ກັກພວກຄ້າຢາເສບຕິດພົບຂອງກາງຢາບ້າ 80 ພັນເມັດ

ວັນທີ9ມັງກອນ 2019 ຜ່ານມານີ້ເຈົ້າໜ້າທີ່ຕຳຫຼວດພະແນກສະກັດກັ້ນ ແລະຕ້ານຢາເສບຕິດ ປກສ ແຂວງວຽງຈັນ ໄດ້ລົງແກ້ໄຂສະພາບປາກົດການຫຍໍ້ທໍ້ຢູ່ຂອບເຂດເມືອງໂພນ ແຂວງວຽງຈັນ ໃນທີ່ສຸດກໍ່ສາມາດຈັບຕົວເປົ້າໝາຍໄດ້ 2 ຄົນ ຄື: ທ້າວ ມະເລົ່າ ອາຍຸ 22 ປີ ຊາວ ນາ ຢູ່ບ້ານຫ້ວຍສາລາ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ພ້ອມຂອງກາງຢາບ້າ 40 ມັດ ເທົ່າກັບ 80 ພັນເມັດ ແລະທ້າວ ກົ່ວເລົ່າ ອາຍຸ 43 ປີ ຊາວນາຢູ່ບ້ານໂພນແຍງ ເມືອງເຟືອງ ແຂວງວຽງຈັນ ພ້ອມຂອງກາງຢາບ້າຈຳນວນ 8 ເມັດ, ທັງສອງໄດ້ຮ່ວມກັນຊື້-ຂາຍຢາເສບຕິດ ປະເພດຢາບ້າມາດຳເນີນການສືບສວນ-ສອບສວນ.

  ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ຕຳຫຼວດໃນເບື້ອງຕົ້ນທ້າວ ກົ່ວເລົ່າ ແລະ ທ້າວ ມະເລົ່າ ໄດ້ໃຫ້ການຮັບສາລະພາບວ່າ: ໃນເດືອນທັນວາ 2018 ທ້າວ ກົ່ວເລົ່າ ໄດ້ລົງມາແຕ່ ແຂວງບໍ່ແກ້ວແລ້ວມາເຊົ່າເຮືອນພັກແຫ່ງໜຶ່ງຢູ່ຂອບເຂດດົງໂດກ (ນະຄອນຫຼວງວຽງ ຈັນ) ໄດ້ປະມານ 5 ວັນ ຈາກນັ້ນໄດ້ໂທລະສັບຕິດຕໍ່ຫາທ້າວ ເຢຍລີ ຢູ່ບ້ານ 46 (ປະເທດມຽນມາ) ໂດຍບອກເອົາຢາບ້າມາຂາຍໃຫ້ຜູ້ກ່ຽວຢູ່ຂອບເຂດບ້ານດົງໂດກ ນະຄອນຫຼວງວຽງຈັນ ຈຳນວນ 40 ມັດ ໃນລາຄາ 1 ມັດ 2,5 ລ້ານກີບ ສ່ວນເງິນແມ່ນຈະຈ່າຍຕາມຫຼັງເມື່ອໄດ້ຢາບ້າແລ້ວມາຮອດວັນທີ 9 ມັັງກອນ 2019 ໄດ້ມີທ້າວກົ່ວເລົ່າມາຫາຜູ້ກ່ຽວຢູ່ເຮືອນພັກຈາກນັ້ນກໍ່ພ້ອມກັນເອົາຢາບ້າຈຳນວນ 40 ມັດ ເທົ່າ ກັບ 80 ພັນເມັດໄປຂາຍໃຫ້ລູກຄ້າບໍ່ຮູ້ຊື່ທີ່ລໍຖ້າຢູ່ເຮືອນພັກຂອບເຂດເມືອງໂພນໂຮງ ແຂວງວຽງຈັນ ຂາຍໃນລາຄາ 1 ມັດ 3,2 ລ້ານກີບ ເມື່ອໄປຮອດສະຖານທີ່ດັ່ງກ່າວຈຶ່ງຖືກເຈົ້າໜ້າທີ່ຕຳຫຼວດຈັບຕົວພ້ອມຂອງກາງຢາບ້າຈຳນວນ 40 ມັດ ເທົ່າກັບ 80 ພັນເມັດ ແລະ ໄດ້ພົບເຫັນຢາບ້າອີກ 8 ເມັດ ທີ່ຊຸກເຊື່ອງຢູ່ຖົງໂສ້ງຂອງທ້າວ ກົ່ວເລົ່າ ຈາກນັ້ນຈຶ່ງຖືກເຈົ້າໜ້າທີ່ຈັບຕົວພວກກ່ຽວທັງສອງມາດຳເນີນຕາມລະ ບຽບກົດໝາຍ.

 ຜ່ານການສືບສວນ-ສອບສວນສາມາດສັງເກດຕີລາຄາໄດ້ວ່າ: ທ້າວ ມະເລົ່າ ແລະ ທ້າວ ກົ່ວເລົ່າ ພວກກ່ຽວທັງສອງ ແມ່ນມີຢາເສບຕິດໄວ້ໃນຄອບຄອງຈຳນວນ 40 ມັດ ກັບ 8 ເມັດ ຢາບ້າດັ່ງກ່າວແມ່ນຂອງພວກກ່ຽວແທ້ການກະທຳດັ່ງກ່າວແມ່ນຜິດຕໍ່ກົດໝາຍອາຍາໃນມາດ ຕາ 146 ປະຈຸບັນເຈົ້າໜ້າທີ່ຍັງສືບຕໍ່ດຳເນີນການສືບສວນ-ສອບສວນພວກກ່ຽວເພື່ອຂະຫຍາຍຜົນຫາຜູ້ຮ່ວມຂະບວນການມາລົງໂທດຕາມລະບຽບກົດໝາຍຢ່າງເຂັ້ມງວດ.