ການຄຸ້ມຄອງທີ່ດີ ຈະຊ່ວຍໃຫ້ປ່າສະຫງວນແຫ່ງຊາດຫີນໜາມໜໍ່ກາຍເປັນມໍລະດົກໂລກໄວຂື້ນ,

  ນັບແຕ່ປີ 2014 ເປັນຕົ້ນມາປະສິດທິພາບລະບົບການຄຸ້ມຄອງປ່າສະຫງວນແຫ່ງຊາດຫີນໜາມໜໍ່ແມ່ນໄດ້ເພີ່ມຂຶ້ນ 16% ຊຶ່ງສະແດງໃຫ້ເຫັນຄວາມກຽມພ້ອມທີ່ຈະກ້າວເຂົ້າເປັນມໍລະດົກໂລກຮ່ວມຊາຍແດນແຫ່ງທຳອິດກັບອົງການຢູເນັດສະໂກໃນອາຊີຕາເວັນອອກສຽງໃຕ້ຮ່ວມກັບອຸທິຍານແຫ່ງຊາດຟອງຍາແກບ່າງຂອງປະເທດຫວຽດນາມ.
 
  ການເພີ່ມຂຶ້ນດັ່ງກ່າວແມ່ນສະແດງ ໃຫ້ເຫັນວຽກຄຸ້ມຄອງປ່າສະຫງວນ ທີ່ສຳຄັນໄດ້ຮັບການປັບປຸງ ໂດຍສະ ເພາະຄວາມສາມາດດ້ານເຕັກນິກ ທັກ ສະຄຸ້ມຄອງຂອງພະນັກງານ ແລະຜູ້ມີ ສ່ວນຮ່ວມ, ຂໍ້ມູນພື້ນຖານທີ່ສົມບູນ ແລະ ຂອບເຂດທີ່ລະອຽດສຳລັບການຄຸ້ມຄອງ ການທ່ອງທ່ຽວທີ່ຍືນຍົງ.
 
  ທ່ານ ໂອໄດ ສຸດາພອນ ເຈົ້າແຂວງ ຄຳມ່ວນ ກ່າວວ່າ: ປະຈຸບັນທາງແຂວງໄດ້ ມີທີມງານການຄຸ້ມຄອງປ່າສະຫງວນ ແຫ່ງຊາດຫີນໜາມໜໍ່ຈຳນວນທັງໝົດ 500 ກວ່າຄົນ ໃນນັ້ນລວມທັງເຂດທ້ອງ ຖິ່ນ, ອົງການຈັດຕັ້ງລັດ ແລະອົງການ ຈັດຕັ້ງອື່ນໆ ໂດຍນຳໃຊ້ເຄື່ອງມືຕິດຕາມ ການຄຸ້ມຄອງ ໂດຍຈະກຳນົດບັນດາ ຂະບວນການຕ່າງໆຈຸດທີ່ສຳຄັນໃນການ ບັນລຸຜົນສຳເລັດ ແລະກຳນົດມາດຕະຖານການປະຕິບັດທີ່ດີສຸດເພື່ອເຮັດໃຫ້ຫີນໜາມໜໍ່ມີຄຸນສົມບັດໃນການເຂົ້າ ເປັນມໍລະດົກໂລກນຳອົງການຢູເນັດ ສະໂກ ປ່າສະຫງວນແຫ່ງຊາດຫີນໜາມ ໜໍ່ນອກຈາກໄດ້ຍົກລະດັບການຄຸ້ມຄອງໄດ້ເພີ່ມປະສິດທິພາບຂຶ້ນແລ້ວກໍ່ຕາມແຕ່ທາງຄະນະກຳມະການ ຄຸ້ມຄອງຍັງ ຈະໄດ້ມີການປັບປຸງຫຼາຍ ດ້ານຂຶ້ນໃນຕໍ່ໜ້າ ໂດຍສະເພາະແມ່ນຂົງ ເຂດວຽກງານດ້ານການເງິນແບບຍືນ ຍົງ, ບຸກຄະລາກອນ, ການນຳໃຊ້ເຕັກໂນໂລຊີ, ອຸປະກອນທີ່ເໝາະສົມ ແລະໂຄງ ລ່າງພື້ນຖານຂອງປ່າສະຫງວນ, ງົບປະ ມານທີ່ພຽງພໍໃນການເຄື່ອນໄຫວວຽກ ງານການຄຸ້ມຄອງ, ການຈັດສັນບຸກ ຄະລາກອນທີ່ເໝາະສົມ ແລະຫ້ອງການຄຸ້ມຄອງປ່າສະຫງວນແມ່ນຂໍ້ກຳນົດທີ່ສຳຄັນ.
 
  ທ່ານ ເຈີນຕຽນຊຸງ ຮອງເຈົ້າແຂວງ ກວາງບິນກ່າວວ່າ: ຟອງຍາແກບ່າງ ແລະຫີນໜາມໜໍ່ເປັນເຂດປ່າສະຫງວນເຊື່ອມຕໍ່ກັນຊຶ່ງເປັນສິ່ງສຳຄັນທີ່ໄດ້ສ້າງຄວາມເຂັ້ມແຂງໃນການຮ່ວມມືລະ ຫວ່າງປະເທດ ເພື່ອຮັບປະກັນການປົກ ປັກຮັກສາຊີວະນາໆພັນ ແລະການພັດທະນາແບບຍືນຍົງຕາມຊາຍແດນສອງປະເທດ ແລະການຮ່ວມມືສະເໜີຊື່ສອງປ່າ ສະຫງວນເຂົ້າເປັນມໍລະດົກໂລກຮ່ວມ ຊາຍແດນຄັ້ງນີ້ເປັນວິທີໜຶ່ງທີ່ຈະນຳໄປ ສູ່ຜົນສຳເລັດຂອງແຜນການດັ່ງກ່າວ ພ້ອມນັ້ນທ່ານຍັງໄດ້ກ່າວອີກວ່າພວກ ເຮົາມີຄວາມຍິນດີຫຼາຍທີ່ຫີນໜາມໜໍ່ໄດ້ມີຄວາມພັດທະນາຄືບໜ້າໃນການປັບປຸງຄວາມສາມາດທາງດ້ານການຄຸ້ມຄອງທີ່ມີປະສິດຕິພາບ ແລະ ເຊື່ອໝັ້ນວ່າຫີນໜາມໜໍ່ກຳລັງກ້າວສູ່ຜົນສຳເລັດ ໃນການເຂົ້າເປັນມໍລະດົກໂລກທາງດ້ານທຳມະຊາດ.
 
-------
#ຂຽນໂດຍ: ແພງຕາ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ