ປະກັນໄພ 2 ບໍລະສັດຮ່ວມມືຄຸ້ມຄອງລົດຂ້າມຕ່າງປະເທດ

  ວັນທີ 29 ສິງຫາຜ່ານມາທີ່ນະຄອນຫຼວງພະບາງ ໄດ້ຈັດກອງປະຊຸມ ແລະພິທີເຊັນບົດບັນທຶກໃນສັນຍາລະຫວ່າງບໍລິສັດ ອາລິອັນສ໌ ປະກັນໄພລາວ ແລະບໍລິສັດ ບາວຫວຽດ ປະກັນໄພແຫ່ງ ສສ ຫວຽດນາມ ໂດຍເປັນປະທານຂອງ ທ່ານ ຫໍລະດີ ວໍລະຣາດ ປະທານສະມາຄົມປະກັນໄພແຫ່ງ ສປປ ລາວ ທັງເປັນຜູ້ຕາງໜ້າໃຫ້ກັບບໍລິສັດອາລິອັນສ໌ປະກັນໄພລາວ ພ້ອມດ້ວຍທ່ານ Nguyen Quang Huyen ປະທານບໍລິສັດບາວ ຫວຽດປະກັນໄພແຫ່ງ ສສ ຫວຽດນາມ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

 ທ່ານ ຫໍລະດີ ວໍລະຣາດ ກ່າວວ່າ: ກອງປະຊຸມແມ່ນໄດ້ສືບຕໍ່ປືກສາຫາລືບັນຫາທີ່ຍັງຄ້າງຄາໂດຍສະເພາະແມ່ນການຈ່າຍເງິນຄອມມີເຊີນໃຫ້ເຊິ່ງກັນ ແລະ ກັນລະ ຫວ່າງລາວກັບຫວຽດນາມ, ເບ້ຍປະກັນໄພ, ວົງເງິນຄຸ້ມກັນແລະຮູບແບບ ຂອງສັນຍາປະກັນໄພຖືວ່າເປັນເອກະພາບກັນຈຶ່ງໄດ້ເຊັນບົດ ບັນທຶກການຮ່ວມມືກ່ຽວກັບປະກັນໄພລົດຂ້າມແດນພາກບັງຄັບລະຫວ່າງລາວ-ຫວຽດນາມ ໂດຍໄດ້ສືບຕໍ່ຈາກກອງປະຊຸມດ້ານປະກັນໄພທີ່ມີຜູ້ເຂົ້າຮ່ວມລະຫວ່າງ 4 ປະເທດລາວ,ຫວຽດນາມ,

ກຳປູເຈຍ ແລະໄທທີ່ຈັດຂຶ້ນໃນເດືອນຕຸລາ 2018 ທີ່ນະຄອນດານັງປະເທດຫວຽດນາມກ່ຽວກັບການບໍລິການປະກັນໄພລົດຂ້າມແດນລະຫວ່າງປະເທດທີ່ຈະອຳນວຍຄວາມສະດວກໃຫ້ກັບຜູ້ທີ່ໃຊ້ບໍລິການປະກັນໄພທັງ ລາວ-ຫວຽດນາມ ສາມາດຄຸ້ມຄອງ ໄດ້ທັງ 2 ປະເທດເພື່ອປົກປ້ອງສິດ, ຊັບສີນ, ຊີວິດຂອງຜູ້ໃຊ້ບໍລິການເມື່ອລົດມີຄວາມເສຍຫາຍ ຫຼືເກີດອຸບັດເຫດຢູ່ປະເທດໃດກໍຈະມີປະກັນໄພຂອງບໍລິສັດໃນປະເທດນັ້ນເຂົ້າໄປຊ່ວຍຄຸ້ມຄອງດູ ແລຊີວິດ ແລະຊັບສິນ.

 ສະນັ້ນທັງ 2 ບໍລິສັດຈຶ່ງໄດ້ເຮັດບົດບັນທຶກສະບັບນີ້ຂຶ້ນມາໂດຍອີງໃສ່ກອງປະຊຸມອາຊຽນທີ່ມີລັດຖະມົນຕີກະຊວງການເງິນແລະລັດຖະມົນຕີຂົນສົ່ງຂອງສະມາຄົມອາຊຽນທີ່ໄດ້ມີການຕົກລົງເຫັນດີໃນປີ 2007 ທີ່ປະເທດມາເລເຊຍວ່າແຕ່ລະປະເທດຕ້ອງມີປະກັນໄພລົດຂ້າມແດນແບບບັງຄັບ ແລະໄດ້ມອບໝາຍໃຫ້ລາວ, ໄທ, ກຳ ປູເຈຍ ແລະຫວຽດນາມ ເລີ່ມປະຕິບັດໃນການໃຊ້ປະກັນໄພລົດຂ້າມແດນການຊື້ຂາຍທັງໃນອອນລາຍ ແລະການຊຳລະສະສາງຮ່ວມກັນ.  

 ທ່ານ ຫໍລະດີ ວໍລະຣາດ ຍັງໃຫ້ຮູ້ ຕື່ມອີກວ່າ: ໃນແຜນອະນາຄົດຕໍ່ໜ້າຈະໄດ້ມີການຈັດຕັ້ງປະຕິບັດໃຫ້ແຕ່ລະບໍລິສັດປະກັນໄພພາຍໃນລາວ ແລະບໍລິສັດ ປະກັນໄພຂອງຫວຽດນາມທີ່ພ້ອມປະຕິ ບັດກໍ່ສາມາດເຂົ້າຮ່ວມໃນລະບົບປະກັນໄພນີ້ໄດ້ຊຶ່ງຜ່ານມາບໍລິສັດອາລິອັນສ໌ປະກັນໄພລາວໄດ້ເລີ່ມໃຫ້ບໍລິການມາກ່ອນແລ້ວລະຫວ່າງ ລາວ-ໄທ ແລະຮ່ວມມືກັບປະເທດຫວຽດນາມຫວັງວ່າໃນອະນາຄົດຈະມີຫຼາຍບໍລິສັດເຂົ້າຮ່ວມໃນ ການຂາຍປະກັນໄພໃນລະບົບນີ້ເພີ່ມຂຶ້ນ.

 

-------

ຂຽນໂດຍ: ສອນມະນີ ໄຊສະຫວັດ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ