ຮູບເງົາດອກຈຳປາບານ ຈະເປີດສາຍກາງ ເດືອນກັນຍາ

ໃນວັນທີ  27 ສິງຫາ  2019 ກົມຮູບເງົາກະຊວງຖະແຫຼ່ງຂ່າວ ວັດທະນະທຳ ແລະທ່ອງທ່ຽວໄດ້ມີການຖະແຫຼ່ງຂ່າວກ່ຽວກັບຮູບເງົາເລື່ອງດອກຈຳປາບານ, ຄວາມເປັນມາຂອງເລື່ອງນີ້ແມ່ນສ້າງຂຶ້ນມາເພື່ອເສີມສ້າງສາຍພົວພັນ ລາວ-ຈີນ ຄົບຮອບ 55 ປີ, ພິເສດກໍ ຄື ປີນີ້ ເປັນປີທ່ອງທ່ຽວລາວ-ຈີນ ແລະເພື່ອເປັນການຂໍ່ານັບຮັບຕ້ອນ ວັນຊາດ ສປ ຈີນ ວັນທີ 1 ຕຸລາ ຄົບຮອບ 70 ປີ ທີ່ຈະມາເຖິງນີ້ ທັງເປັນເລື່ອງທີ່ໄດ້ຮັບລາງວັນ ຊະນະເລີດທີ່ສົ່ງໄປປະກວດຢູ່ປະ ເທດອາເມລິກາ ປີ 2018 ໂດຍມີ ຫຼາຍກວ່າ 300 ເລື່ອງທົ່ວໂລກ ໃນຫຼາຍໆສາຂາທີ່ສົ່ງເຂົ້າໄປຊິງ ລາງວັນເປັນອີກເລື່ອງໜຶ່ງທີ່ເປັນ ຄວາມພາກພູມໃຈຂອງຄົນລາວ.

ທ່ານ ນາງສີວິໄລ ອ້ວນພົງຈະ ເລີນ ກ່າວວ່າ: ຕົນເອງມີຄວາມຮູ້ສຶກພາກພູມໃຈທີ່ໄດ້ເປັນສ່ວນໜຶ່ງ ໃນຮູບເງົາເລື່ອງດອກຈໍາປາບານ ຊຶ່ງໃນບົດນີ້ກໍເປັນອີກບົດໜຶ່ງທີ່ຂ້ອນຂ້າງຍາກພໍສົມຄວນໃນການ ສະແດງເພາະວ່າຕ້ອງໄດ້ໃຊ້ອາ ລົມຄວາມຮູ້ສຶກຕ້ອງເອົາຕົນເອງ ເຂົ້າໄປຢູ່ໃນຕົວລະຄອນນັ້ນ ຊຶ່ງ ເຮົາເອງຕ້ອງໄດ້ເຂົ້າໃຈວ່າຕອນ ນັ້ນເຫດການທີ່ເກີດຂຶ້ນແມ່ນເປັນ ຍ້ອນສາເຫດຫຍັງຈຶ່ງເກີດຂຶ້ນ ແບບນັ້ນ, ໃນຮູບເງົາເລື່ອງນີ້ຕົນ ເອງໄດ້ຮັບບົດເປັນແມ່ຂອງນາງ ຈໍາປາແລະນາງຈໍາປາເປັນນາງ ເອກໃນເລື່ອງ, ໃນການສະແດງ ຄັ້ງນີ້ຄວາມຍາກກໍຄືບໍ່ມີປະສົບ ການມາກ່ອນ ແລະຂາດເຕັກນິກ ໃນການສະແດງວ່າເປັນແນວໃດ ອາໄສການອ່ານບົດອາລົມຄວາມ ຮູ້ສຶກແລ້ວກໍຈະມີຜູ້ກໍາກັບທິມງານ ຂອງ ສປ ຈີນ ແລະສປປ ລາວ ທີ່ ມີປະສົບການຄອຍໃຫ້ຄໍາແນະນໍາ, ໃນຄວາມຄາດຫັວງເລື່ອງຈຳປາ ບານນີ້ທິມງານຂອງພວກເຮົາໄດ້ຕັ້ງໃຈໃນການສະແດງຢ່າງເຕັມທີ່ເພື່ອໃຫ້ອອກມາດີ ແລະມີປະສິດທິ ຜົນ.

ທ່ານ ນາງ ຈັນນາລີ ສິດພະໄຊ (ແນ່ງ) ກ່າວວ່າ ໃນການ ສະແດງຮູບເງົາເລື່ອງດອກຈໍາປາບານ, ຕົນເອງມີຄວາມຮູ້ສຶກພາກ ພູມໃຈ, ປະທັບໃຈ ແລະໂຊກດີທີ່ຕົນເອງໄດ້ເປັນຕົວແທນໃຫ້ກັບແມ່ ຍິງລາວໄປສະແດງວັດທະນະທຳ ລາວ-ຮີດຄອງປະເພນີລາວ, ໃຫ້ ກັບຄົນທັງໂລກໄດ້ເບິ່ງໄດ້ຊົມ, ເປັນຮູບເງົາເລື່ອງທຳອິດຕົນເອງ ໄດ້ຮ່ວມສະແດງ ຊຶ່ງໄດ້ນຳໃຊ້ 2 ພາສາຄື: ພາສາລາວ ແລະພາສາ ຈີນ ຈຸດເດັ່ນໃນເລື່ອງນີ້ແມ່ນສະ ແດງເຖິງສາຍພົວພັນລະຫວ່າງ ສປປ ລາວ ແລະສປ ຈີນ ທີ່ມີມາ ແຕ່ດົນນານໃນການຮ່ວມມືໃຫ້ ຄວາມຊ່ວຍເຫຼືອເຊິ່ງກັນ ແລະກັນ.

ສະນັ້ນຢາກໃຫ້ປະຊາຊົນລາວ ແລະປະຊາຊົນຈີນທົ່ວປະເທດໄປ ຊົມໄປເບິ່ງເລື່ອງດັ່ງກ່າວນີ້ເພາະ ເປັນເລື່ອງຄັ້ງທໍາອິດຂອງສາຍ ພົວພັນລາວ-ຈີນ, ໂດຍຈະເປີດສາຍຢູ່ວຽງຈັນເຊັນເຕີ ນະຄອນຫຼວງ ວຽງຈັນ ໃນວັນທີ 19 ກັນຍາ 2019 ນີ້.

 ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ