ຜົນປະກວດມິສທີນ ລາວ 2019

  ການປະກວດມິສທີນ ລາວ 2019 ໄດ້ຈັດຂຶ້ນໃນຄໍ່າຄືນຂອງວັນທີ 8 ກັນຍາ ຜ່ານມາ ທີ່ສູນ ການຄ້າລາວ-ໄອເຕັກ ນະຄອນ ຫຼວງວຽງຈັນ,ຊຶ່ງຜູ້ຄວ້າມົງກຸດ ມິສທີນ ລາວ 2019 ມູນຄ່າ 80 ລ້ານກີບ ແມ່ນໝາຍເລກ MTL 02 ນາງ ໂສລະຍາ ຄອນດີ ອາຍຸ 16 ປີ. ທ່ານ ນາງ ຈັນພອນ ມະນີສຸດ ຕະວົງ ຮອງອໍານວຍການບໍລິສັດກ້າວໜ້າລາວ ເອັນເຕີເທັນເມັນ ຈໍາກັດ ຊຶ່ງເປັນຜູ້ຈັດງານປະກວດ ມິສທີນ ລາວ 2019 ກ່າວວ່າ: ການຈັດປະກວດງານຄັ້ງນີ້ແມ່ນ ເລືອກເອົານາງສາວທີ່ມີອາຍຸ 14 ຫາ 18 ປີ, ເປັນຜູ້ທີ່ມີໃບໜ້າສົດ ໃສ,ສຸຂະພາບດີ, ເກັ່ງ, ສະຫຼາດ,ມີຄວາມຮູ້ຄວາມສາມາດທາງ ດ້ານການສຶກສາວັດທະນະທໍາ ແລະກິດຈະກໍາຕ່າງໆ ມາປະກວດສະ ແດງສັກກະຍະພາບຂອງຕົນສະແດງໄຫວພິບໃຫ້ຄະນະກໍາມະການ ທັງ 12 ທ່ານ ໄດ້ໃຫ້ຄະແນນ.

ຜ່ານການປະກວດປະກົດວ່າ ໝາຍເລກ MTL 02 ນາງ ໂສລະ ຍາ ຄອນດີ (ລິນ) ອາຍຸ 16 ປີ ສູງ 170 ຊັງຕີແມັດ ເປັນຜູ້ຄວ້າມົງກຸດມິສທີນ ລາວ 2019 ມູນຄ່າ 80 ລ້ານກີບ ພ້ອມສາຍສະ ພາຍ, ທຶນການສຶກສາ 8 ລ້ານກີບ ແລະລາງວັນອື່ນໆອີກຫຼາຍລາງວັນ; ສ່ວນຮອງອັນດັບ 1 ໄດ້ແກ່ໝາຍເລກ MTL 19 ນາງ ມະຍຸລີ ຊູຕັນນຸວົງ ອາຍຸ 14 ປີ ສູງ 160 ຊັງຕີແມັດ ໄດ້ລາງວັນທຶນການສຶກສາ 4 ລ້ານກີບ, ຮອງ ອັນດັບ 2 ໄດ້ແກ່ໝາຍເລກ MTL 18 ນາງ ແຮ່ນນ້າ ໂລເຊັ່ນບູ້ມ ອາຍຸ 18 ປີ ສູງ 165 ຊັງຕີແມັດ ໄດ້ລາງວັນທຶນການສຶກສາ 2 ລ້ານກີບ.

ນອກນີ້ຍັງມີລາງວັນພິເສດ 8 ລາງວັນ ຊຶ່ງແຕ່ລະລາງວັນແມ່ນໄດ້ຮັບທຶນການສຶກສາ 1 ລ້ານກີບ ໃນນີ້ມີລາງວັນຫຸ່ນດີໄດ້ແກ່ໝາຍ ເລກ MTL 09 ນາງ ອິນທະລາ ຈັນທະຈັກ, ລາງວັນສຸຂະພາບດີ ແລະລາງວັນຖ່າຍຮູບງາມໄດ້ແກ່ໝາຍເລກ MTL 02 ນາງ ໂສ ລະຍາ ຄອນດີ, ລາງວັນຂັວນໃຈມະຫາຊົນໄດ້ແກ່ໝາຍເລກ MTL18 ນາງ ແຮ່ນນ້າ ໂລເຊັ່ນບູ້ມ,ລາງວັນນິດໄສດີໄດ້ແກ່ໝາຍເລກ MTL05 ນາງ ຈັນມາລາ ສອນ ສິງຄໍາ, ລາງວັນໜ້າຮັກໄດ້ແກ່ໝາຍ ເລກ MTL 16 ນາງ ລີ່ລີ້ ຈັນສີ ແລະລາງວັນທີ່ພັດທະນາໄວໄດ້ ແກ່ໝາຍເລກ MTL 20 ນາງ ເຊ ລ້າ ສີຍາວົງ.

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ