ໂຄງການກ້າໄມ້ແຕກໃບສົດໃສຢືນຕົ້ນໃຫຍ່ງາມລົງຊູກຍູ້ຊາວໜູ່ມຜູ້ໄດ້ຮັບທືນ

  ໃນລະຫວ່າງວັນທີ 28-29 ສິງ ຫາຜ່ານມາໂຄງການ ”ກ້າໄມ້ແຕກໃບ ສົດໃສຢືນຕົ້ນໃຫຍ່ງາມ” ຂອງບໍລິສັດ ຣາຊ-ລາວບໍລິການຈຳກັດນຳໂດຍທ່ານ ນາລົງວິດ ຄອງສິນຜູ້ຈັດການສ່ວນອົງກອນສຳພັນບໍລິສັດຣາຊ-ລາວບໍລິການ ຈຳກັດ, ທ່ານ ວົງພຽນບານແປ່ມຕິຮອງຫົວໜ້າພະແນກສົ່ງເສີມວິຊາຊີບກົມພັດທະນາວິຊາຊີບຊາວໜຸ່ມສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ພ້ອມ ດ້ວຍຄະນະລົງຕິດຕາມ

ຊຸກຍູ້ຊາວໜຸ່ມຜູ້ທີ່ໄດ້ຮັບທຶນຈາກໂຄງການດັ່ງກ່າວຢູ່ແຂວງຫົວພັນ, ທ່ານ ນາລົງວິດ ຄອງສິນ ກ່າວວ່າ: ໂຄງການ ”ກ້າໄມ້ແຕກໃບສົດໃສຢືນຕົ້ນໃຫຍ່ງາມ” ເປັນໂຄງການໜຶ່ງຂອງບໍລິສັດຣາຊ-ລາວບໍລິການຈຳກັດທີ່ສະໜອງທຶນຊຸກຍູ້ຊາວໜຸ່ມທົ່ວປະເທດທີ່ຮຽນຈົບມາແລ້ວບໍ່ມີທຶນທີ່ຈະສ້າງອາຊີບທີ່ໝັ້ນຄົງສະນັ້ນໂຄງການພວກເຮົາຈຶ່ງໄດ້ເຂົ້າມາຊ່ວຍເຫຼືອດ້ານທຶນຮອນໂດຍຮ່ວມມືກັບກົມ ພັດທະນາວິຊາຊີບສູນກາງຊາວໜຸ່ມປະຊາຊົນປະຕິວັດລາວຊຶ່ງໄດ້ມີການຄັດເລືອກເອົາຜູ້ທີ່ຜ່ານການຝຶກວິຊາຊີບຈາກສູນຝຶກອົບຮົມວິຊາຊີບຊາວໜຸ່ມ-ດອນບອສໂກ ແລະມີເງື່ອນໄຂພຽງພໍແລ້ວ ມອບທຶນທີ່ບໍ່ມີດອກເບ້ຍໃຫ້ກູ້ຢືມໂດຍມີ ກຳນົດໃນເວລາ 3 ປີ ແລ້ວສົ່ງທຶນຄືນ ເພື່ອໝູນວຽນທຶນດັ່ງກ່າວໃຫ້ຊາວໜຸ່ມ ຄົນຕໍ່ໄປທີ່ມີເງື່ອນໄຂ ຊຶ່ງໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ປີ 2012 ເປັນຕົ້ນມາ.

ການລົງຕິດຕາມຊຸກຍູ້ຄັ້ງນີ້ແມ່ນເປັນການປະເມີນຄືນຜູ້ທີ່ໄດ້ຮັບທຶນລະຫວ່າງ ທ້າວ ເຈີວາ ທີ່ສາມາດສົ່ງທຶນຄືນໂຄງ ການແລ້ວ ແລະສາມາດສ້າງລາຍຮັບ ເຂົ້າຄອບຄົວໄດ້ເຖິງ 3-4 ລ້ານກີບຕໍ່ ເດືອນຖືວ່າເປັນອີກຄົນໜຶ່ງທີ່ປະສົບຜົນສຳເລັດ ແລະທ້າວ ຊົ່ງຫວ່າງ ທີ່ກຳລັງຈັດຕັ້ງປະຕິບັດຢູ່ໃນປະຈຸບັນ,ເລື່ອງຊີ ວິດການເປັນຢູ່ຂອງເຂົາເຈົ້າແລ້ວປະເມີນຄືນເພື່ອຄັດເລືອກຕົວແບບຂອງ ໂຄງການໃນການພັດທະນາຊີວິດການເປັນຢູ່ພາຍຫຼັງໄດ້ຮັບທຶນໂຄງການດັ່ງ ກ່າວ, ຊຶ່ງສະເພາະຢູ່ຫົວພັນມີ 2 ຄົນ ທີ່ໄດ້ຮັບທຶນເປັນຕົ້ນທ້າວ ເຈີວາ ບ້ານ ຫ້ວຍມ້າ ແລະທ້າວ ຊົ່ງຫວ່າງ ບ້ານຫົວ ຄັງເມືອງຊຳເໜືອ ແຂວງຫົວພັນ.

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ