ຜັນຂະຫຍາຍມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ

  ກອງປະຊຸມເຊື່ອມຊຶມ, ຜັນຂະຫຍາຍມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 7 ສະໄໝທີ X ໃນຂົງເຂດເສດຖະກິດ-ການຕ່າງປະເທດ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 17-18 ມັງກອນ 2019 ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງສະຫາຍ ທອງລຸນ ສີສຸລິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີບັນດາພະນັກງານການນຳ ແລະ ຄະນະບໍລິຫານງານພັກ ແລະ ຂັ້ນຫົວໜ້າກົມມາຈາກບັນດາກະຊວງ, ອົງການໃນຂົງເຂດເສດຖະກິດ-ການຕ່າງປະເທດເຂົ້າຮ່ວມ.

    ກອງປະຊຸມຄັ້ງນີ້ໄດ້ເຊື່ອມຊຶມ 2 ເອກະສານສໍາຄັນຄື: 1.ມະຕິກ່ຽວກັບການເພີ່ມທະວີການນໍາພາແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ສ້າງຄວາມເຂັ້ມແຂງຂອງການຄຸ້ມຄອງມະຫາພາກແນໃສ່ເຊື່ອມຊຶມ ແລະ ເປັນເອກະພາບໃນລະດັບສູງກັບທິດທາງ, ວິທີການ ແລະ ມາດຕະການທີ່ສູນ ກາງວາງອອກ, ສ້າງຄວາມຕັດສິນໃຈເດັດດ່ຽວແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນໃນຕໍ່ໜ້າ, ພ້ອມທັງຄົ້ນຄວ້າກໍານົດບັນດາມາດ ຕະການໃຫ້ເເທດກັບຕົວຈິງ ແລະມີປະສິດທິຜົນສູງເພື່ອແກ້ໄຂສະພາບການດັ່ງກ່າວສ້າງຂະບວນການຈັດຕັ້ງປະຕິບັດຢ່າງ ແຂງແຮງ, ທົ່ວເຖິງກໍ່ໃຫ້ເກີດການຫັນປ່ຽນຕົວຈິງທີ່ມີລັກສະນະບຸກທະລຸໃນທຸກຂົງເຂດວຽກງານເພື່ອຍູ້ແຮງດ້ານການພັດທະນາໃນດ້ານຕ່າງໆໃຫ້ບັນລຸຄາດໝາຍທີ່ກອງປະຊຸມໃຫຍ່ຄັ້ງທີ X ຂອງພັກວາງອອກ ແລະເອກະສານສະບັບທີ 2. ແມ່ນມະຕິວ່າດ້ວຍການປັບປຸງຮາກຖານການເມືອງຂອງລະບອບປະຊາທິປະໄຕປະຊາຊົນໃຫ້ເຂັ້ມແຂງ ແລະໜັກແໜ້ນ.

  ນອກນັ້ນ, ກອງປະຊຸມໄດ້ພ້ອມກັນຄົ້ນຄວ້າປຶກສາຫາລືຢ່າງເລິກເຊິ່ງ ແລະປະກອບຄໍາເຫັນຢ່າງກົງໄປກົງມາເຂົ້າໃສ່ບັນຫາທີ່ສໍາຄັນໃນຂົງເຂດເສດຖະກິດ-ການເງິນກໍຄືການກໍ່ສ້າງຮາກຖານການເມືອງຂອງລະບອບປະຊາທິປະໄຕປະຊາຊົນທີ່ຕິດພັນກັບພຶດຕິກໍາຕົວຈິງຂອງຂະແໜງການຕົນ. ພ້ອມທັງ, ໄດ້ມີການ ປະກອບຄໍາຄິດຄຳເຫັນ ແລະ ຂໍ້ສະເໜີແນະຕ່າງໆກ່ຽວກັບການປັບປຸງພາຍໃນ, ແກ້ໄຂບັນດາຂໍ້ຄົງຄ້າງ, ຊອກໃຫ້ເຫັນບັນດາສາເຫດທີ່ເປັນພື້ນຖານ ແລະຕົ້ນຕໍ ເພື່ອວາງມາດຕະການ, ທິດທາງ, ວິທີການແກ້ໄຂທີ່ຖືກຕ້ອງ, ແທດເໝາະກັບຕົວຈິງ ແລະສາມາດປະຕິບັດໄດ້ຢ່າງມີປະສິດທິຜົນໃນການຈັດຕັ້ງປະ ຕິບັດວຽກງານໃນສະເພາະໜ້າ ແລະ ຍາວນານ.

  ໂອກາດນີ້, ທ່ານນາຍົກຍັງໄດ້ຮຽກຮ້ອງມາຍັງຄະນະພັກ-ຄະນະນໍາແຕ່ລະຂັ້ນຈົ່ງເພີ່ມທະວີຄວາມຮັບຜິດຊອບ, ຄວາມເປັນເຈົ້າການໃນການຈັດຕັ້ງເຊື່ອມ ຊຶມເພື່ອກໍາແໜ້ນ ແລະນຳໄປຈັດຕັ້ງປະຕິບັດມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 7 ສະໄໝທີ X ຢ່າງເປັນຂະບວນຟົດຟື້ນ, ແຂງແຮງ , ແທດຕົວຈິງ ແລະມີຜົນສໍາເລັດຕາມ  ຄາດໝາຍ.