ຜູ້ເຂົ້າຮອບມິສເຕີອິນເຕີເນຊັນແນວລາວ ຮ່ວມງານລາວຊຸບເປີໂມເດວ

   ໃນວັນຮອບຕັດສິນໂຄງການປະກວດລາວຊຸບເປີໂມເດວ 2019 ທີ່ໄດ້ປະກາດຜົນຊະນະ ເລີດເປັນທີ່ຮຽບຮ້ອຍໃນທ້າຍອາ ທິດຜ່ານມາ ຊຶ່ງມີບັນດາສິນລະ  ປິນນາຍແບບ, ນັກຮ້ອງ, ນັກສະແດງໃນວົງການບັນເທີງເຂົ້າຮ່ວມ ຢ່າງຫຼວງຫຼາຍລວມທັງບັນດາ ນ້ອງໆ Mister International Laos 2019 ທີ່ໄດ້ຜ່ານເຂົ້າຮອບ 20 ຄົນ ສຸດທ້າຍກໍໄດ້ມາຮ່ວມ ງານເພື່ອແລກປ່ຽນຄວາມຮູ້, ເປີດ ຄວາມຄິດໃໝ່ໆໃນເວທີດັ່ງກ່າວ.

ທ່ານ ນາງ ພອນວິໄລ ແສນປະເສີດຜູ້ສະໜັບສະໜູນກິດຈະກຳ ໄວໜຸ່ມລາວໃຫ້ສໍາພາດວ່າ:ການທີ່ພານ້ອງ Mister InternationalLaos 2019 ທີ່ຜ່ານເຂົ້າຮອບ 20 ຄົນສຸດທ້າຍຈໍານວນ 4 ຄົນ ຄື: MR01 ທ້າວ ອາລິນ ສຸລິ ພອນ, MR02 ທ້າວ ວຽງແກ້ວ ໃຈທີວົງ, MR16 ທ້າວ ແກ້ວສຸພາ ແກ້ວພິລາ ແລະMR20 ທ້າວ ຕິ່ງລີ ມາຮ່ວມໃນງານປະກວດ ລາວຊຸບເປີໂມເດວ ກໍເພື່ອໃຫ້ເຂົາ ໄດ້ເປີດກວ້າງຄວາມຄິດໃໝ່, ເພີ່ມ ທັກສະແລະປັບໂຕໃນການເຂົ້າກັບ ຄົນໃນສັງຄົນພ້ອມທັງເປັນການນໍາປັບປຸງບຸກຄະລິກໃສ່ໃນເວທີປະກວດMister International Laos 2019 ອີກດ້ວຍ.

ທ່ານ ນາງ ພອນວິໄລ ແສນ ປະເສີດ ໃຫ້ຮູ້ຕື່ມອີກວ່າ: ໂຄງການ ຊ່ວຍເຫຼືອສັງຄົມ ຊຶ່ງບໍ່ແມ່ນພຽງ ແຕ່ສະໜັບສະໜູນເວທີ Mister International Laos ພວກເຮົາຍັງມີໂຄງການຊ່ວຍເຫຼືອໄວໜຸ່ມ, ເດັກນ້ອຍຜູ້ທີ່ດ້ອຍໂອກາດ  ແລະຍັງມີສ່ວນຮ່ວມໃນການຊ່ວຍເຫຼືອແລະສະໜັບສະໜູນມູນລະນິທິຄົນທຸກ ຍາກອີກດ້ວຍທັງໝົດແມ່ນໃຊ້ງົບປະມານສ່ວນໂຕໃນການຊຸກຍູ້ ແລະບໍ່ໄດ້ຫວັງຜົນປະໂຫຍດໃດໆພຽງ ແຕ່ຢາກເຮັດໃຫ້ຜູ້ທີ່ບໍ່ມີໂອກາດໄດ້ສະແດງຄວາມສາມາດອອກ ມາເປີດກວ້າງໃຫ້ສັງຄົມຮັບຮູ້.

ທ້າວ ອາລິນ ສຸລິພອນ MR 01 ໃຫ້ສາມາດວ່າ: ເປັນໂອກາດດີທີ່ໄດ້ເຂົ້າຮ່ວມໃນງານປະກວດ ລາວຊຸບເປີໂມເດວ 2019 ເພາະມັນຈະໃຫ້ປະສົບການໃໝ່ໆໃຫ້ນໍາ ໄປປັບໃຊ້ໄດ້ ແລະຂໍຂອບໃຈນໍາ ທ່ານ ນາງ ພອນວິໄລ ແສນປະເສີດຜູ້ຊຸກຍູ້ພວກນ້ອງນັບແຕ່ຕົ້ນ ຈົນໄດ້ເຂົ້າຮອບ 20 ຄົນສຸດທ້າຍ ຊຶ່ງພວກເຮົາເອງຮູ້ສຶກດີພູມໃຈ ຫຼາຍ ແລະຈະເຮັດອອກມາໃຫ້ດີທີ່ສຸດເຖິງຈະບໍ່ໄດ້ຊະນະພວກນ້ອງກໍຈະນໍາປະສົບການນີ້ໄປໝູນໃຊ້ ໃນວຽກງານໃນຕໍ່ໜ້າ ແລະຂໍໃຫ້ມວນຊົນທັງຫຼາຍມາຮ່ວມເປັນກໍາ ລັງໃຈໃຫ້ນ້ອງໆທັງ 20 ຄົນ ໄດ້ໃນມື້ຮອບຕັດສິນວັນທີ 12 ຕຸລາ 2019 ທີ່ໂຮງແຮມຄຣາວພາຊ່າ ນະຄອນຫຼວງວຽງຈັນແລະຕິດ ຕາມໄດ້ທາງເພຈ໌ເຟຊບຸກ Mister International Laos.

-----------

ພາບ  ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ