້ຕົວເລກການຂາຍເປັນໄປຕາມແຜນການທີ່ຄະນະວາງໄວ້ຄືບັນລຸ 65% ຫຼື ປະມານ 13 ຕື້ກີບຂອງສິນຄ້າທີ່ນຳມາຮ່ວມວາງສະແດງມູນຄ່າທັງໝົດ 20 ຕື້ກີບ ໃນນັ້ນໄດ້ຂາຍດີແມ່ນເຄື່ອງເຟີນິເຈີປະເພດໂຕະ, ຕັ່ງ, ຕູ້, ຕຽງ ແລະຜະລິດໄມ້ແກະສະຫຼັກຕ່າງໆ.