ຜົນປະກວດແຕ່ງກາຍຊຸດຜ້າໄໝລາວ-ໄທ

   ໃນມື້ສຸດທ້າຍຂອງງານວາງສະແດງສິນຄ້າໂອດ໋ອບລາວ-ໄທ ລະຫວ່າງນະຄອນຫຼວງວຽງຈັນ ແລະແຂວງຕຣາດທີ່ໄດ້ນຳເອົາສິນຄ້າຫັດຖະກຳມາວາງສະແດງແລກ ປ່ຽນກັນງານດັ່ງກ່າວໄດ້ມີ ການສະແດງສິລະປະວັດທະນະທຳ ແລະກິດຈະກຳການປະກວດການແຕ່ງກາຍຊຸດຜ້າໄໝລາວ-ໄທເພື່ອຊິງເອົາລາງວັນຈາກຜູ້ສະໜັບໜູນໃນນັ້ນຜູ້ຊະນະເລີດແມ່ນທ້າວ ບູມ ອາຍຸ 22 ປີ.

ວັນທີ 1 ກັນຍາ 2019 ທີ່ສູນການຄ້າວຽງຈັນເຊັນເຕີນະຄອນ ຫຼວງວຽງຈັນໄດ້ຈັດແຂ່ງຂັນການ ປະກວດແຕ່ງກາຍຊຸດຜ້າໄໝລາວ-ໄທ ໂດຍການເຂົ້າຮ່ວມເປັນຄະນະ ກຳມະການຕັດສິນຂອງທ່ານນາງ ພອນວິໄລ ແສນປະເສີດ ຜູ້ສະໜັບສະໜູນກິດຈະກຳໄວໜຸ່ມ, ທ່ານ ວັນໄຊ ມຸກມະນີ ຮອງປະທານ ເຄືອຂ່າຍສິນຄ້າ Otop ປະເທດໄທ, ທ່ານ ນາງ ນວນສີ ມະຫັດ ທະນະວີໂຣດຮອງຜູ້ອຳນວຍການ ສູນການຄ້າວຽງຈັນເຊັນເຕີບັນ ດານາງແບບ, ນາຍແບບ ແລະດາລາຜູ້ທີ່ຜ່ານເວທີປະກວດລາວ-ໄທ ເຂົ້າຮ່ວມ.

ງານວາງສະແດງສິນຄ້າໂອ ດ໋ອບ ລາວ-ໄທແມ່ນໄດ້ເລີ່ມແຕ່ ວັນທີ 30 ສິງຫາ ຫາວັນທີ 1 ກັນຍາ  2019  ທີ່ໄດ້ນຳເອົາສິນຄ້າ ຫັດຖະກຳສີໄມ້ລາຍມືລະຫວ່າງນະຄອນຫຼວງວຽງຈັນ ແລະແຂວງຕຣາດເອົາມາວາງສະແດງແລກປ່ຽນກັນພາຍໃນງານໄດ້ມີກິດຈະກຳການສະແດງສິລະປະກຳຫຼາຍ ຢ່າງຄຶກຄື້ນພິເສດແມ່ນມີການປະ ກວດແຕ່ງກາຍຊຸດຜ້າໄໝລາວ-ໄທເພື່ອຊິງຮັບເງິນລາງວັນ ແລະ ສາຍສະພາຍຈາກຜູ້ສະໜັບໜູນ, ຜ່ານການແຂ່ງຂັນຜູ້ໄດ້ຮັບລາງວັນຊະນະເລີດໄດ້ແກ່ທ້າວ ບູມ ອາຍຸ 22 ປີ ໄດ້ຮັບເງິນສົດ 3 ລ້ານກີບ, ພ້ອມດ້ວຍຂັນລາງວັນ ແລະສາຍສະພາຍ, ລາງວັນຮອງ ອັນດັບ 1 ໄດ້ແກ່ນາງ ທິບພະສອນ ຂັດຕິຍະວົງ ອາຍຸ 17 ປີ ໄດ້ຮັບເງິນສົດ 2 ລ້ານກີບ, ພ້ອມດ້ວຍຂັນລາງວັນ ແລະສາຍສະ ພາຍ,ສ່ວນລາງວັນຮອງອັນດັບ 2 ໄດ້ແກ່ທ້າວ  ເອັສມ່ອນ ສຸວັນນະວົງ ອາຍຸ 21  ປີ ໄດ້ຮັບເງິນສົດ1 ລ້ານກີບ ພ້ອມດ້ວຍຂັນລາງວັນ ແລະ ສາຍສະພາຍນອກນັ້ນຍັງມີລາງ ວັນພິເສດອີກ 4 ລາງວັນຄື: ລາງ ວັນຂວັນໃຈຊ່າງພາບ, ຂວັນໃຈມະຫາຊົນ, ບຸກຄະລິກກະພາບດີ ແລະແຕ່ງກາຍງາມ.

ທ່ານ ນາງ ພອນວິໄລ ແສນ ປະເສີດໃຫ້ສຳພາດວ່າ: ໃນນາມ ຕົນເອງທີ່ໄດ້ຮັບມອບໝາຍເປັນ ຄະນະກຳມະການຕັດສິນ ໂດຍ ລວມແລ້ວແມ່ນເລືອກເຟັ້ນເອົາການນຸ່ງຖືຂອງວັດທະນະທຳລາວ- ໄທແບບປະຍຸກທີ່ປະສົມປະສານກັນພ້ອມນັ້ນຍັງໄດ້ຈະເນັ້ນໃສ່ການນຸ່ງຖືຜ້າໄໝທີ່ພວກເຮົາວາງ ໃສ່ຮູບແບບຄອນເຊັບຂອງງານ ກິດຈະກຳລາວ-ໄທໃນຄັ້ງນີ້, ສຳລັບເວທີນີ້ເປັນກິດຈະກຳໜຶ່ງທີ່ສ້າງ ໃຫ້ໄວໜຸ່ມກ້າສະແດງຄວາມສາ ມາດອອກ ແລະເປີດກວ້າງຄວາມ ຄິດໃໝ່, ເພີ່ມທັກສະ ແລະປັບໂຕ ເຂົ້າກັບຄົນໃນສັງຄົນທັງເປັນການ ນໍາມາປັບປ່ຽນໃສ່ໃນເວທີປະກວດຕ່າງໆ.

-----------

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ