ຈຳປາສັກ ເປີດສູນບໍລິການວິສາຫາກິດນ້ອຍ ແລະກາງ

 ເປີດນິມິດໝາຍອັນໃໝ່ແຫ່ງການເຕົ້າໂຮມພາກທຸລະກິດໃຫ້ເຂົ້າສູ່ລະບົບ ແລະການຄຸ້ມຄອງສົ່ງເສີມທີ່ເປັນຜົນບວກສໍາລັບການເປີດສູນບໍລິການວິສາຫະກິດຂະໜາດນ້ອຍ ແລະກາງຂຶ້ນເພື່ອຂັບເຄື່ອນພາກທຸລະກິດໃຫ້ມີການເຕີບໃຫຍ່ເຂັ້ມແຂງຍິ່ງຂຶ້ນ.

 ພິທີເປີດສູນບໍລິການວິສາຫະກິດຂະໜາດນ້ອຍ ແລະກາງ ແຂວງຈໍາປາສັກ, ຈັດຂຶ້ນວັນທີ 21 ສິງຫາ ທີ່ສະພາການຄ້າ ແລະອຸດສາຫະກຳແຂວງ, ເຂົ້າຮ່ວມມີທ່ານ ບົວສອນ ວົງສອງຄອນ ຮອງເຈົ້າແຂວງໆຈໍາປາສັກ, ທ່ານ ສົມຈິດ ອິນທະວົງ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າ, ທ່ານ ກິແກ້ວ ຈັນທະບູລີ ຮອງລັດຖະມົນຕີກະຊວງແຜນການ ແລະການລົງທຶນພ້ອມນີ້ກໍມີທ່ານຮອງປະທານສະພາການຄ້າ ແລະອຸດສາຫະກໍາແຫ່ງຊາດບັນດານັກທຸລະກິດພາຍໃນແຂວງເຂົ້າ ຮ່ວມ.

  ທ່ານ ນາງ ບຸນເຮືອງ ລິດດັງ ປະທານສະພາການຄ້າ ແລະອຸດສາຫະກໍາ ແຂວງຈໍາປາສັກ ກ່າວວ່າ: ສະພາການຄ້າ ແລະ ອຸດສາຫະກໍາແຂວງຈໍາປາສັກມີບົດບາດ ສໍາຄັນ ແລະ ເປັນອົງການຈັດຕັ້ງຂອງພາກທຸລະກິດໃນການປະສານງານ, ຕິດຕໍ່ພົວພັນນໍາຂະແໜງການຂອງລັດ-ທຸລະກິດຂັ້ນສູງກາງ-ທ້ອງຖິ່ນ, ອົງການຈັດຕັ້ງສາກົນ ແລະຄູ່ຮ່ວມພັດທະນາຕໍ່ການສົ່ງເສີມການຄ້າ, ການລົງທຶນທັງພາຍໃນ ແລະຕ່າງປະເທດເພື່ອໃຫ້ແຂວງກໍ່ຄືລັດຖະບານມີມາດຕາການ,ນະໂຍບາຍຕ່າງໆເພື່ອກະຕຸ້ນດ້ານການຄ້າ, ການລົງທຶນຕໍ່ການສົ່ງເສີມ ແລະພັດທະນາທຸລະກິດຂະໜາດນ້ອຍ ແລະກາງ.

  ສຳລັບສູນບໍລິການວິສາຫະກິດຂະໜາດນ້ອຍ ແລະກາງກໍປະກອບສ່ວນໃນວຽກງານດັ່ງກ່າວຈຸດປະສົງແມ່ນຈັດຕັ້ງປະຕິບັດແຜນການແລະຍຸດທະສາດຂອງພັກ-ລັດ ໃຫ້ມີໜ່ວຍງານບໍລິການຕໍ່ຜູ້ປະກອບການໃຫ້ເຂົ້າເຖິງຂໍ້ມູນຂ່າວສານ ແລະເປັນສະຖານທີ່ພົບປະທຸລະກິດທັງພາຍໃນ ແລະຕ່າງປະເທດພາຍໃຕ້ການສະໜັບສະໜູນທາງດ້ານງົບປະມານ ແລະວິຊາການຈາກກົມສົ່ງເສີມວິສາຫະກິດຂະໜາດນ້ອຍແລະກາງກະຊວງອຸດສາຫະກໍາ ແລະການຄ້າ.

  ສູນບໍລິການ ວນກ ມີເປົ້າໝາຍຍຸດທະສາດເພື່ອສະໜັບສະໜູນການເລີ່ມຕົ້ນທຸລະກິດໃນລະດັບຕ່າງໆ, ສົ່ງເສີມການພັດທະນາຜູ້ປະກອບການທຸລະກິດນ້ອຍ-ກາງຂອງແຂວງໃຫ້ມີການຂະຫຍາຍຕົວແບບຢຶນຍົງ, ພັດທະນາຂີດຄວາມສາມາດແບບຄົບຊຸດເພື່ອຍົກລະດັບຄຸນນະພາບ: ເພີ່ມຜະລິດຕະພາບ ແລະປັບປຸງການແຂ່ງຂັນທຸລະກິດນ້ອຍ-ກາງຂອງແຂວງໃນຂະແໜງສໍາຄັນ, ສະໜັບສະໜູນສົ່ງເສີມການເຂົ້າຫາຕະຫຼາດພູມິພາກ ແລະສາກົນ, ເສີມສ້າງສັກກະຍະພາບ, ຄວາມເຂັ້ມແຂງ ຂອງສະຖາບັນ ແລະອົງກອນໃນລະດັບທ້ອງຖິ່ນທີ່ສາມາດສະໜອງບໍລິການຕາມທິດຂອງຕະຫຼາດ ແລະ ສ້າງຕັ້ງເຄືອຂ່າຍ, ສົ່ງເສີມຮ່ວມມືຢ່າງໃກ້ຊິດ ແລະ ສົ່ງເສີມຮ່ວມມືຢ່າງມີປະສິດທິຜົນກັບອົງກອນດໍາເນີນງານທີ່ກ່ຽວຂ້ອງ ແລະຄູ່ຮ່ວມພັດທະນາ.

------------

ຂຽນໂດຍໂພທິຣາຊ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ