ມຽນມາເປີດເສລີການລົງທືນຄ້າສົ່ງ-ຄ້າຍອ່ຍ

ຫຼັງຈາກມຽນມາອອກກົດລະບຽບເປີດເສລີການລົງທຶນໃນ ທຸລະກິດຄ້າສົ່ງ-ຄ້າຍ່ອຍໃນປີ 2018 ທີ່ຜ່ານມາ ໂດຍເປີດໃຫ້ນັກ ລົງທຶນຕ່າງຊາດເຂົ້າໄປລົງທຶນ ແບບ 100% ເປັນເທື່ອທຳອິດ ເພື່ອ ສົ່ງເສີມໃຫ້ເກີດການແຂ່ງຂັນ ແລະ ເພີ່ມທາງເລືອກໃຫ້ກັບຜູ້ບໍລິໂພກ ຫຼາຍຂຶ້ນເຮັດໃຫ້ມຽນມາກາຍເປັນພາກພື້ນໃໝ່ຂອງທຸລະກິດຄ້າສົ່ງ-ຄ້າຍ່ອຍຂອງນັກລົງທຶນຈາກທົ່ວ ໂລກ.

ຕາມຂ່າວຕ່າງປະເທດລາຍ ງານວ່າ ໃນງານສຳມະນາການລົງ ທຶນ “ມຽນມາ ອິນໄຊ 2019” ຄັ້ງ ທີ 4 ໄດ້ຮັບກຽດຈາກ ທ່ານ ຕອງ ຕຸນລັດຖະມົນຕີກະຊວງລົງທຶນ ແລະຄວາມສຳພັນທາງເສດຖະກິດລະຫວ່າງປະເທດຂອງມຽນມາ ກ່າວເລື່ອງໂອກາດລົງທຶນໃນມຽນມາວ່າລັດຖະບານພະຍາຍາມປະຕິຮູບຍຸດທະສາດການພັດທະນາປະເທດລະຫວ່າງປີ 2011-2031 ຊຶ່ງ ຕ້ອງການເປີດເສລີຕໍ່ຂະແໜງການລົງທຶນໃນຫຼາຍທຸລະກິດ ໂດຍປີ 2018 ລັດຖະບານໄດ້ເປີດກ້ວາງຕໍ່ການລົງທຶນຂະແໜງພະລັງງານໃຫ້ກັບບໍລິສັດຕ່າງປະເທດສາມາດ ຖືຮຸ້ນໄດ້ເຕັມຈຳນວນ.ຊຶ່ງທຸລະກິດຄ້າສົ່ງ ແລະຄ້າຍ່ອຍ ເປັນໜຶ່ງທຸລະກິດທີ່ນັກລົງທຶນຕ່າງຊາດໃຫ້ຄວາມສົນໃຈນັບຕັ້ງແຕ່ມຽນມາ ເປີດປະເທດ ແລະປີທີ່ຜ່ານມາລັດ ຖະບານໄດ້ປັບປ່ຽນກົດລະບຽບ ການລົງທຶນຄັ້ງໃໝ່ ໂດຍອະນຸຍາດໃຫ້ບໍລິສັດຕ່າງປະເທດຖືຮຸ້ນໄດ້ 100% ສຳລັບສິນຄ້າທຸກປະເພດຈາກເດີມທີ່ຈະຕ້ອງມີບໍລິສັດທ້ອງຖິ່ນຮ່ວມລົງທຶນຢ່າງໜ້ອຍ 20%. ແຕ່ກົດລະບຽບໃໝ່ນີ້ມີເງື່ອນໄຂລະບຸຈະແຈ້ງວ່າ ທຸລະກິດຄ້າຍ່ອຍຕ່າງຊາດທີ່ເຂົ້າມາຕ້ອງມີເງິນລົງ ທຶນບໍ່ຕໍ່າກວ່າ 3 ລ້ານໂດລາສະຫະລັດ ແລະທຸລະກິດຄ້າສົ່ງຈະຕ້ອງ ລົງທຶນມູນຄ່າ 5 ລ້ານໂດລາ ຊຶ່ງ ຕ້ອງມີການໂອນເງິນລົງທຶນດັ່ງ ກ່າວເຂົ້າມາມຽນມາພາຍໃນ 3 ປີ.

ທ່ານ ອອງ ນາຍອູ ຫົວໜ້າກະຊວງການລົງທຶນກ່າວວ່າພາຍໃນປີນີ້ລັດຖະບານຈະພິຈາລະນາມາດຕະການຈູງໃຈອື່ນໆສຳລັບນັກລົງ ທຶນເພື່ອຫຼຸດຜ່ອນອຸປະສັກໃນການ ເຮັດທຸລະກິດເຊັ່ນ:ເວລາໃນການເຊົ່າທີ່ດິນໃຫ້ດົນຂຶ້ນ, ການສ້າງສະຖຽນລະພາບໃນຂະແໜງການ ເງິນ ແລະຫຼຸດຂໍ້ຈຳກັດໃນການໂອນເງິນກັບປະເທດສຳລັບບໍລິສັດຕ່າງປະເທດເປັນຕົ້ນ.

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ