ສວນສາທາລະນະມິດຕະພາບລາວ-ຍີ່ປຸ່ນຈະເປີດໃຊ້ເດືອນໜ້າ

ໂຄງການກໍ່ສ້າງສວນສາທາລະນະມິດຕະພາບລາວ-ຍີ່ປຸ່ນ ທີ່ແຂວງໄຊຍະບູລີ ເປັນໂຄງການຮ່ວມມືຂອງລາວ-ຍີ່ປຸ່ນ, ຊຶ່ງສະແດງເຖິງສັນຍາລັກ, ເອກະລັກທາງສະຖາປັດເຊັ່ນ: ເຮືອນຊົງລາວ ແລະຊົງຍີ່ປຸ່ນ, ມີສວນເປັນອົງປະກອບຕາມຮູບແບບຂອງໃຜລາວ, ໂດຍໄດ້ຮັບການຊ່ວຍເຫຼືອລ້າຈາກລັດຖະບານຍີ່ປຸ່ນ 58% ແລະທຶນສົມ ທົບຂອງແຂວງໄຊຍະບູລີ 42%, ມູນຄ່າກໍ່ສ້າງທັງໝົດ 27,62 ຕື້ກີບ, ພາຍຫຼັງເລີ່ມປະຕິບັດມາແຕ່ທ້າຍປີ 2017, ຮອດປະຈຸບັນສໍາເລັດແລ້ວ.

 ທ່ານ ຫງວນ ວັນບົ້ງ ຫົວໜ້າບໍລິສັດ BM ກໍ່ສ້າງຂົວທາງ, ຊົນລະປະທານ ແລະເຄຫາ ຈໍາກັດ ຜູ້ຮັບເໝົາກໍ່ສ້າງໃຫ້ຮູ້ວ່າ: ໜ້າວຽກຂອງໂຄງການປະກອບມີ: ຝາກັ້ນດິນ,ວຽກໂທມແກ້ວ, ວຽກປະຕິມະກໍານໍ້າພຸ, ວຽກປະຕິມະກໍາຊ້າງ, ລານອາເນກປະສົງເບຕົງພີມລາຍ, ອ່າງເກັບນໍ້າ, ເຮືອນ ແລະສວນແບບຍີ່ປຸ່ນ; ເຮືອນ ແລະ ສວນແບບລາວ,ຫ້ອງນໍ້າສາທາລະນະ 2 ຫຼັງ,ລານຈອດລົດໃນ ແລະນອກ,ຂັ້ນໄດຂຶ້ນແຕ່ລະພັກ 7 ຈຸດລະບົບນໍ້າໃນສວນລະບົບໄຟຟ້າໃນສວນ,ວຽກຕັ້ງອຸປະກອນ, ວຽກປູກຫຍ້າ, ຕົ້ນໄມ້ປະດັບ, ຕົ້ນໄມ້ໃຫຍ່, ດອກໄມ້ໃນສວນ, ຮ່ອງລະບາຍນໍ້າ, ທາງຍ່າງໃນສວນ, ຮົ້ວອ້ອມເຂດແດນ ແລະອື່ນໆ.

  ສ່ວນທ່ານ ເພັດພິໄຊ ສູນວິໄລ ຫົວໜ້າຫ້ອງວ່າການແຂວງໄຊຍະບູລີ, ໃນນາມເຈົ້າຂອງໂຄງການໄດ້ກ່າວວ່າ: ໂຄງການຕັ້ງຢູ່ບ້ານທ່ານາເມືອງ ແລະໄຊຍະບູລີ, ໂດຍມີຈຸດປະສົງເພື່ອປະຕິບັດຕາມແຜນພັດທະນາຕົວເມືອງໄຊຍະບູລີ ໃຫ້ເປັນຕົວເມືອງສີຂຽວ, ສະອາດ, ສວຍງາມ, ມີຄວາມຍືນຍົງທາງດ້ານສິ່ງແວດລ້ອມ ແລະ ເປັນບ່ອນພັກຜ່ອນ ຂອງມວນຊົນທຸກຊັ້ນຄົນ.

  ຜ່ານການກໍ່ສ້າງໂຄງການນີ້ຜ່ານມາແມ່ນໄດ້ດໍາເນີນການກວດກາຜົນສໍາເລັດ ແລະ ມາດຕະຖານເຕັກນິກມາແລ້ວ 2 ຄັ້ງຄື: 30% ແລະ 60% ສ່ວນຄັ້ງທີ 3 ແມ່ນລົງກວດກາວັນທີ 21 ສິງຫາ, ໂດຍມີເຈົ້າຂອງໂຄງການ, ບໍລິສັດຜູ້ຮັບເໝົາ ແລະຄະນະກໍາມະການຈາກພາກລັດທີ່ກ່ຽວຂ້ອງເຂົ້າຮ່ວມຜ່ານການປະເມີນຜົນເຫັນວ່າໂຄງການນີ້ມາຮອດປະຈຸບັນແມ່ນສໍາເລັດແລ້ວ 100%, ຊຶ່ງການກໍ່ສ້າງແມ່ນຖືກຕາມແບບ ແລະ ສໍາເລັດຕາມກໍານົດເວລາ.

  ທ່ານຍັງໄດ້ກ່າວຕື່ມອີກວ່າ: ພາຍໃນເດືອນກັນຍານີ້ແມ່ນຈະເປີດໃຫ້ປະຊາຊົນ, ພະນັກງານຫຼັກແຫຼ່ງພາຍໃນແຂວງ, ບັນດາແຂກ ແລະນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດໄດ້ເຂົ້າທ່ຽວຊົມຄວາມງາມຂອງສວນສາທາລະນະ ແລະຄາດວ່າຈະໄດ້ມອບ-ຮັບລະຫວ່າງບໍລິສັດຜູ້ຮັບເໝົາກໍ່ສ້າງ, ຜູ້ໃຫ້ທຶນ ແລະແຂວງໄຊຍະບູລີ ໃນເດືອນຕຸລາ 2019 ຈະມາເຖິງນີ້.

-----------

ຂຽນໂດຍອຸ່ນເຮືອນ ໂພທິລັກ

 ພາບ ແລະຂ່າວຈາກ:​ ໜັງສືພິມເສດຖະກິດ-ສັງຄົມ