ການລົງທຶນຍີ່ປຸ່ນຂະຫຍາຍຕົວ 1,9%

  ກະຊວງການເງິນຂອງຍີ່ປຸ່ນເປີດເຜີຍໃນວັນທີ 2 ກັນຍາ ທີ່ຜ່ານມາວ່າ ການໃຊ້ຈ່າຍດ້ານເງິນທຶນຂອງບໍລິສັດເອກະຊົນໃນຍີ່ປຸ່ນໄຕມາດ 2 ປັບຕົວເພີ່ມຂຶ້ນ 1,9% ເມື່ອທຽບເປັນລາຍປີ.

ຕາມຂ່າວຕ່າງປະເທດລາຍງານວ່າ ການລົງທຶນຂະແໜງທຸລະກິດນອກຈາກຂະແໜງການເງິນຍີ່ປຸ່ນຊຶ່ງລວມເຖິງການລົງ ທຶນໃນການສ້າງໂຮງງານ ແລະອຸປະກອນເສີມຕ່າງໆນັ້ນຄິດເປັນ ມູນຄ່າທັງໝົດ 10,87 ພັນຕື້ເຢນ ຊຶ່ງເປັນການເພີ່ມຂຶ້ນຕິດຕໍ່ກັນ 11 ໄຕມາດ, ສ່ວນກຳໄລກ່ອນຫັກພາສີຂອງບໍລິສັດທີ່ໄດ້ຮັບການສຳຫຼວດໃນຄັ້ງນີ້ປັບຕົວຫຼຸດລົງ 12,0% ເມື່ອທຽບເປັນລາຍປີສູ່ລະດັບ 23,23 ພັນຕື້ເຢນ ນັບເປັນການ ປັບຕົວຫຼຸດລົງເປັນເທື່ອທຳອິໃຮອບ 2 ໄຕມາດຂະນະທີ່ຍອດຂາຍເພີ່ມຂຶ້ນ 0,4% ຈຸລະດັບ 345,91 ພັນຕື້ເຢນ, ໂດຍສຳນັກງານຄະນະລັດຖະມົນຕີຍີ່ປຸ່ນຈະເປີດເຜີຍຕົວເລກຜະລິດຕະພັນພາຍໃນ (ຈີດີພີ) ໄຕມາດ 2 ປີ 2019 ທີ່ມີການປັບທົບທວນໃນວັນທີ 9 ກັນຍາ ທີ່ຈະມາເຖິງນີ້ ໂດຍຈະນໍາຕົວເລກໃຊ້ຈ່າຍດ້ານທຶນທີ່ມີການເປີດເຜີຍໃນວັນນີ້ມາພິຈາລະນາ.

ສຳລັບຈີດີພີເບື້ອງຕົ້ນຂອງຍີ່ປຸ່ນຂະຫຍາຍຕົວເໜືອຄວາມຄາດໝາຍຢູ່ທີ່ 1,8% ໃນໄຕມາດ 2 ໂດຍໄດ້ແຮງຊຸກຍູ້ຈາກການໃຊ້ຈ່າຍຂອງຜູ້ບໍລິໂພກ ແລະການໃຊ້ຈ່າຍດ້ານທຶນທີ່ເຂັ້ມແຂງ.

ພາບ ແລະຂາ່ວຈາກ:ໜັງສືພິມເສດຖະກິດ-ສັງຄົມ