ໂຊນ່ານ ແຈັກເກັດ ປ່ອຍເພງໃໝ່ເອົາໃຈໄວໜຸ່ມ

  ໜຸ່ມ ໂຊນ່ານ ແຈັກເກັດສິລະປິນນັກຮ້ອງວົງເຈັກເກັດທັງ ເປັນນັກແຕ່ງເພງທີ່ມີຊື່ສຽງໃຫ້ແກ່ຫຼາຍໆຄ້າຍໃນວົງການບັນເທີງ ລາວ ພາຍຫຼັງໄດ້ຫ່າງຫາຍໄປເປັນ ເວລາຫຼາຍເດືອນກ່ຽວກັບສ້າງບົດເພງໃຫ້ແຟນໆຊຶ່ງເມື່ອບໍ່ດົນມານີ້ ໂຊນ່ານ ແຈັກເກັດ ກໍໄດ້ມີຜົນງານໃໝ່ອອກມາໃຫ້ແຟນເພງໄດ້ຮັບ ຟັງກັນແລ້ວນັ້ນຄືບົດເພງອ້າຍ ແທນໄດ້ບໍ່?  One Night Stand.

ໜຸ່ມ ໂຊນ່ານ ແຈັກເກັດ ໃຫ້ຮູ້ ວ່າ: ຜົນງານເພງນີ້ໄດ້ແຮງບັນດານໃຈມາຈາກສັງຄົມໃນຍຸກປະຈຸບັນຊຶ່ງເປັນຄຳນິຍົມຊັກຊວນກັນເປັນປະຈໍາໃນຄໍາສັບໄວໜຸ່ມ ເປັນຕົ້ນແມ່ນ“ເລີກພັບແລ້ວນ້ອງສິໄປໃສຕໍ່”ຈາກນັ້ນ, ຈຶ່ງໄດ້ຄິດຄົ້ນໃນການຂຽນເພງ ໂດຍໃຊ້ເວລາໃນການແຕ່ງ ແລະຮຽບຮຽງເກືອບ 4 ເດືອນ, ເພງດັ່ງກ່າວນີ້ແມ່ນໜຸ່ມ ໂຊນ່ານ ແຈັກເກັດ ເປັນຜູ້ປະພັນເອງ ໂດຍມີເນື້ອຫາເອົາໃຈໄວ ໜຸ່ມໃນຍຸກປະຈຸບັນ ຊຶ່ງເປັນຈັງຫວະຮ໋ອບແນວສະໜຸກສະໜານທີ່ປະສົມກັບລູກທົ່ງອິນດີ້ທີ່ບໍ່ເຄີຍ ຮ້ອງມາກ່ອນ.

ໜຸ່ມ ໂຊນ່ານ ແຈັກເກັດ ກ່າວ ວ່າ:ເພງໃໝ່ອ້າຍແທນໄດ້ບໍ່? One Night Stand ແມ່ນໄດ້ປ່ອຍລົງຢູທູບໄປແລ້ວຊຶ່ງເປັນອີກຜົນງານໜຶ່ງທີ່ຕັ້ງໃຈເຮັດໃຫ້ສຸດໆເຊື່ອວ່າອາດຈະຖືກໃຈແຟນເພງຫຼາຍໆ ຄົນ,ແລະຂໍຝາກໃຫ້ມວນຊົນຕິດ ຕາມຜົນງານເພງເກົ່າ ແລະໃໝ່ໃນຊ່ອງທາງຢູທູບ Toeng Studio ຫຼື ທາງເພຈເຟສບຸກ Toeng Stu dio ເພື່ອເປັນການສົ່ງເສີມບົດເພັງ ລາວເຮົາ.

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ