ທີດີເອັສ ບໍລິສັດໃຫ້ບໍລິການດ້ານງານແປພາສາທີ່ເຊື່ອຖືໄດ້

   ທີດີເອັສ ເປັນບໍລິສັດໜຶ່ງທີ່ສ້າງຂຶ້ນເພື່ອຕອບສະໜອງວຽກການບໍລິການກ່ຽວກັບງານແປພາສາໂດຍສະເພາະ, ພ້ອມນັ້ນຍັງໃຫ້ບໍລິການແລ່ນເອກະສານຂໍແຕ່ງດອງສາກົນ ແລະພົວພັນເອກະສານຕ່າງໆ, ຊຶ່ງນັບວ່າເປັນບໍລິສັດໜຶ່ງທີ່ເຮັດວຽກດ້ານບໍລິການມາເກືອບ 20 ປີ, ໂດຍຜູ້ອຳນວຍການບໍລິສັດເຜີຍວ່າ ຍ້ອນຄວາມຊື່ສັດຕໍ່ລູກຄ້າ ແລະ ການເຮັດວຽກພາຍໃຕ້ກົດໝາຍຈຶ່ງພາໃຫ້ບໍລິສັດພັດທະນາມາເຖິງທຸກວັນນີ້.

  ທ່ານ ບູນໄທ ແກ້ວວິໄລ ຜູ້ອຳນວຍການບໍລິສັດ ທີດີເອັສ ຈຳກັດ (T.D.S Co.,Ltd) ໃຫ້ສໍາພາດກັບທີມຂ່າວໜັງສືພິມເສດຖະກິດ-ສັງຄົມເມື່ອບໍ່ດົນມານີ້ຮູ້ວ່າ: ທີດີເອັສ ເປັນບໍລິສັດທີ່ໄດ້ຮັບການສ້າງຕັ້ງໃນປີ 1999 ແລະໄດ້ດຳເນີນການໃຫ້ບໍລິການແກ່ສັງຄົມຢ່າງເປັນທາງການໃນປີ 2000 ເປັນຕົ້ນມາ, ໂດຍເປົ້າໝາຍແມ່ນເນັ້ນໃສ່ວຽກງານແປພາສາຕ່າງປະເທດເພື່ອຮັບໃຊ້ສັງຄົມເປັນຫຼັກໂດຍສະເພາະພາສາອັງກິດ, ຝຣັ່ງ, ຣັດເຊຍ, ຍີ່ປຸ່ນ ແລະອື່ນໆ (ຍົກ ເວັ້ນພາສາຈີນ), ບໍລິການແລ່ນຂໍອະນຸຍາດແຕ່ງດອງກັບຄົນຕ່າງປະເທດ, ປະກອບເອກະສານຄູ່ໝັ້ນ, ຂຽນບົດວິພາກເສດຖະກິດ, ແລ່ນເອກະສານຂໍອະນຸ ຍາດລົງທຶນ (ທັງພາຍໃນ ແລະ ຕ່າງປະເທດ), ບໍລິການຂໍຢູ່ລາວຖາວອນ ແລະ ຂໍສັນຊາດ, ພ້ອມນັ້ນຍັງມີບໍລິຫານໃຫ້ຄຳປຶກສາ ແລະ ບໍລິການທົ່ວໄປ, ຊຶ່ງຕະຫຼອດໄລຍະ 19 ປີຂອງການດຳເນີນທຸລະກິດທີດີເອັສໄດ້ຖືສຳຄັນການບໍລິການລູກຄ້າດ້ວຍຄວາມຊື່ສັດ, ເອົາຄຸນນະພາບເປັນບັນຫາຫຼັກ ແລະ ພາຍໃຕ້ລະບຽບກົດໝາຍຂອງລັດຈຶ່ງພາໃຫ້ບໍລິສັດກາຍເປັນທີ່ຮູ້ຈັກຂອງສັງຄົມເທົ່າທຸກວັນນີ້.

  ຜ່ານການດຳເນີນທຸລະກິດມາ 19 ປີ, ທີດີເອັສຖືເປັນບໍລິສັດໜຶ່ງທີ່ສັງຄົມໃຫ້ການຍອມຮັບດ້ານຄຸນນະພາບ ແລະ ໄວ້ວາງໃຈໃນການໃຫ້ບໍລິການໂດຍສະ ເພາະແລ່ນເອກະສານຂໍອະນຸຍາດແຕ່ງດອງກັບຄົນຕ່າງປະເທດ, ການແປເອກະສານທາງການຕ່າງໆ ແລະລວມທັງແປເອກະສານປະກອບເພື່ອສຶກສາຕໍ່ຕ່າງ ປະເທດ, ຢ່າງໃດກໍຕາມໃນໄລຍະຜ່ານມາກໍຍັງມີທັງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຄຽງຄູ່ກັນໄປ, ສະເພາະຂໍ້ສະດວກແມ່ນມີກົດໝາຍ ແລະ ລະບຽບການຂອງ ລັດທີ່ອຳນວຍຄວາມສະດວກໃຫ້, ພ້ອມນັ້ນ ພັກ-ລັດ ກໍເຫັນຄວາມສຳຄັນ ແລະ ໃຫ້ທິດຊີ້ນຳຢ່າງຕໍ່ເນື່ອງ, ແຕ່ຄຽງຄູ່ກັນນັ້ນກໍບໍ່ສາມາດປາສະຈາກຂໍ້ຄົງຄ້າງ ອັນເປັນສາເຫດພາໃຫ້ການດຳເນີນທຸລະກິດຂອງບໍລິສັດພົບຄວາມຫຍຸ້ງຍາກ ແລະຫຼ້າຊ້າຕົ້ນຕໍແມ່ນການປະກອບເອກະສານຕ່າງໆມີຄວາມຫຼ້າຊ້າແກ່ຍາວ ແລະຫຼາຍຂັ້ນຫຼາຍຂອດ.

  ທ່ານ ບູນໄທ ແກ້ວວິໄລ ໃຫ້ຮູ້ອີກວ່າ: ເພື່ອເປັນການຮັບມືກັບການປ່ຽນແປງໃນຍຸກປະຈຸບັນ, ຫັນເອົາທິດທາງແຜນການຂອງບໍລິສັດໃຫ້ເປັນໄປຕາມຄາດ ໝາຍ, ບໍລິສັດຈຳຕ້ອງໄດ້ສືບຕໍ່ພັດທະນາຜະລິດຕະພັນຂອງຕົນກໍຄືການບໍລິການໃຫ້ສອດຄ່ອງກັບຄວາມຕ້ອງການຂອງສັງຄົມ, ສືບຕໍ່ຂະຫຍາຍການບໍລິ ການໃຫ້ຫຼາຍຕື່ມເພື່ອເພີ່ມທາງເລືອກໃຫ້ກັບລູກຄ້າທີ່ມາໃຊ້ບໍລິການ, ແຕ່ຕ້ອງຢືນຢູ່ພາຍໃນຫຼັກການຂອງບໍລິສັດຄືຊື່ສັດຕໍ່ລູກຄ້າ,ບໍລິການດ້ວຍຄຸນນະພາບ ແລະ ຖືກຕ້ອງຕາມກົດໝາຍຂອງປະເທດ.