ຮຸ່ງອາລຸນໃຈດີຮັບຂົນສົ່ງເຄື່ອງລ້າໄປໃຫ້ຜູ້ປະສົບໄພນໍ້າຖ້ວມ

 ບໍລິສັດຮຸ່ງອາລຸນຂົນສົ່ງດ່ວນໃຈດີຮັບຂົນສົ່ງລ້າເຄື່ອງຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ ແລະຫັກເອົາເງິນ 5% ຂອງຈຳນວນທີ່ລູກຄ້າມາໃຊ້ບໍລິການທົ່ວໄປນຳບໍລິສັດໃຫ້ກັບຜູ້ປະສົບໄພນໍ້າຖ້ວມນັບແຕ່ນີ້ເຖິງວັນທີ 31 ທັນວາ 2019 ພ້ອມນີ້ຂໍເຊີນຊວນຜູ້ທີ່ມີຈິດໃຈຢາກຮ່ວມເປັນສ່ວນໜຶ່ງໃນການປະກອບສ່ວນຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມກໍສາມາດນຳເອົາເຄື່ອງມາຝາກກັບທາງບໍລິສັດໄດ້ທຸກສາຂາທົ່ວປະເທດເນື່ອງຈາກທາງບໍລິສັດໄດ້ຮ່ວມກັບກູ້ໄພນະຄອນຫຼວງວຽງຈັນຈະລົງໄປມອບເຄື່ອງຊ່ວຍ ເຫຼືອໃນອາທິດໜ້ານີ້.

 ທ່ານ ສີສະຫວັນ ມ່າຢົງເຊິນ ປະທານບໍລິສັດຮຸ່ງອາລຸນຂົນສົ່ງດ່ວນໃຫ້ສຳພາດວ່າ: ນັບແຕ່ປີ 2015 ບໍລິສັດພວກເຮົາຈະຫັກເອົາ 1,5% ຂອງເງິນປັນຜົນເພື່ອເປັນທຶນຮອນໃນການຊ່ວຍເຫຼືອສັງຄົມໂດຍສະເພາະເຂດຊົນນະບົດເປັນຕົ້ນໂຮງຮຽນ, ອຸປະກອບການຮຽນ,ເຄື່ອງນຸ່ງ-ຮົ່ມ ແລະອື່ນໆ, ສຳລັບປີນີ້ເຫັນວ່າພີ່ນ້ອງຢູ່ບັນດາແຂວງພາກໃຕ້ໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກໄພທຳມະຊາດນໍ້າຖ້ວມສະນັ້ນເພື່ອເປັນການແບ່ງເບົາບັນເທົາທຸກຂອງພໍ່ແມ່ປະຊາຊົນທີ່ປະສົບໄພນໍ້າຖ້ວມທາງບໍລິສັດໄດ້ຮ່ວມກັບກູ້ໄພນະຄອນຫຼວງວຽງຈັນ ແລະອົງການພຸດທະສາສະໜາສຳພັນລາວເພື່ອລະດົມເຄື່ອງອຸປະໂພກ-ບໍລິໂພກນຳໄປມອບໃຫ້ຜູ້ປະສົບໄພປະຈຸບັນແມ່ນມີເຄື່ອງຊ່ວຍເຫຼືອຈຳນວນໜຶ່ງແລ້ວ ແລະນອກນັ້ນຍັງໄດ້ມອບເຮືອ1 ລຳໃຫ້ກັບກູ້ໄພນະຄອນຫຼວງວຽງຈັນມູນຄ່າ 39,9 ລ້ານກີບ.

  ນອກນັ້ນທາງບໍລິສັດຍັງໃຈດີຫັກເອົາເງິນ 5% ທີ່ລູກຄ້າມາໃຊ້ບໍລິການທົ່ວໄປເພື່ອນຳມາຊື້ເຄື່ອງວັດຖຸສິ່ງຂອງໄປມອບໃຫ້ກັບຜູ້ປະສົບໄພ ແລະ ບໍ່ພໍເທົ່ານັ້ນບໍລິສັດ ຍັງຮັບເຄື່ອງຝາກສຳລັບບຸກຄົນ ຫຼື ຜູ້ທີ່ມີຈິດໃຈຢາກເປັນສ່ວນໜຶ່ງໃນການຊ່ວຍເຫຼືອພີ່ນ້ອງທີ່ປະສົບໄພນໍ້າຖ້ວມບໍ່ສາມາດໄປມອບດ້ວຍຕົນເອງໄດ້ກໍສາມາດນຳມາ ຝາກກັບທາງບໍລິສັດໄດ້ທຸກສາຂາທົ່ວປະເທດຊຶ່ງບໍລິສັດຮຸ່ງອາລຸນຮັບສົ່ງໃຫ້ລ້າສະເພາະເຄື່ອງຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມນັບແຕ່ມື້ນີ້ເຖິງວັນທີ 31 ທັນວາ 2019 ສະນັ້ນຂໍເຊີນຊວນທຸກທ່ານຮ່ວມເປັນສ່ວນໜຶ່ງໃນການຊ່ວຍເຫຼືອບັນເທົາທຸກໃຫ້ກັບພີ່ນ້ອງທີ່ປະສົບໄພນໍ້າຖ້ວມທາງພາກໃຕ້ຂອງລາວທ່ານ ສີສະຫວັນ ມ່າຢົງເຊິນ ກ່າວ.

 ປະຈຸບັນບໍລິສັດຮຸ່ງອາລຸນຂົນສົ່ງດ່ວນມີສາຂາບໍລິການເກືອບທົ່ວປະເທດຍັງພຽງແຂວງຜົ້ງສາລີ ແລະແຂວງໄຊສົມບູນ, ສະເພາະຢູ່ນະຄອນຫຼວງວຽງຈັນ ມີ 14 ຈຸດບໍລິການໂດຍລາຄາເລີ່ມຕົ້ນ 12 ພັນກີບ ຮັບຮອດເຮືອນ-ສົ່ງເຖິງທີ່, ສ້າງວຽກເຮັດງານທຳໃຫ້ພະນັກງານໄດ້ 150 ຄົນ ແລະພາຍໃນປີ 2020 ນີ້ຈະສ້າງຈຸດບໍລິ ການໃຫ້ໄດ້ 60 ຈຸດ ແລະ ສ້າງວຽກເຮັດງານທຳໃຫ້ໄດ້ 300 ກວ່າຄົນ.

--------

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ