ຊຳເໜືອ ປະກວດສີລະປະຕ້ອນຮັບກອງປະຊຸມໃຫຍ່ ອົງຄະນະພັກເມືອງ

  ທ້າຍອາທິດຜ່ານມານີ້, ເມືອງຊຳເໜືອ ແຂວງຫົວພັນໄດ້ຈັດກິດຈະກຳປະກວດສີລະປະວັນນະຄະດີຂຶ້ນຢູ່ທີ່ຫໍວັດທະນະທຳ ແຂວງພາຍໃຕ້ການເປັນປະທານ ຂອງທ່ານ ພຸດພັນ ແກ້ວວົງໄຊ ເຈົ້າເມືອງຊຳເໜືອ, ໃຫ້ກຽດເຂົ້າຮ່ວມມີທ່ານ ຄຳຜິວ ວົງສະຫວັນປະທານແນວລາວສ້າງຊາດແຂວງ ຫົວພັນ,ມີການນຳເມືອງຊຳເໜືອ,ພາກສ່ວນທີ່ກ່ຽວຂ້ອງ,ໜ່ວຍ ສີລະປະວັນນະຄະດີສະໝັກຫຼິ້ນ,ຕະຫຼອດຮອດມວນຊົນພາຍໃນເທສະບານແຂວງເຂົ້າຮ່ວມຢ່າງ ຄືກຄື້ນ.

ການປະກວດສີລະປະວັນນະ ຄະດີຄັ້ງນີ້ແມ່ນແນໃສ່ສ້າງຂະ ບວນການຂໍ່ານັບຮັບຕ້ອນ ແລະຄັດ ເລືອກເອົາໜ່ວຍສີລະປະວັນນະຄະດີເພື່ອສະແດງຮັບໃຊ້ກອງປະຊຸມໃຫຍ່ອົງຄະນະພັກເມືອງຊຳເໜືອ ຄັ້ງທີ XII ທີ່ຈະໄຂຂຶ້ນໃນມໍ່ໆນີ້,ຊຶ່ງມີໜ່ວຍສິລະປະວັນນະຄະດີສະ ໝັກຫຼິ້ນອ້ອມຂ້າງເທສະບານເມືອງ ຊໍາເໜືອ ເຂົ້າຮ່ວມທັງໝົດ 15 ໜ່ວຍແຕ່ລະລາຍການໄດ້ສະແດງ ໃຫ້ເຫັນເຖິງວັດທະນະທຳອັນດີ ງາມ, ວິຖີຊີວິດຂອງຊົນເຜົ່າຕ່າງໆ ຢູ່ໃນແຂວງຫົວພັນ ແລະໄດ້ສ້າງ ຄວາມນິຍົມຊົມຊອບເບີກບານມ່ວນ ຊື່ນໃຫ້ແກ່ຜູ້ຊົມໄດ້ເປັນຢ່າງດີ.

ຜ່ານການສະແດງປະກວດ,ຄະນະກຳມະການໄດ້ຕັດສິນໃຫ້ບົດຟ້ອນຫວນຄືນມູນເຊື້ອການປະຕິວັດຈາກໜ່ວຍວັນນະຄະດີສະໝັກ ຫຼິ້ນໂຮງຮຽນພັນລາໄດ້ຮັບ ລາງວັນຊະນະເລີດພ້ອມໃບຢັ້ງຢືນ ແລະເງິນສົດ 2 ລ້ານກີບ, ຮອງຊະນະເລີດໄດ້ແກ່ບົດຟ້ອນສາວ ໄຕຊຳຕໍ່າຜ້າລາຍງາມຂອງໜ່ວຍສີລະປະສະໝັກຫຼິ້ນຫ້ອງການສຶກສາທິການ ແລະກີລາເມືອງຊຳເໜືອໄດ້ຮັບໃບຢັ້ງຢືນ ແລະເງິນສົດ 1 ລ້ານກີບ, ອັນດັບທີສາມໄດ້ແກ່ບົດຟ້ອນວິຖີຊີວິດເອກະລັກແຈ່ວປາບໍ້າຊຳເໜືອຂອງໝ່ວຍສີລະປະສະໝັກຫຼິ້ນໂຮງຮຽນ ມສ ພັນລາພ້ອມໃບຢັ້ງຢືນ ແລະເງິນສົດ 5 ແສນກີບ ແລະ12 ບົດຟ້ອນໄດ້ຮັບລາງວັນຊົມເຊີຍ.

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ