ອານິສົງຂອງການໃສ່ບາດຕອນເຊົ້າ

  ການໃສ່ບາດເປັນຮີດຄອງປະເພນີທີ່ຊາວພຸດປະຕິບັດກັນແຕ່ດົນນານ,ບໍ່ວ່າຈະໃນຍາມບຸນທານຕ່າງໆ ແລະໃນຕອນເຊົ້າຂອງ ແຕ່ລະມື້,ຊຶ່ງຄູບາ ແລະຈົວຈະໄດ້ອອກມາບິນທະບາດ ໂດຍຈະມີ ພໍ່ອອກແມ່ອອກໄປໃສ່ບາດຕາມ ຄວາມສະດວກຂອງໃຜລາວ,ການໃສ່ບາດເປັນການເສຍສະຫຼະວັດຖຸສິ່ງຂອງອັນບໍລິສຸດຂອງຕົນແກ່ພະສົງ ເພື່ອເປັນການຊໍາລະລ້າງ ຈິດໃຈ ໃຊ້ທໍາມະເຮັດໃຫ້ຈິດໃຈປາສະຈາກກິເລດໂລບໂກດຫຼົງ ໄດ້ນັ້ນຄືບຸນ.

ຕາມຫຼັກພຸດທະສາສະໜາກ່າວໄວ້ວ່າ:ການໃສ່ບາດແມ່ນການທໍາບຸນຢ່າງໜຶ່ງ ຊຶ່ງແມ່ນການເສຍສະຫຼະວັດຖຸສິ່ງຂອງອັນບໍລິສຸດຂອງຕົນແກ່ພະສົງເພື່ອເປັນການ ຊໍາລະສະສາງກິເລດຂອງຕົນໃຫ້ ຄ່ອຍໝົດໄປ,ຊຶ່ງຜູ້ໃດທໍາບຸນໃສ່ ບາດໃນຕອນເຊົ້າຂອງທຸກໆມື້ຈະ ໄດ້ຮັບກຸສົນໃຫຍ່ 9 ຂໍ້ຄື: 1)ຈະເປັນທີ່ຮັກຂອງຄົນທັງຫຼາຍຄົນທີ່ດີມີປັນຍາບໍ່ວ່າໃຜກໍຢາກຄົບຄ້າສະມາຄົມນໍາມີຊື່ສຽງທີ່ດີງາມເປັນຜູ້ທີ່ບໍ່ຫ່າງໄກທໍາມະ ແລະເມື່ອຈາກໂລກນີ້ໄປກໍຈະໄດ້ຂຶ້ນສະຫວັນຊັ້ນ ຟ້າ; 2) ການໃສ່ບາດທຸກມື້ເຮັດ ໃຫ້ຈິດໃຈຢູ່ກັບຄວາມດີເປັນການ ຝຶກຈິດໃຈໃຫ້ຢູ່ກັບການກຸສົນ ຊຶ່ງ ເປັນທາງແຫ່ງຄວາມຈະເລີນທີ່ພະພຸດທະເຈົ້າຕັດວ່າ:ຜູ້ທີ່ຝຶກຈິດໃຈດີແລ້ວຍ່ອມນໍາຄວາມສຸກມາໃຫ້; 3) ເປັນການຫຼຸດຄວາມເຫັນແກ່ ຕົວສ້າງໃຈໃຫ້ເປັນສຸກ ແລະສ້າງ ສັງຄົມໃຫ້ຮົ່ມເຢັນມີການເອື້ອເຟື້ອເພື່ອແຜ່ມຸ່ງສູ່ຄວາມດີ ແລະຄວາມ ເສຍສະຫຼະ; 4) ເປັນການຕໍ່ບຸນກຸສົນໃຫ້ແກ່ຕົນເອງເພາະການ ໃສ່ບາດເປັນການເສີມບາລະມີ ໂດຍກົງເປັນການສ້າງທາງແຫ່ງ ຄວາມຮັ່ງມີລໍ້າລວຍຍິ່ງເຮັດບຸນ ຫຼາຍຍິ່ງໄດ້ບຸນຫຼາຍ; 5) ເພື່ອ ເປັນການອຸທິດສ່ວນບຸນໃຫ້ແກ່ບຸກ ຄົນອັນເປັນທີ່ຮັກທີ່ໄດ້ລ່ວງລັບໄປແລ້ວອັນເປັນການສະແດງຄວາມກະຕັນຍູຜູມີພະຄຸນ.

ສ່ວນອານິສົງຂໍ້ທີ 6) ເປັນການຮັກສາຮີດຄອງປະເພນີ ແລະ ວັດທະນະທໍາອັນດີງາມຂອງເຮົາໄວ້ເພື່ອເປັນມົນສະເໜໄວ້ຄູ່ກັບຄົນລາວຊາວພຸດຕະຫຼອດໄປ; 7) ເປັນແບບຢ່າງໃນການສົ່ງຕໍ່ຄວາມດີຈາກຮຸ່ນສູ່ຮຸ່ນເພື່ອໃຫ້ລູກຫຼານມີແບບຢ່າງທີ່ດີໃນການປະຕິບັດຕົນຕໍ່ວັດທະນະຮີດຄອງປະເພນີ; 8) ເປັນການສືບຕໍ່ອາຍຸພະພຸດທະສາສະໜາເພາະພະສົງສາມະເນນຕ້ອງຢູ່ໄດ້ດ້ວຍການບິນທະບາດລ້ຽງຊີບຫາກບໍ່ມີໃຜໃສ່ບາດເພີ່ນ ກໍບໍ່ມີອາຫານ ແລະກໍບໍ່ສາມາດດໍາລົງຊີບໄດ້ແລ້ວພະພຸດທະສາສະໜາກໍຈະສິ້ນລົງ; 9) ການໃສ່ ບາດເປັນການສ້າງຄວາມປອງ ດອງໃຫ້ກັບຊາວພຸດໃນເວລາເຮັດບຸນໃສ່ບາດຈະໄດ້ພົບພໍ້ກັບຜູ້ຄົນ ທີ່ມີຈິດໃຈໃສສັດທາຄືກັນມາຮ່ວມ ເຮັດບຸນນໍາກັນສ້າງຄວາມສາມັກຄີ ລະຫວ່າງຄົນກັບຄົນ,ບ້ານຕໍ່ບ້ານ ແລະອື່ນໆ.

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ