ຍ້ອນກອງທັບເຕີບໃຫຍ່ເຂັ້ມແຂງທຸລະກິດດາວເຮືອງສົ່ງ ຈິ່ງດຳເນີນໄປໄດ້ດີ

   ນັບແຕ່ມື້ສ້າງຕັ້ງກອງທັບປະຊາຊົນລາວມາເຖິງປະຈຸບັນກໍບັນຈົບຄົບຮອບ 70 ປີພໍດີໂດຍແຕ່ລະໄລຍະບໍ່ວ່າຊ້ວງຕໍ່ສູ້ປົດປ່ອຍປະເທດຊາດກໍຄືໄລຍະສ້າງ ສາ ແລະພັດທະນາປະເທດກອງທັບ ແມ່ນໄດ້ມີການພັດທະນາຕົນເອງໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນມາເລື້ອຍໆຈົນເຮັດໃຫ້ປະເທດເຮົາມີຄວາມໝັ້ນຄົງ ແລະປະ ຊາຊົນລາວບັນດາເຜົ່າກໍຢູ່ເຢັນເປັນສຸກໃນການດຳລົງຊີວິດ.

  ທ່ານ ຄຳມ່ວນ ປັນຍາສານ ປະທານກຸ່ມບໍລິສັດດາວເຮືອງສົ່ງກໍ່ສ້າງຂົວ-ທາງ ແລະຊົນລະປະທານຈຳກັດຜູ້ດຽວໄດ້ສະແດງຄວາມຮູ້ສຶກເນື່ອງໃນໂອກາດວັນ ສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ (20 ມັງກອນ 1949-20 ມັງກອນ 2019) ວ່າ: ໃນນາມນັກທຸລະກິດຜູ້ເກີດໃໝ່ໃຫຍ່ລຸນມີຄວາມພາກ ພູມໃຈທີ່ເຫັນກອງທັບປະຊາຊົນລາວເຕີບໃຫຍ່ຂະຫຍາຍຕົວ ແລະ ມີຄວາມເຂັ້ມແຂງຊຶ່ງຕະຫຼອດ 70 ປີ ບົນເສັ້ນທາງແຫ່ງການກໍ່ຕັ້ງ, ສູ້ຮົບມີໄຊຂອງກອງ ທັບປະຊາຊົນລາວພາຍໃຕ້ການນຳພາຂອງພັກ, ກອງທັບເຮົາໄດ້ຜ່ານຜ່າອຸປະສັກຄວາມຫຍຸ້ງຍາກນາໆປະການທີ່ເຕັມໄປດ້ວຍຄວາມເສຍສະຫຼະອັນໃຫຍ່ຫຼວງໃນພາລະກິດຕໍ່ສູ້ກູ້ຊາດອັນຍືດເຍື້ອຍາວນານເປັນເວລາຫຼາຍໆປີ.

  ນັບແຕ່ມື້ໄດ້ຮັບການສ້າງຕັ້ງໃນວັນທີ 20 ມັງກອນ 1949 ເປັນຕົ້ນມາກອງທັບເຮົາໄດ້ເຕີບໃຫຍ່ເຂັ້ມແຂງເປັນກ້າວໆມາສາມາດຕີຊະນະບັນຮົບນີ້ໄປສູ່ບັນຮົບໃໝ່ສາມາດເຮັດສຳເລັດພາລະກິດປະຫວັດສາດທີ່ພັກ ແລະປະຊາຊົນມອບໝາຍໃຫ້ຢ່າງມີໄຊປະເທດຊາດໄດ້ຮັບການປົກປ່ອຍຢ່າງສົມບູນ ແລະສະ ຖາປານາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975 ຢ່າງສະຫງ່າຜ່າເຜີຍ.

  ທ່ານ ຄຳມ່ວນ ປັນຍາສານ ກ່າວຕື່ມວ່າ: ຜ່ານມາກຸ່ມບໍລິສັດດາວເຮືອງສົ່ງກໍ່ສ້າງຂົວ-ທາງ ແລະຊົນລະປະທານຈຳກັດຜູ້ດຽວໄດ້ເອົາໃຈໃສ່ປະກອບສ່ວນປະ ຕິບັດບັນດາໂຄງການກໍ່ສ້າງພື້ນຖານໂຄງລ່າງຂອງພັກ-ລັດ ຊຶ່ງປະຈຸບັນນີ້ກໍກຳລັງເລັ່ງມືກໍ່ສ້າງອາຄານຄ້າຍທະຫານຢູ່ເມືອງໝອກ ແຂວງຊຽງຂວາງ ຊຶ່ງຂະ ນະ ນີ້ໜ້າວຽກໂດຍລວມສຳເລັດແລ້ວ 75% ຄຽງຄູ່ກັນນີ້ກໍສືບຕໍ່ດໍາເນີນກໍ່ສ້າງໂຄງການຂົວຂ້າມນ້ຳເນີນເມືອງໜອງແຮດ ຊຶ່ງເປັນເມືອງ 3 ສ້າງແຂວງຊຽງຂວາງ ປະຈຸບັນສຳເລັດ 95% ພ້ອມ ໃຊ້ທຶນຕົນເອງສ້ອມແປງທາງເຂົ້າຂົວທີ່ເປເພໃນລະດູຝົນ 36 ກີໂລແມັດ; ກໍ່ສ້າງຂົວ 5 ແຫ່ງຢູ່ ເມືອງ ບົວລະພາ ແຂວງຄຳມ່ວນ ເວລານີ້ສະ ເລ່ຍ ວຽກລວມໄດ້ແລ້ວ 88%; ສຳເລັດໂຄງການກໍ່ສ້າງກັນຕະຝັ່ງເຈື່ອນເຂດ ບ້ານໝາກຮຽວ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ນອກຈາກນັ້ນບໍລິສັດກໍຍັງຈະສຳເລັດປະຕິບັດໂຄງການກໍ່ສ້າງຕະຫຼາດ 3 ແຍກພູຄູນແຂວງ ຫຼວງພະບາງ  ແລະດຳເນີນໂຄງການລ້ຽງງົວຂາຍສົ່ງອອກຕະຫຼາດຕ່າງປະເທດນຳອີກ.

  ໂດຍຜົນສຳເລັດຂອງບໍລິສັດທັງໝົດກ່ອນຈະກ້າວມາເຖິງຈຸດນີ້ກໍຍ້ອນພັກ-ລັດໃຫ້ການຊຸກຍູ້ສົ່ງເສີມຕະຫຼອດມາ ແລະປະເທດຊາດກໍມີຄວາມສະຫງົບໝັ້ນ ຄົງຈື່ງເຮັດໃຫ້ບໍລິສັດມີໂອກາດດຳເນີນທຸລະກິດຢ່າງສະດວກສະບາຍຍ້ອນກອງທັບປະຊາຊົນລາວໄດ້ໄດ້ເຮັດໜ້າທີ່ເປັນຮົ້ວຂອງຊາດໃນການປົກປັກເຂດນ້ຳ ແດນດິນ ແລະປະຊາຊົນລາວບັນດາເຜົ່າມີຄວາມສາມັກຄີເປັນຈິດໜື່ງໃຈດຽວພ້ອມກັນສ້າງສາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງຮຸງຈົນເຖິງທຸກວັນນີ້.

  ໂອກາດວັນສ້າງຕັ້ງກອງທັບຄົບຮອບ 70 ປີນີ້ທ່ານຄຳມ່ວນ ປັນຍາສານໄດ້ອວຍພອນມາຍັງຄະນະນຳກຊວງປ້ອງກັນປະເທດ, ຕະຫຼອດຮອດພະນັກງານ-ນັກຮົບທຸກຖ້ວນໜ້າຈົ່ງມີສຸຂະພາບເຂັ້ມແຂງ, ມີພະລານາໄມສົມບູນສືບຕໍ່ເຮັດສຳເລັດພາລະກິດອັນໜັກໜ່ວງທີ່ປະເທດຊາດໄດ້ມອບໝາຍໃຫ້ຢ່າງຈົບງາມ.