ສະຫຼອງວັນສ້າງຕັ້ງກອງທັບຄົບຮອບ 70 ປີ ຢ່າງຍິ່ງໃຫຍ່

ຂ່າວ: ກິດຕິສັກ ບົວໄລ  

 ພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ ໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ ແລະສົມກຽດໃນ ວັນທີ 20 ມັງກອນ 2019 ທີ່ວິທະຍາຄານກົມມະດຳ (ນ້ຳຊວງ) ເມືອງ ໂພນໂຮງ ແຂວງວຽງຈັນ ໂດຍໃຫ້ກຽດ ເຂົ້າຮ່ວມຂອງທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສປປ ລາວ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດພ້ອມດ້ວຍອະດີດການນຳຂັ້ນສູງ, ບັນດາການນຳພັກ-ລັດ, ບັນດາຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ ແລະ ມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ.

  ການສະເຫຼີມສະຫຼອງໄດ້ເລີ່ມຕົ້ນດ້ວຍການສະແດງສິລະປະຮ້ອງເພງປະສົມຟ້ອນ, ການສະແດງມວຍຕໍ່ສູ້ຂອງເຫຼົ່າທະຫານຕາມມາດ້ວຍກ້ອນກຳລັງສວນ ສະໜາມທີ່ປະກອບມີຫຼາຍພາກສ່ວນໃນກຳລັງປະກອບອາວຸດມີທັງໝົດ 25 ກ້ອນກຳລັງເຊັ່ນ: ກ້ອນທຸງໄຊກອງທັບປະຊາຊົນລາວ, ເຫຼົ່າຮົບລົດຕັງ-ຍານ ເກາະ,ກ້ອນພາຫະນະເຫຼົ່າຮົບປືນໃຫຍ່ໜ້າດິນ,ເຫຼົ່າຮົບປ້ອງກັນປະເທດ, ກອງພັນໃຫຍ່ 703 ເຫຼົ່າຮົບທະຫານອາກາດ; ກ້ອນກຳລັງທະຫານທ້ອງຖິ່ນ, ກ້ອນເຫຼົ່າຮົບເສນາຮັກ, ກ້ອນເຫຼົ່າຮົບສື່ສານ, ກ້ອນເຫຼົ່າຮົບປ້ອງກັນອາກາດ, ກ້ອນເຫຼົ່າຮົບຊ່າງແສງ, ກ້ອນກຳລັງທະຫານຊາຍແດນ, ກ້ອນທະຫານຮາບ, ກ້ອນນາຍທະຫານອາກາດ, ກ້ອນນາຍທະຫານບົກ, ກ້ອນກອງຮ້ອຍກຳລັງໄຟເພດຍິງ 369, ກ້ອນກອງທັບປົດປ່ອຍປະຊາຊົນລາວ, ກ້ອນນາຍທະຫານ

    ກອງທັບອິດສະຫຼະ, ສະຫະພັນນັກຮົບ ເກົ່າແຫ່ງຊາດ, ກ້ອນກຳລັງປ້ອງກັນຕົວ, ກ້ອງກຳລັງກອງຫຼອນ. ນອກນັ້ນຍັງມີການສະແດງຝຸງບິນ MI-17 3 ລຳປະກອບທຸງຊາດ, ທຸງພັກ ແລະທຸງ 70 ປີ ກອງທັບປະຊາຊົນລາວ, ຝຸງບິນ LE 500 4 ລຳ ແລະການສະແດງໂດດຈ້ອງອາກາດຊຶ່ງໄດ້ສະແດງເຖິງຄວາມ ແຂງແກ່ນພິລະອາດຫານຂອງກຳລັງທະຫານລາວທີ່ຍາມໃດກໍ່ຢືນຢູ່ຄຽງຂ້າງປ້ອງກັນສະຫງົບປອດໄພໃຫ້ແກ່ປະເທດຊາດ ແລະປະຊາຊົນບໍ່ວ່າຈະເປັນຍາມສົງ ຄາມ ຫຼື ສັນຕິພາບ.

    ທ່ານປະທານປະເທດໄດ້ກ່າວສູນທອນພົດວ່າ: ທົ່ວກອງທັບ ແລະທົ່ວປວງຊົນລາວບັນດາເຜົ່າມີຄວາມເບີກບານມ່ວນຊື່ນ ແລະພູມໃຈເປັນຢ່າງຍິ່ງທີ່ໄດ້ ພ້ອມກັນສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ ຊຶ່ງເປັນວັນສຳຄັນຍິ່ງຂອງຊາດເຮົາ, ໃນນັ້ນທ່ານໄດ້ຍົກໃຫ້ເຫັນເຖິງປະຫວັດ    ຄວາມເປັນມາກ່ອນໜ້ານີ້ 70 ປີ ຄືວັນທີ 20 ມັງກອນປີ 1949 ກອງລາດຊະວົງຕົ້ນກຳເນີດຂອງກອງທັບປະຊາຊົນລາວໃນປະຈຸບັນໄດ້ຮັບການສ້າງຕັ້ງຂຶ້ນຢູ່ເຂດທີ່ໝັ້ນແຫ່ງໜຶ່ງຂອງແຂວງຫົວພັນໂດຍແມ່ນປະທານ ໄກສອນ ພົມວິຫານ ທີ່ເຄົາລົບຮັກເປັນຜູ້ນຳພາບັນຊາໂດຍກົງນັ້ນເປັນວັນແຫ່ງການເຕົ້າໂຮມກໍາລັງປະກອບອາວຸດທີ່ໄດ້ຮັບການສ້າງຕັ້ງຂຶ້ນໃນບໍລິເວນຕ່າງໆທົ່ວປະເທດເຂົ້າເປັນກອງທັບລາວອິດສະຫຼະຊຶ່ງເປັນເຫດການທີ່ມີຄວາມໝາຍສຳຄັນໃຫຍ່ ຫຼວງທີ່ສຸດທາງດ້ານການເມືອງໃນປະຫວັດສາດຂອງຊາດເຮົາ,ແມ່ນບາດລ້ຽວປະຫວັດສາດໜ້າໃໝ່ແຫ່ງການຕໍ່ສູ້ກູ້ຊາດໂດຍມີກອງທັບເປັນກຳລັງຫຼັກແຫຼ່ງ, ເປັນທີ່ເພິ່ງອີງຂອງປະຊາຊົນລາວບັນດາເຜົ່າໃນການດຳເນີນການຕໍ່ສູ້ຕີຕ້ານຈັກກະພັດຜູ້ຮຸກຮານ ແລະລູກແລ້ງຕີນມືຜູ້ຂາຍຊາດ,ເປັນການຢັ້ງຢືນເຖິງການເຕີບໃຫຍ່ຂະຫຍາຍຕົວຂອງການປະຕິວັດລາວກ້າວສູ່ລະດັບສູງ. ພາຍຫຼັງກອງທັບລາວອິດສະຫຼະໄດ້ຮັບການສ້າງຕັ້ງຂຶ້ນບໍ່ພໍເທົ່າໃດກໍໄດ້ປະເຊີນກັບສັດຕູທີ່ມີກຳລັງແຮງເໜືອກວ່າຕັ້ງຫຼາຍເທົ່າບໍ່ວ່າດ້ານເສດຖະກິດ, ກຳລັງພົນ, ອາວຸດຍຸດໂທປະກອນແຕ່ດ້ວຍນ້ຳໃຈຮັກຊາດອັນສູງສົ່ງ ແລະການສືບທອດມູນເຊື້ອຕໍ່ສູ້ບໍ່ຍອມຈຳນົນຂອງບັນພະບູລຸດ ແລະ ເຊື້ອຊາດລາວ, ໂດຍໄດ້ຮັບການອູ້ມຊູຊ່ວຍເຫຼືອຢ່າງໝົດຈິດໝົດໃຈຈາກປະຊາຊົນລາວບັນດາເຜົ່າກໍຄືບັນດາປະ ເທດສັງຄົມນິຍົມອ້າຍນ້ອງພິເສດແມ່ນປະຊາຊົນລາວຫວຽດນາມ, ກອງທັບເຮົາໄດ້ດຳເນີນການຕໍ່ສູ້ຢ່າງພິລະອາດຫານ ແລະ ໄດ້ຮັບໄຊຊະນະເປັນກ້າວໆມາ.

 ຕະຫຼອດໄລຍະເວລາ 70 ປີ ທີ່ຜ່ານມາສາມາດເວົ້າໄດ້ວ່າບັນດາຜົນງານ ແລະໄຊຊະນະອັນເປັນປະຫວັດສາດຂອງກອງທັບຂອງຊາດກ່ອນອື່ນໝົດແມ່ນຍ້ອນມີການນຳພາຢ່າງຖືກຕ້ອງ ແລະສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ, ພັກເປັນຜູ້ຈັດຕັ້ງ, ນຳພາ ແລະ ສຶກສາອົບຮົມກອງທັບເຮົາຕະຫຼອດມາ, ພັກເຮົາໄດ້ວາງແນວທາງຍຸດທະສາດຮອບດ້ານຢ່າງປະດິດສ້າງ, ຖືກກັບສະພາບການແຕ່ລະໄລຍະຊຶ່ງແທດເໝາະກັບເງື່ອນໄຂ, ຈຸດພິເສດຂອງປະເທດເຮົາ, ບັນຫາສຳຄັນທີ່ສຸດແມ່ນແນວທາງການທະຫານຂອງພັກຊຶ່ງໄດ້ວາງຍຸດທະສາດການຕໍ່ສູ້ຢ່າງຖືກຕ້ອງ ແລະ ຍຸດໂທບາຍທີ່ຄ່ອງແຄ້ວມີໄຫວພິບ, ນຳໃຊ້ ແລະ  ສົມທົບບັນດາຮູບການຕໍ່ສູ້ຢ່າງຊຳນິຊຳນານ, ພັກເຮົາເສີມຂະຫຍາຍໄດ້ທຸກກຳລັງບົ່ມຊ້ອນພາຍໃນປະເທດໂດຍສົມທົບຢ່າງແໜ້ນໜາກັບກຳລັງແຮງຂອງຍຸກສະໄໝກັບການຮ່ວມມືສຳພັນສູ້ຮົບກັບກອງທັບ  ແລະປະຊາຊົນຫວຽດນາມອ້າຍນ້ອງບວກກັບການສະໜັບສະໜູນຊ່ວຍເຫຼືອຈາກບັນດາປະເທດເພື່ອນມິດ ແລະບັນດາກຳລັງທີ່ກ້າວໜ້າໃນທົ່ວໂລກເຮັດໃຫ້ການປະຕິວັດຢູ່ປະເທດເຮົາໄດ້ ຮັບໄຊຊະນະອັນສະຫງ່າງາມເລື້ອຍໆມາ.

  ໃນໂອກາດດັ່ງກ່າວທ່ານປະທານປະເທດໃນນາມຕາງໜ້າພັກ-ລັດ ຂໍສະແດງຄວາມຮູ້ບຸນຄຸນອັນລົ້ນເຫຼືອຕໍ່ວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ, ຕໍ່ຜູ້ເສຍອົງຄະ, ຕໍ່ຄອບຄົວ ແລະຜູ້ທີ່ເສຍສະຫຼະຊີວິດເພື່ອຄວາມເປັນເອກະລາດຂອງຊາດ, ເພື່ອອິດສະລະພາບ ແລະຄວາມຜາສຸກຂອງປະຊາຊົນລາວເຮົາ“ປະເທດ ຊາດຈະຈາລຶກບຸນຄຸນຂອງບັນດາສະຫາຍເຫຼົ່ານັ້ນຊົ່ວກາລະນານ”.