ກອງຄຸ້ມຄອງພາສີ VI​ ຕັ້ງເປົ້າລາຍຮັບບັນລຸ 1,2 ພັນຕື້ກີບ ປີແລ້ວເກັບໄດ້ບໍ່ເຖິງ 90 ເປິເຊັນ

       ໃນປີ 2019 ນີ້ກອງຄຸ້ມຄອງພາສີ VI ຈະສູ້ຊົນເກັບລາຍຮັບໃຫ້ໄດ້ຕ່ຳສຸດ 1.200 ຕື້ກີບ, ໃນນັ້ນແຂວງສະຫວັນນະເຂດ 802,3 ຕື້ກີບ, ຄຳມ່ວນ 397,7  ຕື້ກີບ ຂະນະທີ່ປີ 2018 ຜ່ານມາກອງດັ່ງກ່າວປະຕິບັດລາຍຮັບບັນລຸພຽງ 89,73% ຂອງແຜນການທັງນີ້ແມ່ນມີຜົນມາຈາກຫຼາຍສາເຫດ.

   ວັນທີ 16 ມັງກອນ 2019 ທີ່ກອງພາສີດັ່ງກ່າວທີ່ແຂວງສະຫວັນນະເຂດໄດ້ຈັດກອງປະຊຸມສະຫຼຸບວຽກງານປະຕິບັດແຜນລາຍຮັບປະຈຳປີ 2018 ພ້ອມທັງມາດຕະການຈັດຕັ້ງປະຕິບັດແຜນລາຍຮັບປະຈຳປີ 2019 ຂຶ້ນໂດຍການເປັນປະທານຂອງທ່ານ ພົມມະຈັກ ສີພັນດອນ ຫົວໜ້າກອງຄຸ້ມຄອງພາສີ VI ພ້ອມຄະນະ, ຈາກນັ້ນກໍ່ມີບັນດາທ່ານຂະແໜງການອ້ອມຂ້າງ, ຫົວໜ້າດ່ານສາກົນ 4 ແຫ່ງ, ດ່ານປະຈຳທ້ອງຖິ່ນ 2 ແຫ່ງ ແລະດ່ານປະເພນີ 7 ແຫ່ງເຂົ້າຮ່ວມ.

     ໃນກອງປະຊຸມທ່ານ ກົງມາ ພຸດທະວົງ ຫົວໜ້າຂະແໜງບໍລິຫານ ແລະກວດກາພາຍໃນໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດແຜນລາຍຮັບປະຈຳປີ 2018, ໃນນັ້ນກອງພາສີ VI ໄດ້ຮັບມອບໝາຍຕົວເລກແຜນລາຍຮັບປະຈຳປີ 1.186 ຕື້ກວ່າກີບ ແຂວງສະຫວັນນະເຂດ 799,65 ຕື້ກີບ, ແຂວງຄຳມ່ວນ 386,62 ຕື້ກີບ ແຕ່ຜ່ານການຈັດຕັ້ງປະຕິບັດມາຮອດວັນທີ 31 ທັນວາ 2018 ສາມາດຈັດເກັບລາຍຮັບໄດ້ 1.064,42 ຕື້ກີບ, ເທົ່າກັບ 89,73% ຂອງແຜນການ, ໃນ ນັ້ນແຂວງສະຫວັນນະເຂດປະຕິບັດໄດ້ 686,96 ຕື້ກີບ, ເທົ່າກັບ 85,91%, ແຂວງຄຳມ່ວນປະຕິບັດໄດ້ 377,45 ຕື້ກີບ, ເທົ່າກັບ 97,63%, ສາມາດແຍກລາຍຮັບເປັນໝວດດັ່ງນີ້: ພາສີຂາອອກໄດ້ 9,14 ຕື້ກີບ, ພາສີຂາເຂົ້າໄດ້ 751,47 ຕື້ກີບ. ເຊິ່ງລາຍຮັບຫຼັກຂອງການນຳເຂົ້າຄື: ນ້ຳມັນເຊື້ອໄຟ 418,78 ຕື້ກີບ, ປະເພດພາຫະນະ (ເປັນຄັນ) 140,17 ຕື້ກີບ, ປະເພດພາຫະນະ (ເປັນສິ້ນສ່ວນ ແລະອາໄຫຼ່) 55,13 ຕື້ກີບ, ຈາກນັ້ນກໍ່ມີລາຍຮັບອື່ນໆ ເປັນຕົ້ນ: ສິນຄ້ານຳເຂົ້າ-ສົ່ງອອກຕໍ່, ປັບໃໝ-ຂາຍ ເຄື່ອງຮິບ, ຄ່າທຳນຽມຕ່າງໆຈຳນວນ 137,37 ຕື້ກີບ.

  ທ່ານ ກົງມາ ພຸດທະວົງ ຍັງໄດ້ແຈ້ງໃຫ້ຮູ້ຕື່ມວ່າ: ສາເຫດທີ່ບໍ່ສາມາດເກັບລາຍຮັບໄດ້ຕາມແຜນການກໍ່ຍ້ອນວ່າ: ຕົວເລກທີ່ມອບໃຫ້ແມ່ນຂ້ອນຂ້າງສູງສົມ ຄວນເມື່ອທຽບໃສ່ເງື່ອນໄຂ ແລະທ່າແຮງໃນປະຈຸບັນ, ອີກຢ່າງການນຳເຂົ້າສິນຄ້າຈຳນວນຫຼາຍລາຍການແມ່ນໄດ້ຮັບການຫຼຸດຜ່ອນຫຼືຍົກເວັ້ນພາສີຂາເຂົ້າຕາມຂອບ AFTA (ເຂດການຄ້າເສລີອາຊຽນ), ສິນຄ້າ, ເຄື່ອງຂອງຈຳນວນໜຶ່ງໄດ້ຮັບການຍົກເວັ້ນພາສີແລະອາກອນມູນຄ່າເພີ່ມຫຼືເກັບໃນອັດຕາ 0% ໃນເວລານຳເຂົ້າຕາມນະໂຍບາຍສົ່ງເສີມການລົງທຶນ, ປະລິມານການນຳເຂົ້າສິນຄ້າຈຳນວນໜຶ່ງເປັນລາຍຮັບຕົ້ນຕໍເຊິ່ງກວມເອົາອັດຕາສ່ວນໃຫຍ່ຂອງລາຍຮັບມີທ່າອ່ຽງຫຼຸດລົງທຽບໃສ່ໄລຍະດຽວຂອງປີຜ່ານມາ.

  ສະເພາະປີ 2019 ກອງຄຸ້ມຄອງພາສີ VI ຈະສູ້ຊົນເກັບລາຍຮັບໃຫ້ໄດ້ຕ່ຳສຸດ 1.200 ຕື້ກີບ, ໃນນັ້ນແຂວງສະຫວັນນະເຂດ 802,30 ຕື້ກີບ, ຄຳມ່ວນ 397,70 ຕື້ກີບ. ໃນນັ້ນເພື່ອເຮັດໃຫ້ການຈັດຕັ້ງປະຕິບັດຕົວເລກດັ່ງກ່າວໃຫ້ໄດ້ຮັບຜົນຕາມລະດັບຄາດໝາຍທາງກອງຄຸ້ມຄອງພາສີ VI ຕ້ອງໄດ້ກຳນົດມາດຕະການຈຳນວນໜຶ່ງເປັນວຽກຈຸດສຸມເຊັ່ນ: ສຶກສາອົບຮົມພະນັກງານຢ່າງເປັນປົກກະຕິ, ເອົາໃຈໃສ່ຕິດຕາມ, ກວດກາການປະຕິບັດໜ້າທີ່ຂອງພະ ນັກງານປະຈຳດ່ານພາສີຊາຍແດນຢ່າງເປັນປົກກະຕິເພື່ອບໍ່ໃຫ້ມີຊ່ອງວ່າງຂອງການຮົ່ວໄຫຼຂອງລາຍຮັບແລະເກີດມີປະກົດການຫຍໍ້ທໍ້ທີ່ບໍ່ດີພ້ອມກັນປະຕິບັດຄຳຂວັນທີ່ວ່າ: “ເກັບໃຫ້ໝົດ, ເກັບໃຫ້ຄົບຖ້ວນ ແລະທັນກຳນົດເວລາ”.