ແຂ່ງຂັນບານເຕະລະດົມທຶນຊ່ວຍເຫຼືອຜູ້ປະສົບໄພ

  ວັນທີ 8 ກັນຍາ ຜ່ານມາ ສະໂມສອນ Lao All Star ແລະ ໂຄງການປະກວດ MisterInter nationalLaos2019 ໄດ້ຈັດກິດຈະກຳແຂ່ງຂັນບານເຕະມິດຕະພາບເພື່ອລະດົມທຶນຮ່ວມຊ່ວຍເຫຼືອປະຊາຊົນຜູ້ປະສົບໄພນໍ້າຖ້ວມແຂວງ ພາກກາງ ແລະໃຕ້ ຊຶ່ງໄດ້ຈັດແຂ່ງ ທີ່ສະໜາມກີລາເຈົ້າອານຸວົງນະຄອນຫຼວງວຽງຈັນ ນໍາທີມໂດຍ ໜຸ່ມສັກເຊວ, ໜຸ່ມເຈ້ຍ, ໜຸ່ມແຮັບປີ້ສິລະປິນນັກຮ້ອງ ແລະນັກສະ ແດງຊື່ດັງພ້ອມບັນດາແຂກຜູ້ໃຫ້ການສະໜັບສະໜູນ ແລະມວນຊົນ ເຂົ້າຮ່ວມ.

ກິດຈະກຳຄັ້ງນີ້ເປັນການແຂ່ງ ຂັນກີລາບານເຕະມິດຕະພາບລະ ຫວ່າງທີມ Lao All Star ແລະ ທີມ MisterInternationalLaos2019 ເພື່ອລະດົມທຶນ,ເຄື່ອງອຸປະກອນ, ອາຫານ ແລະ ເຄື່ອງບໍລິໂພກອື່ນໆນຳເອົາໄປຊ່ວຍ ເຫຼືອຜູ້ປະສົບໄພນໍ້າຖ້ວມແຂວງ ພາກກາງ ແລະພາກໃຕ້ຜ່ານການ ແຂ່ງຂັນທີມ Lao All Star ແມ່ນເຮັດໄດ້ດີກວ່າເອົາຊະນະທີມ MisterInternationalLaos 2019 ໄປ 3-1 ລວມໄດ້ເງິນຈາກການບໍລິຈາກຂອງຜູ້ເຂົ້າຮ່ວມຊົມ ການແຂ່ງຂັນ ແລະບວກກັບເງິນ ຈຳນວນທີ່ບໍລິຈາກມາແລ້ວກ່ອນໜ້ານີ້ລວມທັງໝົດ 4,2 ແສນກີບ ແລະຍັງມີເຄື່ອງອຸປະໂພກບໍລິໂພກ, ເຄື່ອງນຸ່ງຮົມ, ເຄື່ອງໃຊ້ຄົວເຮືອນ ແລະອາຫານແຫ້ງປະເພດໝີ່ສຳ ເລັດຮູບ, ນໍ້າດື່ມຈຳນວນໜຶ່ງພ້ອມນັ້ນບໍລິສັດ ລາວອຸດສາຫະກຳ-ກະ ສິກຳ ນົມສາລີຫວານ ບ້ານເກີນຍັງ ໄດ້ມາຮ່ວມມອບນໍ້າສາລີກະປ໋ອງ ຈຳນວນ 4 ພັນຕຸກລວມມູນຄ່າ 20 ລ້ານກວ່າກີບ.

----------

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ