ໄຊຍະ ຈະດຶງດູດນັກທ່ອງທ່ຽວໃຫ້ໄດ້ 1,3 ແສນຄົນ

   ໄຊຍະບູລີໄດ້ກຳນົດເອົາວຽກງານທ່ອງທ່ຽວເປັນບຸລິມະສິດໜຶ່ງໃນສາມເສົາຄໍ້າການພັດທະນາເສດຖະກິດສັງຄົມຂອງແຂວງຊຶ່ງເປັນການສ້າງເງື່ອນໄຂອຳ ນວຍຄວາມສະດວກໃຫ້ແກ່ການພັດທະນາ ແລະສົ່ງເສີມການທ່ອງທ່ຽວໃຫ້ມີຂະບວນການຟົດຟື້ນຍ້ອນສະພາບຈຸດພິເສດຂອງແຂວງໄດ້ມີດ່ານສາກົນເຂົ້າ ອອກ 3 ດ່ານ ແລະມີເສັ້ນທາງເຊື່ອມຈອດກັບບັນດາແຂວງໃນທົ່ວປະເທດ, ມີຂົວຂ້າມນໍ້າຂອງ 3 ແຫ່ງ ແລະມີຊາຍແດນຕິດຈອດກັບປະເທດໃຫ້ຄຽງຍາວ 647 ກິໂລແມັດໂດຍໃນປີນີ້ແຂວງໄດ້ຕັ້ງເປົ້າ

      ໝາຍດຶງດູດນັກທ່ອງທ່ຽວໃຫ້ໄດ້ 1,3 ແສນຄົນຂະນະທີ່ຜ່ານມາມີທັງໝົດ 1,60 ແສນຄົນ. ທ່ານ ບຸນທະວີ ບຸນຊູຮັກ ຮອງຫົວໜ້າພະແນກຖະແຫຼງຂ່າວ ,ວັດທະນະທຳ ແລະ ທ່ອງທ່ຽວແຂວງໄຊຍະບູລີ ໄດ້ໃຫ້ຮູ້ວ່າປີ 2018 ມີນັກທ່ອງທ່ຽວເຂົ້າມາທ່ຽວ ແລະ ຜ່ານແຂວງໄຊຍະບູລີທັງໝົດ 160 ແສນຄົນ ສາມາດສ້າງລາຍຮັບຈາກການທ່ອງທ່ຽວໃນຮູບແບບກະຈາຍທົ່ວສັງຄົມໄດ້ທັງໝົດ 8,7 ລ້ານໂດລາປະມານ 73,59 ຕື້ກີບ ທຽບໃສ່ແຜນການປີປະຕິບັດໄດ້ລື່ນຄາດໝາຍ 23% ສ່ວນຫຼາຍນັກທ່ອງທ່ຽວແມ່ນມາຈາກປະເທດໄທ.

  ປະຈຸບັນແຂວງໄຊຍະບູລີທີ່ຂຶ້ນບັນຊີແລ້ວ 96 ແຫ່ງ. ໃນນີ້ແຫຼ່ງທ່ອງທ່ຽວທຳມະຊາດ 71 ແຫ່ງວັດທະນະທຳ 18 ແຫ່ງ ແລະແຫຼ່ງທ່ອງທ່ຽວປະຫວັດສາດ 7 ແຫ່ງ ໄດ້ສຳຫຼວດມີແຜນແມ່ບົດ 2 ແຫ່ງຄື: ນໍ້າຕົກຕາດຮໍາເມືອງບໍ່ແຕນ ແລະ ອ່າງຊົນລະປະທານນໍ້າຕຽນເມືອງໄຊຍະບູລີ ສ່ວນແຫຼ່ງທ່ອງທ່ຽວທີ່ໄດ້ຮັບການພັດທະນາ ແລະ ເປີດບໍລິການແລ້ວ 51 ແຫ່ງ. ໃນນີ້ແຫຼ່ງທ່ອງທ່ຽວທຳມະຊາດ 32 ແຫ່ງ, ແຫຼ່ງທ່ອງທ່ຽວວັດທະນະທຳ 14 ແຫ່ງ ແລະ ທ່ອງທ່ຽວປະ ຫວັດສາດ 5 ແຫ່ງ, ມີໂຮງແຮມ 8 ແຫ່ງ, ເຮືອນພັກ 165 ແຫ່ງ , ລີສອດ 6 ແຫ່ງ, ຮ້ານອາຫານ 58 ແຫ່ງ, ຮ້ານບັນເທິງ 16 ຮ້ານ, ຮ້ານກິນດຶ່ມ 33 ຮ້ານ ແລະບໍລິສັດທ່ອງທ່ຽວ 12 ບໍລິສັດລວມມູນຄ່າການລົງທຶນທັງໝົດ 146,9 ຕື້ກີບ.

  ທ່ານຍັງກ່າວຕື່ມວ່າໃນປີ 2019 ນີ້ ຄາດວ່າຈະມີນັກທ່ອງທ່ຽວເຂົ້າມາທ່ຽງແລະຜ່ານແຂວງໄຊຍະບູລີປະມານ 135 ແສນຄົນຈະສ້າງລາຍຮັບຈາກການ ທ່ອງທ່ຽວປະມານ 7,2 ລ້ານໂດລາສະ ຫະລັດ ປະມານ 61,2 ຕື້ກີບ.