ນັກວິໄຈສອນຫຸ່ນຍົນໃຫ້ “ຄິດວິເຄາະ ຈາກປະສົບການ” ເພື່ອເຮັດວຽກໄດ້ດີຂຶ້ນ

  ການຕັ້ງໂປຣແກຣມສອນ ຫຸ່ນຍົນ ຫຼື ປັນຍາປະດິດເພື່ອໃຫ້ ເຮັດວຽກເປັນເລື່ອງທີ່ທັງຍາກ ແລະຕ້ອງໃຊ້ເວລາເຊັ່ນ: ການຂຽນລະຫັດພິເສດໃຫ້ຫຸ່ນຍົນພະຍາຍາມພັບເສື້ອຍືດຈະຕ້ອງຄຳນຶງເຖິງຂະໜາດເນື້ອຜ້າຕະຫຼອດຈົນຂັ້ນຕອນວິທີການຕ່າງໆ.

ຂະນະນີ້ນັກວິທະຍາສາດດ້ານຄອມພິວເຕີທີ່ມະຫາວິທະຍາໄລ ແຫ່ລັດແມຣິແລນວິທະຍາເຂດ ຄອລເລຈພາກກຳລັງຫາທາງຊ່ວຍ ໃຫ້ຫຸ່ນຍົນເຮັດວຽກໄດ້ດີຂຶ້ນ ໂດຍ ຮຽນຮູ້ຈາກປະສົບການເຮັດວຽກທີ່ຜ່ານມາ YiannisAloi monos ສາດສະດາຈານທີ່ມະຫາວິ ທະຍາໄລແຫ່ງລັດແມຣິແລນກ່າວວ່າໃນປະຈຸບັນຫຸ່ນຍົນຈຳນວນ ຫຼາຍຍັງເຮັດວຽກໄດ້ຄ່ອນຂ້າງຊ້າ ເນື່ອງຈາກຍັງບໍ່ມີຄວາມສາມາດ ໃນການຈຳແນກຄວາມແຕກຕ່າງ ລະຫວ່າງການສົ່ງສັນຍານຕ່າງໆ ໄດ້ດີພໍແຕ່ດ້ວຍການພັດທະນາໂປຣແກຣມທີ່ຊ່ວຍຝັງຄວາມຊົງ ຈຳເຂົ້າສູ່ສະໝອງກົນຂອງຫຸ່ນຍົນຈະເຮັດໃຫ້ຫຸ່ນຍົນສາມາດໃຊ້ປະສົບການທີ່ຜ່ານມາໃນການຮຽນຮູ້ແລະພັດທະນາຕົນເອງເພື່ອເຮັດວຽກໄວຂຶ້ນຢ່າງໃດກໍຕາມການປະສົມລວມທັກສະການຮຽນຮູ້ ເຂົ້າກັບການສັ່ງງານຜ່ານກົນຈັກນັ້ນເປັນພາລະກິດທີ່ບໍ່ງ່າຍເລີຍ.

ເວລານີ້ສາດສະດາຈານ Aloi monos ແລະເພື່ອນຮ່ວມງານກຳລັງພະຍາຍາມພັດທະນາທິດສະດີ ຄອມພິວເຕີແບບ Hyper-dimen sion ຊຶ່ງຈະຊ່ວຍໃຫ້ຄອມພິວເຕີຕ່າງໆເຮັດວຽກໄດ້ດີຂຶ້ນຕົວຢ່າງ ເຊັ່ນໂທລະສັບສະມາດໂຟນຈະສາ ມາດວິເຄາະສະຖານະການ ແລະ ເກັບສະສົມປະສົບການຕ່າງໆລວມ ທັງສາມາດບອກຕຳແໜ່ງທີ່ຕັ້ງຕ່າງໆໄດ້ທັນທີຈາກການວິເຄາະ ຮູບຖ່າຍຮູບໜຶ່ງຂະນະດຽວກັນ ເຕັກໂນໂລຊີຄວບຄຸມໄລຍະໄກ ຫຼື ໂດຣນກໍສາມາດນຳມາໃຊ້ໃນການ ວິເຄາະສະພາບແວດລ້ອມໄດ້ໂດຍ ອັດຕະໂນມັດໂດຍບໍ່ຈຳເປັນຕ້ອງ ມີມະນຸດຄອຍກຳກັບການປ່ຽນ ແປງທີ່ໜ້າງຶດງໍ້ອີກຢ່າງໜຶ່ງຄືດວງຕາຂອງຫຸ່ນຍົນຊຶ່ງນັກວິທະຍາສາດກ່າວວ່າບໍ່ໄດ້ເປັນພຽງກ້ອງທຳມະດາອີກຕໍ່ໄປແຕ່ເປັນເຊນເຊີທີ່ສາມາດຮັບສັນຍານການແນມເຫັນພາບແບບຕໍ່ເນື່ອງຕະຫຼອດເວລາ ຊຶ່ງຊ່ວຍໃນການຕອບສະໜອງຕໍ່ ການເຄື່ອນໄຫວ ແລະແສງຕ່າງໆ ໄດ້ກົນໄກດັ່ງກ່າວຄ້າຍກັບດວງຕາຂອງມະນຸດທີ່ສົ່ງສັນຍານຢ່າງຕໍ່ເນື່ອງໄປທີ່ “ສະໝອງກົນ” ທີ່ບັນທຶກແລະເກັບຂໍ້ມູນຕ່າງໆໄວ້ຫຼາກຫຼາຍມະຫາສານເພື່ອສ້າງສັນສິ່ງທີ່ຄ້າຍກັບປະສົບການຊີວິດໃນຄວາມຊົງຈຳຂອງມະນຸດເຮົານັກວິທະຍາສາດບອກວ່າວິທີນີ້ຈະເຮັດໃຫ້ຫຸ່ນຍົນໃກ້ຄຽງກັບມະນຸດຫຼາຍຂຶ້ນເລື້ອຍໆ.

ຢ່າງໃດກໍຕາມຄະນະນັກວິທະ ຍາສາດຂອງມະຫາວິທະຍາໄລ ແມຣີແລນຍອມຮັບວ່າໂຄງການທີ່ເຮັດຢູ່ນີ້ເປັນເລື່ອງທີ່ຍາກ  ແລະຊັບ ຊ້ອນຊຶ່ງຍັງຕ້ອງໃຊ້ຄວາມພະຍາ ຍາມ  ແລະການຄົ້ນຄວ້າອີກຫຼາຍ.

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ