ລັດຮັບຮອງຮ່າງດຳລັດການປີດບໍ່ແຮ່ຫຼັງສິ້ນສຸດຂຸດຄົ້ນ

  ກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນສິງຫາ 2019 ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 20 ແລະປິດລົງໃນເຊົ້າວັນທີ 22 ສິງຫາ ທີ່ສໍານັກງານນາ ຍົກລັດຖະມົນຕີພາຍໃຕ້ການເປັນປະທານຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະສະມາຊິກລັດຖະບານພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.

  ກອງປະຊຸມຄັ້ງນີ້ໄດ້ພ້ອມກັນສຸມໃສ່ປຶກສາຫາລື, ປະກອບຄໍາຄິດຄໍາເຫັນ ແລະພິຈາລະນາຮັບຮອງເອົາ 9 ເອກະສານສໍາຄັນຄື: ຮ່າງກົດໝາຍວ່າດ້ວຍການຊົດເຊີຍຄ່າເສຍຫາຍຈາກລັດ (ສ້າງໃໝ່), ຮ່າງກົດໝາຍວ່າດ້ວຍການລົ້ມລະລາຍຂອງວິສາຫະກິດ (ສະບັບປັບປຸງ), ຮ່າງກົດໝາຍວ່າດ້ວຍຮູບເງົາ (ສ້າງໃໝ່), ຮ່າງກົດ ໝາຍວ່າດ້ວຍຫຼັກຊັບ (ສະບັບປັບປຸງ), ຮ່າງກົດໝາຍວ່າດ້ວຍຄວາມສະເໝີພາບຍິງ-ຊາຍ (ສ້າງໃໝ່), ຮ່າງດໍາລັດວ່າດ້ວຍການປິດບໍ່ແຮ່ພາຍຫຼັງການຂຸດຄົ້ນ, ຮ່າງດໍາລັດວ່າດ້ວຍການຄຸ້ມຄອງທຸລະກິດຍານພາຫະນະທາງບົກ, ແຜນພັດທະນາແບບກວມລວມເຂດພູພຽງບໍລະເວນ, ບົດລາຍງານກ່ຽວກັບສະພາບພົ້ນເດັ່ນທາງດ້ານເສດຖະກິດ-ການເງິນ, ເງິນຕາ ແລະມາດຕະການແກ້ໄຂ; ທິດທາງແຜນງົບປະມານປີ 2020.

  ສະເພາະຮ່າງດໍາລັດວ່າດ້ວຍການປິດບໍ່ແຮ່ພາຍຫຼັງສິ້ນສຸດການຂຸດຄົ້ນກອງປະຊຸມໄດ້ເຫັນດີດ້ານຫຼັກການຮັບຮອງເອົາຮ່າງດຳລັດສະບັບດັ່ງກ່າວ ແລະໄດ້ຊີ້ນໍາໃຫ້ກະ ຊວງພະລັງງານ ແລະບໍ່ແຮ່ສົມທົບກັບພາກສ່ວນທີ່ກ່ຽວຂ້ອງປັບປຸງຕື່ມຕາມການປະກອບຄໍາເຫັນຂອງສະມາຊິກລັດຖະບານເປັນຕົ້ນບາງເນື້ອໃນຂອງບາງມາດຕາໃຫ້ຄົບຖ້ວນ, ລະອຽດ, ຈະແຈ້ງ, ຮັດກຸມ, ແທດຕົວຈິງກັບແຕ່ລະປະເພດແຮ່ໂດຍສະເພາະທີ່ກ່ຽວຂ້ອງກັບແຜນການປິດບໍ່ແຮ່, ມາດຕະຖານການປິດບໍ່ແຮ່, ການຟື້ນຟູ ທາງກາຍະພາບ ແລະເຄມີ, ການບູລະນະຟື້ນຟູສິ່ງແວດລ້ອມທໍາມະຊາດ ແລະສັງຄົມ, ການຄໍ້າປະກັນການປິດບໍ່ແຮ່, ການກຳນົດເວລາດຳເນີນການປິດບໍ່, ການກຳ ນົດຄະນະກຳມະການຮັບຜິດຊອບວຽກງານປິດບໍ່ແຮ່ມາດຕາການຕໍ່ການລະເມີດ ແລະອື່ນໆ ພາຍຫຼັງປັບປຸງສໍາເລັດແລ້ວໃຫ້ສົມທົບກັບຫ້ອງວ່າການສໍານັກງານນາ ຍົກລັດຖະມົນຕີກວດກາຮຽບຮຽງຄືນແລ້ວສະເໜີທ່ານນາຍົກລັດຖະມົນຕີລົງລາຍເຊັນປະກາດໃຊ້ເປັນທາງການ.

-------------

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ