ຊາວໜຸ່ມເມືອງລະມານ ຮຽນຮູ້ສິນລະທຳ

  ວັນທີ່ 24 ສິງຫາ 2019 ທີ່ວັດໂພນດູ່ທະນາຣາມ ບ້ານດ່ານ ເມືອງລະມານ ແຂວງເຊກອງ ໄດ້ມີພິທີເປີດໂຄງການບັນພະຊາສຳມະເນນ ແລະຝືກອົບຮົມສິນລະທຳໃຫ້ແກ່ຊາວໜຸ່ມ-ເຍົາວະຊົນ ໂດຍ ມີທ່ານ ຖາວອນ ພົມມະໄລລຸນ ຮອງເຈົ້າແຂວງເຊກອງ, ພະອາ ຈານ ປູ່ສົມສະໜຸກ ບຸດຕະລາດ ເຈົ້າຄະນະ ອພສ ເມືອງລະມານ, ພ້ອມນີ້ກໍມີພະອາຈານ, ພະສົງສໍາ ມະເນນ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງພະອາຈານ ບຸນຍືນ ບັງທອງ ຄະນະ ອພສ ເມືອງລະມານ ໄດ້ ອະທິບາຍໂຄງການໃນຄັ້ງນີ້ກໍເພື່ອເຮັດໃຫ້ສຳມະເນນ, ນັກຮຽນ,ເຍົາວະຊົນ-ຊາວໜຸ່ມພາຍໃນເມືອງ ລະມາມມີຄວາມຮູ້, ຄວາມສາມາດ ເຂົ້າໃຈກ່ຽວກັບສິນລະທຳ  ແລະນໍາເອົາໄປປະພືດປະຕິບັດໃນຊີວິດປະ ຈຳວັນໃຫ້ສອດຄ່ອງກັບຮີດຄອງ ປະເພນີອັນດີງາມ ໂດຍສະເພາະ ແມ່ນການນົບ, ການກາບ, ການ ໄຫ້ວຮູ້ຈັກເຄົາລົບຄຸນພໍ່ແມ່, ຄຸນຄູບາອາຈານ, ເສີມສ້າງສາສະໜາ ໃຫ້ຍັງຄົງຕົວຄຽງຄູ່ກັບຄົນລາວ, ຊາດລາວ ກໍ່ຄືເມືອງລະມານຕະ ຫຼອດໄປ.

ໃນພິທີທ່ານ  ນາງ  ລໍາເນົາ  ຂັນທະຈັກ  ວ່າການປະທານແນວລາວສ້າງຊາດເມືອງລະມານໄດ້ມີຄໍາເຫັນຕໍ່ພິທີ ໂດຍໄດ້ຍ້ອງຍໍຊົມເຊີຍ ມາຍັງຄະຮັບຜິດຊອບ ແລະ ເຫັນດີເປັນເອກະພາບຕໍ່ກັບການ ເປີດໂຄງການບັນພະຊາສຳມະເນນ ແລະຝືກອົບຮົມສິນລະທຳໃຫ້ແກ່ ຊາວໜຸ່ມ-ເຍົາວະຊົນໃນຄັ້ງນີ້ ຊຶ່ງເປັນການປົກປັກຮັກສາຮີດຄອງປະເພນີອັນດີງາມຂອງຊາດລາວ ກໍ່ຄືເມືອງລະມານ ແລະຍັງເຮັດໃຫ້ ພະສົງ-ສຳມະເນນ, ຊາວໜຸ່ມ-ເຍົາວະຊົນພາຍໃນເມືອງລະມານໄດ້ ຮຽນຮູ້ຫຼັກທຳຄຳສອນຂອງພະພຸດທະເຈົ້າຮຽນຮູ້ພິທີການ ແລະ ພິທີກຳຕ່າງໆ ເພື່ອເປັນທິດຊີ້ນຳ ໃນການດຳລົງຊີວິດ,ພ້ອມກັນນັ້ນ ກໍ່ເພື່ອເຮັດໃຫ້ການເຄື່ອນໄຫວທາງ ສາສະໜາພາຍໃນເມືອງລະມານ ໄດ້ມີການຂະຫຍາຍຕົວຢ່າງຖືກ ຕ້ອງ, ພ້ອມກັນນັ້ນທ່ານຍັງໄດ້ ຮຽກຮ້ອງໃຫ້ທຸກໆພາກສ່ວນຕ້ອງເປັນເຈົ້າການໃນການຈັດຕັ້ງປະຕິບັດໂຄງການດັ່ງກ່າວໃຫ້ໄດ້ຮັບ ຜົນສຳເລັດ ແລະມີໝາກຜົນອັນ ຈົບງາມຢ່າງດີ ຊຶ່ງໂຄງການດັ່ງກ່າວຈະດຳເນີນຮອດວັນທີ 30  ສິງຫາ 2019 ຈຶ່ງສຳເລັດ.

------

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ