ລາວ ແລະ ກຳປູເຈຍຮ່ວມມືດ້ານການທະນາຄານກາງ

     ຄະນະຜູ້ແທນຂັ້ນສູງຂອງທະນາຄານແຫ່ງ ສປປ ລາວ ຊຶ່ງນໍາໂດຍທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ພ້ອມຄະນະໄດ້ເດີນທາງເຄື່ອນໄຫວເຮັດວຽກ ແລະ ເຂົ້າຮ່ວມກອງປະຊຸມທະວິພາຄີລະຫວ່າງທະນາຄານແຫ່ງ ສປປ ລາວ ແລະທະ ນາຄານແຫ່ງຊາດກໍາປູເຈຍທີ່ນະຄອນຫຼວງພະນົມເປັນຣາຊະອານາຈັກກໍາປູເຈຍລະຫວ່າງວັນທີ 14–17 ມັງກອນ 2019 ຕາມຄໍາເຊີນຂອງທ່ານ ເຈຍ ຈັນໂຕ ຜູ້ວ່າການທະນາຄານແຫ່ງຊາດກໍາປູເຈຍຊຶ່ງຖືເປັນຄັ້ງທໍາອິດໃນການຢ້ຽມຢາມຣາຊະອານາຈັກກໍາປູເຈຍຢ່າງເປັນທາງການພາຍຫຼັງທີ່ໄດ້ຮັບການແຕ່ງຕັ້ງເປັນຜູ້ວ່າການທະນາຄານແຫ່ງ ສປປ ລາວ.

  ໃນໂອກາດດັ່ງກ່າວ; ຄະນະຜູ້ແທນຂັ້ນສູງຂອງທະນາຄານແຫ່ງ ສປປ ລາວ ກໍ່ໄດ້ມີການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ເຈຍ ຈັນໂຕ; ພ້ອມນັ້ນ, ຍັງໄດ້ມີການເຄື່ອນໄຫວເບິ່ງການຜະລິດທະນະບັດ ແລະຮັບຟັງການລາຍງານການປະຕິບັດໜ້າທີ່ວຽກງານຂອງໂຮງພິມທະນະບັດ ແລະ ຫໍພິພິດຕະພັນໃນໄລຍະຜ່ານມາ; ຫຼັງຈາກນັ້ນ, ກໍ່ໄດ້ມີພິທີພົບປະ 2 ຝ່າຍຊຶ່ງຝ່າຍ ສປປ ລາວ ນໍາໂດຍທ່ານ ສອນໄຊ  ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ແລະ ຝ່າຍຣາຊະອານາຈັກກໍາປູເຈຍນໍາໂດຍທ່ານ ເຈຍ ຈັນໂຕ ແລະໃນເວລາຕໍ່ມາກໍ່ໄດ້ຈັດຕັ້ງກອງປະຊຸມທະວິພາຄີລະຫວ່າງທະນາຄານແຫ່ງ ສປປ ລາວ ແລະທະ ນາ ຄານແຫ່ງຊາດກໍາປູເຈຍຢ່າງເປັນທາງການໂດຍພາຍໃຕ້ການເປັນປະທານຮ່ວມຂອງ 2 ຜູ້ວ່າການທະນາຄານກາງຂອງ 2 ປະເທດຊຶ່ງກອງປະຊຸມຄັ້ງນີ້ທັງ 2 ຝ່າຍໄດ້ລາຍງານສະພາບເສດຖະກິດ, ການຈັດຕັ້ງປະຕິບັດນະໂຍບາຍເງິນຕາ, ວຽກງານຄຸ້ມຄອງທະນາຄານທຸລະກິດ ແລະການຮ່ວມມືດ້ານວິຊາການ; ໃນຂະນະດຽວກັນນັ້ນ, ກໍ່ຍັງໄດ້ມີການແລກປ່ຽນຄໍາເຫັນລະຫວ່າງຄະນະຜູ້ແທນຂອງ 2 ທະນາຄານກາງຕື່ມອີກ.

     ສອງປະເທດລາວ ແລະກຳປູເຈຍໄດ້ມີການພົວພັນຮ່ວມມືທີ່ດີນໍາກັນມາແຕ່ດົນນານແລ້ວໂດຍສະເພາະໄດ້ມີການຮ່ວມມືລະຫວ່າງທະນາຄານແຫ່ງ ສປປ ລາວ ແລະທະນາຄານແຫ່ງຊາດກຳປູເຈຍ; ອັນທີ່ພົ້ນເດັ່ນ ແລະເປັນຮູບປະທຳຢ່າງຍິ່ງຂອງການຮ່ວມມືດັ່ງກ່າວແມ່ນນັບຕັ້ງແຕ່ໄດ້ມີການເຊັນບົດບັນທຶກຄວາມເຂົ້າໃຈຮ່ວມກັນລະຫວ່າງທະນາຄານແຫ່ງ ສປປ ລາວ ແລະທະນາຄານແຫ່ງຊາດກໍາປູເຈຍໃນປີ 2009 ເປັນຕົ້ນມາຊຶ່ງທັງສອງສອງທະນາຄານກາງກໍ່ໄດ້ມີການແລກປ່ຽນທາງດ້ານວິຊາການໃນຫົວຂໍ້ຕ່າງໆຢ່າງເປັນປົກກະຕິ ແລະຍັງມີການພົບປະລະຫວ່າງການນໍາຂັ້ນສູງຢ່າງເປັນປະຈໍາໃນແຕ່ລະປີ ແລະເຊື່ອ ໝັ້ນວ່າ: ກອງປະຊຸມຄັ້ງນີ້ຈະເປັນໂອກາດອັນດີໃນການແລກປ່ຽນບັນຫາທີ່ເປັນຈຸດສົນໃຈຮ່ວມກັນແລະໄດ້ຮັບຜົນສຳເລັດຕາມຄາດໝາຍທີ່ໄດ້ວາງໄວ້.